ມຊ ສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ
08/11/2024

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ (12 ຕຸລາ) ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ ໃນວັນທີ 5 ພະຈິກ 2024 ທີ່ສະໂມສອນໃຫຍ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍໃຫ້ກຽດເປັນປະທານໃນພິທີເປີດຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສືື່ສານ, ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ຄະນະອະທິການບໍດີ, ຄະນະບໍດີ, ຜູ້ຕາງໜ້າອົງການໄຈກາ ປະຈໍາ ສປປ ລາວ, ຜູ້ອໍານວຍການສະຖາບັນ, ສູນ, ຜູູ້ບໍລິຫານການສຶກສາທຸກຂັັ້ນ, ນັກຄົ້ນຄວ້າ, ຄູອາຈານ, ນັກຮຽນຮູູ້, ຄະນະນໍາຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ປອ ສຸລິອຸດົງ ສູນດາລາ ກ່າວວ່າ: ວິທະຍາສາດ ແມ່ນມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດ, ການຜະລິດ, ການພັດທະນາ ແລະ ການຄົງຕົວ-ຂະຫຍາຍຕົວຂອງສັງຄົມມະນຸດ. ປະຫວັດສາດໄດ້ຢັ້ງຢືນໃຫ້ພວກເຮົາເຫັນວ່າ ການຂະຫຍາຍຕົວຂອງສັງຄົມມະນຸດ ແມ່ນຕິດພັນກັບການຄົ້ນພົບ ແລະ ການຂະຫຍາຍຕົວຂອງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງມັນເປັນໝາກຜົນໂດຍລວມຈາກການອອກແຮງງານຂອງມະນຸດ, ມີຫຼາຍຄົນອາດຈະໃຫ້ຄຳນິຍາມກ່ຽວກັບວິທະຍາສາດ ທີ່ມີທັງຄືກັນ ແລະ ແຕກຕ່າງກັນ ແຕ່ສັງລວມແລ້ວ ວິທະຍາສາດ ມັນແມ່ນ “ເຫດ ແລະ ຜົນ, ຄວາມຈິງ ແລະ ພາວະວິໄສ” ວິທະຍາສາດມັນແມ່ນເລື່ອງກົດເກນ, ມັນແມ່ນເລື່ອງຂອງລະບົບ ແລະ ຕັກກະ. ສະນັ້ນ, ການນໍາໃຊ້ວິທະຍາສາດ ມັນຈຶ່ງເປັນເລື່ອງການປະຕິບັດຕາມກົດເກນຢ່າງເປັນລະບົບ ແລະ ໄປຕາມຕັກກະຂອງມັນ ຊຶ່ງທຸກຄົນສາມາດນໍາໃຊ້ວິທະຍາສາດເຂົ້າໃນການດຳລົງຊີວິດ, ແກ້ໄຂບັນຫາທາງທໍາມະຊາດ ແລະ ສັງຄົມ ແລະ ນຳໃຊ້ເຂົ້າໃນການຜະລິດ ແລະ ການພັດທະນາໃຫ້ເກີດຜົນປະໂຫຍດສູງສຸດໄດ້.
ທ່ານ ຮອງລັດຖະມົນຕີ ສສກ ຍັງໄດ້ກ່າວອີກວ່າ: ເນື່ຶອງໃນໂອກາດ ສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລ ແຫ່ງຊາດ ຄົບຮອບ 28 ປີ ໃນລະຫວ່າງວັນທີ 5-6 ພະຈິກ 2024 ນີ້, ພວກເຮົາຈະໄດ້ພ້ອມກັນຈັດຕັ້ງ ແລະ ກະກຽມຈັດກິດຈະກໍາສະເຫຼີມສະຫຼອງ 2 ວັນດັ່ງກ່າວນີ້ໃຫ້ມີຄວາມໝາຍ, ຄວາມສຳຄັນ ໂດຍເນັ້ນໃສ່ເນື້ອໃນໃຫ້ມີຈຸດສຸມ, ມີສ່ວນຮ່ວມຈາກຫຼາຍພາກສ່ວນ ແລະ ສາມາດເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ ເປັນຕົ້ນແມ່ນ ຈັດງານຖະແຫຼ່ງຂ່າວຄວາມສຳຄັນຂອງວັນວິທະຍາສາດ ແລະ ຕິດຕັ້ງປ້າຍຄຳຂວັນ ຕາມເສັ້ນທາງຫຼັກໃນນະຄອນຫຼວງວຽງຈັນ, ຈັດສຳມະນາວິທະຍາສາດ ແລະ ເວທີສົນທະນາ-ແລກປ່ຽນກ່ຽວກັບການຄົ້ນຄວ້າວິທະຍາສາດກັບການພັດທະນາເສດຖະກິດ-ສັງຄົມ, ວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ ແລະ ສາທິດທົດລອງວິທະຍາສາດ ແລະ ຈັດເວທີແຂ່ງຂັນຂຽນບົດຄວາມ ແລະ ຖາມ-ຕອບ ທາງວິທະຍາສາດ. ພິເສດ ໃນພິທີເປີດມື້ນີ້, ພວກເຮົາຍັງຈະໄດ້ຮັບຟັງການລາຍງານກ່ຽວກັບການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລແຫ່ງຊາດ, ສະພາບການພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳຂອງ ສປປ ລາວ, ຍຸດທະສາດການພັດທະນາວຽກງານ ICT/AI, ຍຸດທະສາດການພັດທະນາພະລັງງານ ແລະ ບໍ່ແຮ່ຂອງ ສປປ ລາວ, ການພັດທະນາເສດຖະກິດທີ່ຕິດພັນກັບການຄົ້ນຄວ້າ ແລະ ການພັດທະນາຈາກຂະແໜງການທີ່ກ່ຽວຂ້ອງ.
ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ພວກເຮົາທຸກຄົນ ຈົ່ງໄດ້ຄົ້ນຄິດ ແລະ ກະທໍາຕາມຫຼັກວິທະຍາສາດ, ນຳໃຊ້ກົດເກນທາງວິທະຍາສາດເຂົ້າໃນການແກ້ໄຂບັນຫາ, ການຜະລິດ, ການດຳລົງຊີວິດ ແລະ ໃນການພັດທະນາຢູ່ໃນທຸກການເຄື່ອນໄຫວຂອງຕົນ, ບໍ່ຝືນກົດເກນທາງທຳມະຊາດ ແລະ ກົດເກນທາງສັງຄົມ;ພ້ອມກັນສ້າງຄວາມເຂັ້ມແຂງໃຫ້ວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດພວກເຮົາ; ເສີມຂະຫຍາຍຄວາມຮູ້-ພູມປັນຍາດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງບັນພະບູລຸດລາວບັນດາເຜົ່າໃຫ້ໄດ້ຮັບການຮັກສາ, ຟື້ນຟູ, ພັດທະນາຕໍ່ຍອດ ແລະ ສາມາດນຳໃຊ້ເຂົ້າໃນການແກ້ໄຂບັນຫາການດໍາລົງຊີວິດ ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາໃນປັດຈຸບັນ ແລະ ອະນາ ຄົດໄດ້; ພ້ອມກັນສ້າງນັກວິທະຍາສາດ ແລະ ບຸກຄົນເຮັດວຽກງານວິທະຍາສາດໃຫ້ຫຼາຍຂຶ້ຶນ ດ້ວຍການສົ່ງເສີມໃຫ້ລູກຫຼານພວກເຮົາຮັກມັກໃນການຮຽນ, ຮັກມັກໃນການຄົ້ນຄວ້າ, ສ້າງສັງຄົມພວກເຮົາເປັນສັງຄົມແຫ່ງການຮຽນຮູ້ ແລະ ຄົ້ນຄວ້າ; ໃຫ້ນັກຄົ້ນຄວ້າ, ນັກຮຽນຮູ້ປັນຍາຊົນ ໂດຍສະເພາະນັກຄົ້ນຄວ້າທົ່ວປະເທດຂອງພວກເຮົາ ໄດ້ເສີມຂະຫຍາຍຄວາມເປັນເຈົ້າການ ແລະ ນໍາໜ້າພາທາງໃນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການສ້າງນະວັດຕະກຳ; ຖ່າຍທອດຄວາມຮູ້ ແລະ ສ້າງຄົນຮຸ້ນໜຸ່ມ ໃຫ້ກາຍເປັນນັກວິທະຍາສາດ ແລະ ຜູ້ເຮັດວຽກງານວິທະຍາສາດໃຫ້ນັບມື້ນັບຫຼາຍຂຶ້ນ; ປັບປຸງສະຖານການຄົ້ນຄວ້າທີ່ມີໃຫ້ເຂັ້ມແຂງຂຶ້ນ; ສ້າງຕັ້ງສະຖານການຄົ້ນຄວ້າໃໝ່ທີ່ເຫັນວ່າຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານໄດ້; ນໍາໃຊ້ທຶນຮອນເຂົ້າໃນວຽກງານວິທະຍາສາດ ແລະ ເຕັກໂນໂລຊີຢ່າງສົມເຫດສົມຜົນ. ພ້ອມດຽວກັນນັ້ນ, ກໍສ້າງນະໂຍບາຍ ແລະ ນິຕິກຳ ເພື່ອສົ່ງເສີມການສ້າງ ແລະ ນໍາໃຊ້ບຸກຄະລາກອນທາງວິທະຍາສາດ ແລະ ເຕັກໂນໂລຊີ ກໍຄື ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາບັນດາວຽກງານດັ່ງກ່າວ; ຮຽກຮ້ອງໃຫ້ບັນດານັກວິທະຍາສາດ, ນັກຄົ້ນຄວ້າ, ນັກຮຽນຮູ້ ແລະ ປັນຍາຊົນທຸກຖ້ວນໜ້າຈົ່ງໄດ້ມີຄວາມຮັບຜິດຊອບຫຼາຍຂຶ້ນ, ຫ້າວຫັນຫຼາຍຂຶ້ນ ແລະ ເສຍສະຫຼະຫຼາຍຂຶ້ນໃນການປະກອບສ່ວນເຮັດການຄົ້ນຄວ້າເພື່ອແກ້ໄຂບັນຫາ ແລະ ນະວັດຕະກຳໃໝ່ໃຫ້ແກ່ປະເທດຊາດ ໂດຍສະເພາະແມ່ນການປະຕິບັດແນວທາງວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການຜະລິດເພື່ອທົດແທນການນໍາເຂົ້າ, ການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ ແລະ ບັນຫາທາງສັງຄົມ ເປັນຕົ້ນ ແລະ ຮຽກຮ້ອງໃຫ້ທົ່ວສັງຄົມ ຈົ່ງໄດ້ນຳເອົາ “ນໍ້າໃຈວັນວິທະຍາສາດແຫ່ງຊາດ” ຕິດພັນກັບທຸກກິດຈະກໍາຂອງຕົນ ເພື່ອເຮັດໃຫ້ສັງຄົມພວກເຮົາເປັນສັງຄົມແຫ່ງການຮຽນຮູ້ ແລະ ຄົ້ນຄວ້າ, ເປັນສັງຄົມທີ່ມີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂະຫຍາຍຕົວໃນອະນາຄົດ.
ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ໄດ້ກ່າວວ່າ: ຈຸດປະສົງຕົ້ນຕໍຂອງກອງປະຊຸມວິທະຍາສາດລະດັບຊາດ ແລະ ງານບຸນວິທະຍາສາດຄັ້ງນີ້ ແມ່ນເພືື່ອສ້າງໂອກາດໃຫູ້ຄອາຈານ, ນັກຄົ້ນຄວ້າວິທະຍາສາດ, ນັກສຶກສາຂອງ ມຊ ແລະ ນັກວິທະຍາສາດຈາກພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດໄດ້ມີໂອກາດມາເຜີຍແຜ່ຜົນງານການຄົ້ນຄວ້າ, ໂຄສະນາຜົນງານ ແລະ ແລກປ່ຽນປະສົບການນໍາກັນ ເພືື່ອເປັນການຢັ້ງຢືນຜົນສໍາເລັດໃນໄລຍະຜ່ານມາ ແລະ ເພືື່ອເຮັດໃຫ້ບັນດາທ່ານໄດ້ຮັບຮູ້ ມຊ ໄດ້ດີຂຶ້ນກວ່າເກົ່າ. ສໍາລັບວິໄສທັດຂອງ ມຊ ແມ່ນສ້າງໃຫ້ ມະຫາວິທະຍາໄລແຫ່ງຊາດ ກາຍເປັນສູນກາງການສຶກສາ ແລະ ການຄົ້ນຄວ້າວິທະຍາສາດທີ່ມີຄຸນະພາບ ໄດ້ມາດຕະຖານລະດັບພາກພື້ນ ແລະ ສາກົນ. ພາລະກິດຕົົ້ນຕໍຂອງ ມຊ ມີ 4 ດ້ານ ຄື: ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກບໍລິຫານ, ນັກວິຊາການ, ນັກຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດມີຄຸນສົມບັດ, ມີວິໄນ, ມີຫົວຄິດປະດິດສ້າງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ; ດໍາເນີນ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ມີມາດຕະຖານ ເພືື່ອຕອບສະໜອງນະໂຍບາຍການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ; ບໍລິການທາງດ້ານວິຊາການທີ່ມີປະສິດທິພາບ ເພືື່ອຕອບສະໜອງໃຫ້ແກ່ສັງຄົມ; ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ ຮີດຄອງປະເພນີ, ອັນດີງາມຂອງຊາດ, ພ້ອມທັງເລືອກເຟັ້ນ, ຮັບເອົາວັດທະນະທໍາທີ່ກ້າວໜ້າ ແລະ ຍອດຍິ່ງຂອງສາກົນເຂົ້າໃນການພັດທະນາ. ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການສ້າງຕັ້ງໃນປີ 1996 ໂດຍການລວມ 3 ມະຫາວິທະຍາໄລ ແລະ 7 ສະຖາບັນການສຶກສາຊັ້ນສູງທີ່ຂຶ້ນກັບຫຼາຍກະຊວງມາເປັນແຫ່ງດຽວ ຊຶ່ງເອີ້ນວ່າ ມະຫາວິທະຍາໄລແຫ່ງຊາດ. ມາເຖິງປັດຈຸບັນມີ ອາຍຸໄດ້ 28 ປີ. ມະຫາວິທະຍາໄລແຫ່ງຊາດ ປະກອບມີ 13 ຄະ ນະວິຊາ, 2 ສະຖາບັນ, 11 ຫ້ອງການ. ນອກນີ້, ຍັງມີບັນດາສູນ, ຫໍສະໝຸດກາງ ແລະ ໂຮງໝໍວິທະຍາເຂດ.
ປັດຈຸບັນ ມຊ ມີຫຼັກສູດການຮຽນການສອນ ທັງໝົດ 267 ຫຼັກສູດ. ໃນນັ້ນ, ມີ ປະລິນຍາເອກ 11 ຫຼັກສູດ, ປະລິນຍາໂທ 70 ຫຼັກສູດ, ປະລິນຍາຕີ 119 ຫຼັກສູດ, ຫຼັກສູດຕໍ່ເນືື່ອງປະລິນຍາຕີ 44 ຫຼັກສູດ ແລະ ຫຼັກສູດອະນຸປະລິນຍາ 4 ຫຼັກສູດ (ຫຼັກສູດນານາຊາດ ປະລິນຍາໂທ 1 ຫຼັກສູດ ແລະ ຫຼັກສູດນານາຊາດ ປະລິນຍາຕີ 2 ຫຼັກສູດ). ໃນປັດຈຸບັນ ມຊ ມີ ພະນັກງານ ຄູອາຈານທັງໝົດ 1.546 ທ່ານ, ຍິງ 691 ທ່ານ. ໃນນີ້, ພະນັກງານບໍ ລິຫານ 268 ທ່ານ, ຍິງ 167 ທ່ານ, ອາຈານສອນ 1.278 ທ່ານ, ຍິງ 524 ທ່ານ. ລະດັບການສຶກສາຂອງພະນັກງານ-ຄູອາຈານ ມີ ປະລິນຍາເອກ 205 ທ່ານ, ຍິງ 47 ທ່ານ, ປະລິນຍາໂທ 962 ທ່ານ, ຍິງ 452 ທ່ານ, ເໜືອປະລິນຍາຕີ 2 ທ່ານ, ປະລິນຍາຕີ 399 ທ່ານ, ຍິງ 246 ທ່ານ, ອານຸປະລິນຍາ 40 ທ່ານ, ຍິງ 30 ທ່ານ. ວິທະຍານາມມະຍົດ ສາດສະດາຈານ 5 ທ່ານ, ຍິງ 1 ທ່ານ, ຮອງສາດສະດາຈານ 79 ທ່ານ, ຍິງ 14 ທ່ານ, ອາຈານ 341 ທ່ານ, ຍິງ 133 ທ່ານ, ຜູ້ຊ່ວຍອາຈານ 322 ທ່ານ, ຍິງ 167 ທ່ານ.
ທັງນີ້, ເພືື່ອເຮັດໃຫ້ວິໄສທັດ ແລະ ພາລະກິດດັ່ງກ່າວປະກົດຜົນເປັນຈິງ, ມຊ ຍັງໄດ້ວາງຍຸດທະສາດຈະແຈ້ງ ກ່ຽວກັບວຽກງານການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ ເພືື່ອໃຫ້ແທດເໝາະກັບຈຸດພິເສດຂອງ ບ້ານເຮົາ ແລະ ໝູນໃຊ້ແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ທ່າອ່ຽງຂອງສາກົນ ເພືື່ອເປັນແນວທາງໃນດໍາເນີນການຄົ້ນຄວ້າວິທະຍາສາດ ຄື: ລົງທຶນຢ່າງມີຈຸດສຸມໃສ່ການຄົ້ນຄວ້າ, ບໍລິຫານ, ຕິດຕາມ, ກວດກາ ແລະ ປະເມີນຢ່າງເປັນລະບົບ ເພືື່ອຮັບປະກັນວ່າ ມຊ ສາມາດຕອບສະໜອງ ແລະ ຮັກສາມາດຕະຖານ ແລະ ຄຸນນະພາບການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການທີ່ສາມາດແຂ່ງຂັນໄດ້ກັບລະດັບສາກົນ; ຈະຈັດຕັ້ງສະພາວິທະຍາສາດຂະແໜງການ, ຈັດຕັ້ງເປັນກຸ່ມຄົ້ນຄວ້າ, ສູນຄົ້ນຄວ້າ, ສະມາຄົມ, ຕາມລາຍວິຊາ ແລະ ຫົວຂໍ້ຕ່າງໆ ເພືື່ອດໍາເນີນການຄົ້ນຄວ້າວິທະຍາສາດຢ່າງມີຈຸດສຸມ (Focus) ແລະ ມີລັກສະນະແຂ່ງຂັນ; ຝຶກອົບຮົມທິດສະດີ ແລະ ຕິດພັນການໃຫ້ທຶນໃນການຈັດຕັ້ງການຄົ້ນຄວ້າຕົວຈິງ ເພືື່ອສ້າງນັກຄົ້ນຄວ້າທີ່ມີຄວາມຮູ້ອັນເລິກເຊິ່ງ ສາມາດເປັນທີ່ປຶກສາ ແລະ ໃຫ້ການບໍລິການວິຊາການ, ເພືື່ອເຜີຍແຜ່ ແລະ ນໍາໃຊ້ຜົນການຄົ້ນຄວ້າເຂົ້າໄປແກ້ໄຂບັນຫາຂອງຊຸມຊົນ ແລະ ສັງຄົມໄດ້; ຮ່ວມມືກັບວິທະຍາໄລ/ມະຫາວິທະຍາໄລຕ່າງປະເທດ, ບໍລິສັດ ຫຼື ອຸດສາຫະກໍາຕ່າງປະເທດ, ເພືື່ອຄົ້ນຄວ້າວິທະຍາສາດ ແລະ ສ້າງໃຫ້ ມຊ ກາຍເປັນມະຫາວິທະຍາໄລ ທີ່ຮັບຮູ້ ແລະ ຍອມຮັບຈາກສາກົນ ແລະ ທົ່ວໂລກ; ສະໜອງການບໍລິການວິຊາການໃຫ້ແກ່ພາກລັດຖະບານ, ເອກະຊົນ ແລະ ອົງການຈັດຕັໍ້ງສາກົນອືື່ນໆ (University-Industries Linkage) ເພືື່ອຮັກສາສະເຖຍລະພາບດ້ານການເງິນ ແລະ ການກຸ້ມຕົນເອງທາງດ້ານການເງິນເທືື່ອລະກ້າວ. ຍ້ອນແນວນັ້ນ, ໃນຊຸມປີຜ່ານມາ ມຊ ຈຶ່ງສາມາດຍາດໄດ້ຜົນງານອັນໂດດເດັ່ນ ແລະ ປະສົບຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະແມ່ນຜົນສໍາເລັດໃນວຽກງານການຄົ້ນຄວ້າວິທະຍາສາດ, ຮັບວາລະສານລົງໃນລະບົບອອນລາຍ ວາລະສານ ມຊ ຈໍານວນຫຼາຍກວ່າ 500 ສະບັບ, ອະນຸມັດທຶນຄົ້ນຄວ້າ ປະຈໍາປີ ຈໍານວນຫຼາຍກວ່າ 70 ຫົວບົດ, ຮັບທຶນຈາກໂຄງການ SSHEP ປະມານ 20 ກວ່າຫົວບົດ, ຮັບທຶນຈາກກອງທຶນວິທະຍາສາດ ແລະ ເຕັກໂນໂລຊີ 20 ກວ່າຫົວບົດ. ນອກຈາກນັ້ນ, ນັກຄົ້ນຄວ້າ ນັກວິຊາການຍັງໄດ້ເຂົ້າຮ່ວມກອງປະຊຸມລະດັບຊາດ ລະດັບສາກົນ ບໍ່ຕໍ່າກວ່າ 200 ຄັ້ງ.
ສໍາລັບການສະເຫຼີມສະຫຼອງໃນປີນີ້, ມຊ ໄດ້ຈັດແບ່ງຜົນງານ ແລະ ກິດຈະກໍາອອກເປັນຫຼາຍພາກສ່ວນໃຫຍ່ ເປັນຕົ້ນແມ່ນ ພິທີເປີດງານວາງສະແດງຜະລິດຕະພັນ/ສິນຄ້າ ເພື່ອສະເຫຼີມສະຫຼອງຄະນະວິຊາ, ຫ້ອງການ, ສະຖາບັນ ແລະ ພາກທຸລະກິດຕ່າງໆ ເກືອບ 100 ຮ້ານ; ກອງປະຊຸມວິຊາການ ປະກອບດ້ວຍ 3 ກອງປະຊຸມ ທັງລະດັບຊາດ ແລະ ລະດັບສາກົນ. ນອກຈາກນີ້, ຍັງມີເວທີສົນທະນາການຄົ້ນຄວ້າວິທະຍາສາດກັບການພັດທະນາເສດຖະກິດ-ສັງຄົມ, ກິດຈະກໍາສາທິດທົດລອງດ້ານວິທະຍາສາດ ແລະ ການຂຽນບົດຄວາມວິທະຍາສາດ, ການແຂ່ງຂັນຖາມ-ຕອບ ວິທະຍາສາດ ລະດັບມັດທະຍົມຕອນປາຍ, ເວທີສົນທະນາໂອກາດ ແລະ ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງຜູ້ປະກອບການໃນ ສປປ ລາວ, ສະຫຼຸບງານສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ, ພິທີມອບໃບຍ້ອງຍໍໃຫ້ແກ່ອາຈານທີ່ໄດ້ລົງວາລະສານສາກົນ, ພິທີມອບໃບຍ້ອງຍໍໃຫ້ແກ່ຜູ້ປະກອບສ່ວນໃນງານສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ.
ນອກຈາກນີ້, ໃນໂອກາດດັ່ງກ່າວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າ ເພື່ອເປັນສິຣິມຸງຄຸນ ເປີດງານວາງສະແດງຜະລິດຕະພັນ-ສິນຄ້າ ສະເຫຼີມສະຫຼອງສອງວັນດັ່ງກ່າວຢ່າງເປັນທາງການ. ສໍາລັບງານວາງສະແດງໃນຄັ້ງນີ້, ມີຫຼາຍພາກສ່ວນໄດ້ເຂົ້າຮ່ວມນໍາເອົາຜະລິດຕະພັນ-ສິນຄ້າມາວາງສະແດງ-ຈຳໜ່າຍຫຼາຍກວ່າ 100 ຮ້ານ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ
ຂ່າວອື່ນທີ່ໜ້າສົນໃຈ

ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ

ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ

ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ

ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ

ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ

ມສ ວຽງຈັນ ຄວ້າລາງວັນຊະນະເລີດ ຖາມ-ຕອບວິທະຍາສາດ ສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 28 ປີ

ສື່ມວນຊົນ ອົງການອາວະກາດແຫ່ງຊາດຈີນ ສໍາພາດການເຄື່ອນໄຫວວຽກງານໂທລະພາບສຶກສາ-ກິລາ ກ່ຽວກັບການນໍາໃຊ້ດາວທຽມລາວແຊັດ-1 ໄລຍະການລະບາດ ໂຄວິດ-19

ສສກ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກປີ 2023-2024 ແລະ ແຜນວຽກຈຸດສຸມ ປີ 2025

ປິດສາກການແຂ່ງຂັນຢູໂດ ຊີງແຊັມທົ່ວປະເທດ ຄັ້ງທີ 13 ຂະນະທີ່ ສະໂມສອນແຂວງສະຫວັນນະເຂດ ຄອງເຈົ້າຫຼຽນຄໍາ
| Daoviet Sisomxay | ກິລາ