ລາວ-ອຸຍນີເຊບ ສັນລະເສີນຜົນງານຄູ ໂອກາດສະຫຼອງການຮ່ວມມືສອງຝ່າຍ ຄົບຮອບ 50 ປີ

ສປປ ລາວ ແລະ ອົງການອຸຍນີເຊບ ໄດ້ຈັດພິທີສັນລະເສີນຜົນງານຄູ ເນື່ອງໃນໂອກາດສະເຫຼີມສະຫຼອງການຮ່ວມມືລະຫວ່າງສອງຝ່າຍ ຄົບຮອບ 50 ປີ ເມື່ອວັນທີ 21 ຕຸລາ 2023 ທີ່ສູນການຄ້າ ພາກຊັນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ດຣ ເພຍ ເຣເບວໂລ ບຣິດໂຕ ຜູ້ຕາງໜ້າ ອົງການອຸຍນິເຊັບ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາສາກົນ ປະຈໍາ ສປປ ລາວ, ສະຫະພາບເອີຣົບ, USAID, JICA, KOICA ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ງານສັບປະດາສິລະປະລາວ ແມ່ນຈັດໂດຍສູນສິລະປະ XYZ ຊຶ່ງລວມມີການວາງສະເເດງວຽກງານສິລະປະຂອງບັນດານັກຮຽນຈາກທົ່ວປະເທດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອຸຍນິເຊັບ ແລະ ສະຫະພາບເອີຣົບ. ງານໃນຄັ້ງນີ້, ຍັງສະເເດງເຖິງຄໍາໝາຍໝັ້ນຂອງ ສປປ ລາວ ຕໍ່ການເຮັດວຽກຮ່ວມກັບທຸກພາກສ່ວນ ເພື່ອພັດທະນາການສຶກສາ ແລະ ການຍົກສູງບົດບາດອັນມີຄ່າຂອງຄູ.
ໃນພິທີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ເສັ້ນທາງສູ່ການພັດທະນາແບບຍືນຍົງ ແມ່ນເລີ່ມຕົ້ນຢູ່ໃນຫ້ອງຮຽນ ຊຶ່ງກິດຈະກໍາໃນຄັ້ງນີ້ ສະແດງໃຫ້ເຫັນເຖິງການຮັບຮູ້ຜົນງານ ແລະ ຊົມເຊີຍຄູອາຈານຂອງພວກເຮົາທຸກຄົນ ທີ່ໄດ້ປະຕິບັດໜ້າທີ່ເປັນດັ່ງວິສະວະກອນແຫ່ງດວງວິນຍານ ໃນການຫຼໍ່ຫຼອມແນວຄິດຈິດໃຈ, ຄວາມຮູ້, ຄວາມສາມາດ ແລະ ການກະທໍາຂອງລູກຫຼານພວກເຮົາທີ່ເປັນອະນາຄົດຂອງຊາດ, ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ຍັງມຸ່ງໝັ້ນທີ່ຈະສືບຕໍ່ຍົກສູງຄວາມອາດສາມາດ ແລະ ບົດບາດຂອງຄູອາຈານ ເພື່ອຮັບປະກັນການສຶກສາທີ່ມີຄຸນນະພາບສໍາລັບເດັກທຸກຄົນ.
ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນິເຊັບ ພ້ອມຄູ່ຮ່ວມພັດທະນາຕ່າງໆ ໄດ້ເຮັດວຽກຮ່ວມກັນຢ່າງຕັ້ງໜ້າ ເພື່ອສ້າງລະບົບການສຶກສາທີ່ເດັກນ້ອຍທຸກຄົນສາມາດເຂົ້າເຖິງໄດ້. ຄວາມພະຍາຍາມເຫຼົ່ານີ້, ແມ່ນລວມໄປເຖິງການສ້າງອາຄານຮຽນ, ການປັບປຸງຫຼັກສູດ ແລະ ການສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມ, ຜົນຈາກການຄົ້ນຄວ້າວິໄຈຮ່ວມກັບສະຫະພາບເອີຣົບທີ່ຜ່ານມາມໍ່ໆນີ້ພົບວ່າຄຸນນະພາບຂອງຄູນັ້ນແມ່ນຕົວຊີ້ວັດອັນສຳຄັນ ທີ່ບົ່ງບອກເຖິງຜົນການຮຽນຂອງນັກຮຽນ, ຫຼາຍໂຮງຮຽນແມ່ນປະຕິບັດໄດ້ດີ ໂດຍສຸມໃສ່ການຮຽນຮູ້ສໍາລັບນັກຮຽນທຸກຄົນ ໂດຍສະເພາະເເມ່ນໃຫ້ຄວາມເອົາໃຈໃສ່ຕໍ່ນັກຮຽນທີ່ມີຜົນການຮຽນຕໍ່າ. ເຖິງຢ່າງໃດກໍ່ຕາມ, ແມ່ນວ່າ ສປປ ລາວ ຈະມີຄວາມຄືບໜ້າຫຼາຍດ້ານໃນການປັບປຸງລະບົບການສຶກສາ ແຕ່ກໍຍັງມີຄວາມທ້າທາຍໃນການຈັດສັນຊັບພະຍາກອນຕ່າງໆ ເພື່ອສະໜັບສະໜູນການຍົກສູງຂີດຄວາມສາມາດຂອງຄູ.
ຂະນະດຽວກັນ, ທ່ານ ດຣ ນາງ ເພຍ ເຣເບວໂລ ບຣິດໂຕ ໄດ້ກ່າວວ່າ: ໃນຂະນະທີ່ເຮົາກໍາລັງສະເຫຼີມສະຫຼອງຄົບຮອບ 50 ປີ ຂອງການຮ່ວມມືທີ່ມີໝາກຜົນຢ່າງຫຼວງຫຼາຍ ລະຫວ່າງ ອົງການອຸຍນິເຊັບ ແລະ ລັດຖະບານແຫ່ງ ສປປ ລາວ, ຄວາມຈໍາເປັນອັນຮີບດ່ວນໃນການລົງທຶນເຂົ້າໃນການສຶກສາທີ່ມີຄຸນນະພາບ ກໍຍິ່ງຊັດເຈນຍິ່ງຂຶ້ນກວ່າເກົ່າ ແລະ ການສຸມໃສ່ວຽກງານຂອງຄູ ກໍຄື ການລົງທຶນເພື່ອອະນາຄົດຂອງ ສປປ ລາວ. ນອກຈາກການຮ່ວມມືກັບອົງການອຸຍນິເຊັບ, ສະຫະພາບເອີຣົບ ກໍພວມດໍາເນີນໂຄງການສະໜັບສະໜູນທາງດ້ານງົບປະມານ ໂດຍໄດ້ເນັ້ນໜັກໃສ່ຄວາມສໍາຄັນຂອງການເພີ່ມການຈັດສັນງົບປະມານລັດ ເພື່ອຝຶກອົບຮົມສ້າງຂີດຄວາມສາມາດຂອງຄູ ແລະ ຮັບປະກັນການສຶກສາທີ່ມີຄຸນນະພາບ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ