ກະຊວງສຶກສາທິການ ແລະ ກິລາ ມອບເຮືອໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ້ວອຸດົມ
20/04/2026

ໃນຕອນເຊົ້າຂອງວັນທີ 9 ເມສາ 2026 ຢູ່ທີ່ຫ້ອງຮັບຮອງຊັ້ນ 2 ຂອງຫ້ອງວ່າການແຂວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບເຮືອໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງແກ້ວອຸດົມ ແຂວງວຽງຈັນ ລວມມູນຄ່າ 65,620,000 ກີບ ເຊິ່ງໃຫ້ກຽດມອບໂດຍ ທ່ານ ສຸດໃຈ ເລືອງວັນໄຊ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ກ່າວຮັບໂດຍທ່ານ ເສົາອຸທອນ ສີຫາປັນຍາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງແກ້ວອຸດົມ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຮສ.ປອ ທອງສະລິດ ມັງໝໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພູທະນູເພັດ ໄຊສົມບັດ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍບັນດາຮອງເລຂາຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ, ຫົວໜ້າພະແນກການພາຍໃນແຂວງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງແກ້ວອຸດົມ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
ສຳລັບຈຸດປະສົງໃນການມາມອບເຮືອໃນຄັ້ງນີ້ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານການສຶກສາຢູ່ພາຍໃນເມືອງ ໃນການເດີນທາງໄປມາຂອງຄູສອນ ແລະ ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ ນໍາໃຊ້ລົງຊຸກຍູ້ຕິດຕາມການຮຽນການສອນ ເປັນຕົ້ນແມ່ນຢູ່ເຂດອ່າງນໍ້າງື່ມ 1 ທີ່ມີ 3 ບ້ານຂຶ້ນກັບເມືອງແກ້ວອຸດົມຄື: ບ້ານໃຫມ່, ບ້ານຫ້ວຍປຸງ ແລະ ບ້ານດອນໄຊ.
ພາບ-ຂ່າວ: ແຂວງວຽງຈັນໂພສ໌













