Skip to main content

ມສ ວຽງຈັນ ຄວ້າລາງວັນຊະນະເລີດ ຖາມ-ຕອບວິທະຍາສາດ ສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 28 ປີ

08/11/2024
ໂຮງຮຽນມັດທະຍົມສຶກສາຕອນປາຍ (ມສ) ວຽງຈັນ ສາມາດຄວ້າລາງວັນຊະນະເລີດໄປຄອງ ໃນການແຂ່ງຂັນຖາມ-ຕອບ ວິທະຍາສາດ ລະດັບມັດທະຍົມສຶກສາຕອນປາຍ ເພື່ອສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 28 ປີ.
ການແຂ່ງຂັນຖາມ-ຕອບ ວິທະຍາສາດດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ ຜ່ານມາ ທີ່ສະໂມສອນ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ສິດທິໄຊ ໄຊຍະວົງ ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິຫານວິຊາການ ມຊ, ພ້ອມດ້ວຍຄະນະກຳມະການ, ນັກແຂ່ງຂັນ, ຄູອາຈານ, ນັກຮຽນຈາກ 9 ໂຮງຮຽນໃນນະຄອນຫຼວງວຽງຈັນ (ນວ) ຕະຫຼອດຮອດພາກສ່ວນກ່ຽວຂ້ອງຢ່າງຫຼວງຫຼາຍ.
ການແຂ່ງຂັນໃນຄັ້ງນີ້, ມີໂຮງຮຽນມັດທະຍົມສຶກສາຕອນປາຍທັງໝົດ 9 ແຫ່ງ ໃນນະຄອນຫຼວງວຽງຈັນ ແຫ່ງລະ 3 ຄົນ/ທີມ ຊຶ່ງໄດ້ແບ່ງອອກເປັນ 3 ຮອບ ຄື: ຮອບທີ 1: ຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 9 ທີມ ຊຶ່ງແມ່ນຕົວແທນຈາກ 9 ໂຮງຮຽນສົ່ງເຂົ້າແຂ່ງຂັນ, ທຸກໆທີມຈະໄດ້ຕອບຄໍາຖາມທັງໝົດ 12 ຂໍ້ ເພື່ອຄັດເລືອກເອົາ 6 ທີມເຂົ້າແຂ່ງຂັນໃນຮອບທີ 2 ຕໍ່ໄປ, ຕາງໜ້າແຕ່ລະທີມຈົກຄໍາຖາມໃນແຕ່ລະຂໍ້ ແລ້ວພິທີກອນອ່ານຄໍາຖາມ ແລະ ຄໍາຕອບໃຫ້ຜູ້ເຂົ້າແຂ່ງຂັນໄດ້ຮັບຟັງ, ຫຼັງຈາກພິທີກອນອ່ານຄຳຖາມ ແລະ ຄຳຕອບສິ້ນສຸດລົງ ຜູ້ເຂົ້າແຂ່ງຂັນມີເວລາປຶກສາຫາລືກັນໃນທີມຂອງຕົນ ໂດຍໃຊ້ເວລາ 10 ວິນາທີ, ຜູ້ເຂົ້າແຂ່ງຂັນຍົກປ້າຍຄໍາຕອບທັນທີຫຼັງຈາກທີ່ໄດ້ຍິນສຽງສັນຍານເຕືອນຈາກເວລາທີ່ກໍານົດໄວ້ (ຖ້າຍົກປ້າຍຄຳຕອບຊ້າຖືວ່າສະຫຼະສິດໃນຄໍາຕອບຂໍ້ດັ່ງກ່າວ), ຜູ້ເຂົ້າແຂ່ງຂັນຍົກປ້າຍຄໍາຕອບຄ້າງໄວ້ຈົນກວ່າພິທີກອນຈະບອກໃຫ້ເອົາລົງ, ສືບຕໍ່ແຂ່ງຂັນຈົນຄົບຄໍາຖາມທັງໝົດ 12 ຂໍ້. ຫຼັງຈາກນັ້ນ, ຄະນະກໍາມະການຈະຮວບຮວມຄະແນນທັງໝົດ ແລ້ວປະກາດທີມທີ່ໄດ້ເຂົ້າຮອບທີ 2, ກໍລະນີຫຼາຍທີມມີຄະແນນເທົ່າກັນ, ຄະນະກໍາມະການໄດ້ສືບຕໍ່ຖາມຄໍາຖາມຕໍ່ໄປຈົນກວ່າໄດ້ທີມທີ່ເຂົ້າຮອບທີ 2 (ໃນຮອບນີ້ແຕ່ລະທີມມີເວລາໃນການຕອບຄຳຖາມພຽງແຕ່ 5 ວິນາທີ ເທົ່ານັ້ນ), ຮອບທີ 2 ທີມທີ່ເຂົ້າຮອບທັງໝົດ 6 ທີມ ສືບຕໍ່ແຂ່ງຂັນ ຊຶ່ງຜູ້ເຂົ້າແຂ່ງຂັນຈະໄດ້ຕອບຄຳຖາມທັງໝົດ 10 ຂໍ້, ວິທີການຕ່າງໆແມ່ນໄດ້ປະຕິບັດຄືກັບຮອບທີ 1 ໃນຮອບນີ້ແມ່ນໄດ້ຄັດເອົາຈຳນວນ 4 ທີມ ເພື່ອເຂົ້າສູ່ຮອບຊີງຊະນະເລີດ (ຮອບທີ 3), ຮອບທີ 3 ທີມທີ່ເຂົ້າຮອບທັງໝົດ 4 ທີມ ສືບຕໍ່ແຂ່ງຂັນ ຊຶ່ງຜູ້ເຂົ້າແຂ່ງຂັນຈະໄດ້ຕອບຄຳຖາມທັງໝົດ 10 ຂໍ້, ວິທີການຕ່າງໆແມ່ນໄດ້ປະຕິບັດຄືກັບຮອບທີ 1.
ຜ່ານການແຂ່ງຂັນທັງ 3 ຮອບ, ອັນດັບທີ 1 ໄດ້ແກ່ທີມຈາກໂຮງຮຽນ ມສ ວຽງຈັນ ໄດ້ຮັບລາງວັນທຶນການສຶກສາມູນຄ່າ 2 ລ້ານກີບ ພ້ອມໃບຢັ້ງຢືນ, ອັນດັບທີ 2 ແມ່ນທີມຈາກໂຮງຮຽນ ມສ ມິດຕະພາບ ວຽງຈັນ-ໂຮ່ຈິມິນ ໄດ້ຮັບລາງວັນທຶນການສຶກສາມູນຄ່າ 1,5 ລ້ານກີບ ພ້ອມໃບຢັ້ງຢືນ, ອັນດັບທີ 3 ແມ່ນທີມຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ໄດ້ຮັບລາງວັນທຶນການສຶກສາມູນຄ່າ 1 ລ້ານກີບ ພ້ອມໃບຢັ້ງຢືນ, ອັນດັບທີ 4 ໂຮງຮຽນ ມສ ເພຍວັດ ໄດ້ຮັບລາງວັນທຶນການສຶກສາມູນຄ່າ 7 ແສນກີບ ພ້ອມໃບຢັ້ງຢືນ. ໃນນັ້ນ, ຍັງມີລາງວັນຊົມເຊີຍໄດ້ຮັບທຶນການສຶກສາລາງວັນລະ 5 ແສນກີບ.
ໂດຍ ດາວຫວຽດ

ຂ່າວທີ່ກ່ຽວຂ້ອງ



ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ

ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ

ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ

ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ

ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ

ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່​ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງ​ເສີມການ​ໄປ​ສຶກສາ ທີ່​ປະ​ເທດ​ຍີ່ປຸ່ນ

ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ

ມຊ ສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ

ສື່ມວນຊົນ ອົງການອາວະກາດແຫ່ງຊາດຈີນ ສໍາພາດການເຄື່ອນໄຫວວຽກງານໂທລະພາບສຶກສາ-ກິລາ ກ່ຽວກັບການນໍາໃຊ້ດາວທຽມລາວແຊັດ-1 ໄລຍະການລະບາດ ໂຄວິດ-19

ສສກ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກປີ 2023-2024 ແລະ ແຜນວຽກຈຸດສຸມ ປີ 2025

ປິດສາກການແຂ່ງຂັນຢູໂດ ຊີງແຊັມທົ່ວປະເທດ ຄັ້ງທີ 13 ຂະນະທີ່ ສະໂມສອນແຂວງສະຫວັນນະເຂດ ຄອງເຈົ້າຫຼຽນຄໍາ