Skip to main content

ໂຮງຮຽນສິນໄຊ ສົ່ງນັກຮຽນເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມ 2 ຄົນ

22/04/2026
ໂຮງຮຽນຖົມ ແລະ ມັດທະຍົມສົມບູນສິນໄຊ ຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນສະຖາບັນການສຶກສາພາກເອກະຊົນແຫ່ງໜຶ່ງທີ່ໄດ້ສົ່ງນັກຮຽນຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2025-2026 ຈຳນວນ 2 ຄົນ ໃນ 288 ຄົນ ທົ່ວປະເທດ ຈັດຂຶ້ນວັນທີ 20-24 ເມສາ 2026.
ທ່ານ ນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊ ໄດ້ໃຫ້ສຳພາດໃນໂອກາດທີ່ເຂົ້າຮ່ວມພິທີເປີດການສອບເສັງແຂ່ງຂັນນັກຮຽນເກັ່ງ ຄັ້ງນີ້ ວ່າ: ໂຮງຮຽນສິນໄຊໃນໄລຍະຜ່ານມາກໍໄດ້ສົ່ງນັກຮຽນເຂົ້າຮ່ວມການແຂ່ງຂັນລະດັບຊາດແຕ່ສົກຮຽນ 2010-2011 ເປັນຕົ້ນມາເຊິ່ງສາມາດຍາດໄດ້ອັນດັບທີ 1 ແລະ ອັນດັບທີ 2 ລະດັບຊັ້ນປະຖົມ ປ.5 ແລະ ຊັ້ນມັດທະຍົມຕອນຕົ້ນ ມ.4 ລວມທັງໝົດ 10 ຄົນ ຍິງ 8 ຄົນ ສຳລັບສົກຮຽນນີ້ໄດ້ສົ່ງເຂົ້າຮ່ວມ 2 ຄົນ ເປັນຍິງທັງໝົດ ເປັນນັກຮຽນເກັ່ງອັນດັບທີ 1 ຂອງຂັ້ນ ນວ ວິຊາພາສາລາວ ແລະ ວິຊາຄະນິດສາດ ຄື: ນາງ ເພັດອານົງ ວົງສຸດໃຈ ວິຊາພາສາລາວ ຊັ້ນ ມ.4 ແລະ ນາງ ອິນທິດາ ໄຊຍະສຸກ ວິຊາຄະນິດສາດ ຊັ້ນ ມ.4.
ສຳລັບແຜນການໃນຕໍ່ໜ້າໂຮງຮຽນສິນໄຊຈະສືບຕໍ່ຖືເອົາວຽກງານການສ້າງນັກຮຽນເກັ່ງເປັນບູລິມະສິດໜຶ່ງຂອງໂຮງຮຽນ ເພາະວ່າໂຮງຮຽນມີແຜນສ້າງນັກຮຽນເກັ່ງແຕ່ລະຂັ້ນໄປຄືຂັ້ນ ປ.5 ໄດ້ສຸມໃສ່ຄັດມາແຕ່ ປ.1 ແລະ ຂັ້ນ ມຕົ້ນ ກໍໄດ້ສ້າງມາໂດຍການຕິດຕາມເປັນປະຈຳ ແລະ ອັນໜຶ່ງອີກທີ່ໂຮງຮຽນສຸມໃສ່ເວລານັກຮຽນຈະມາເຂົ້າໂຮງຮຽນສິນໄຊ ທາງໂຮງຮຽນໄດ້ມີກາດສອບເສັງຄັດເລືອກເອົາໃຫ້ໄດ້ຕາມມາດຕະຖານທີ່ທາງໂຮງຮຽນກຳນົດໄວ້ ແລະ ອີກຢ່າງໜຶ່ງໂຮງຮຽນສິນໄຊເປັນໂຮງຮຽນຕົວແບບຄຸນນະພາບ ສະນັ້ນການຍົກສູງຄຸນນະພາບການຮຽນ-ການສອນແມ່ນໜ້າທີ່ສຳຄັນ ແລະ ຕົ້ນຕໍຂອງຄູອາຈານກໍຄືຜູ້ບໍລິຫານຕ້ອງໄດ້ເອົາໃຈໃສ່ເປັນພິເສດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ