ສື່ມວນຊົນ ອົງການອາວະກາດແຫ່ງຊາດຈີນ ສໍາພາດການເຄື່ອນໄຫວວຽກງານໂທລະພາບສຶກສາ-ກິລາ ກ່ຽວກັບການນໍາໃຊ້ດາວທຽມລາວແຊັດ-1 ໄລຍະການລະບາດ ໂຄວິດ-19

ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ຫຼື ລາວແຊັດ (LAOSAT) ໄດ້ນໍາພາຄະນະສື່ມວນຊົນຈາກ ອົງການອາວະກາດແຫ່ງຊາດ ສປ ຈີນ ຫຼື ຊີເອັນເອັດເອ (CNSA) ລົງຖ່າຍທໍາ ແລະ ສໍາພາດຂໍ້ມູນກ່ຽວກັບການເຄື່ອນໄຫວວຽກງານຂອງໂທລະພາບສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະ ການນໍາໃຊ້ດາວທຽມລາວແຊັດ-1 ເຂົ້າໃນຂົງເຂດວຽກງານການສຶກສາ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ .
ໃນວັນທີ 25 ຕຸລາ ຜ່ານມາ, ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ, ນໍາພາໂດຍ ທ່ານ ນາງ ຟູ ຊຽງ ຕົງ ຜູ້ອໍານວຍການສູນໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ອົງການອາວະກາດແຫ່ງຊາດ ສປ ຈີນ, ພ້ອມດ້ວຍຄະນະ ໄດ້ພົບປະທີມງານໂທລະພາບສຶກສາ ແລະ ກິລາ ຫຼື ລາວອີເອັດທີວີ (LaoESTV) ຊຶ່ງນຳໂດຍ ທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີຮອງອຳນວຍການສູນ, ຫົວໜ້າ ແລະ ຮອງຫົວໜ້າພະແນກບໍລິຫານ ພ້ອມດ້ວຍພະນັກງານວິຊາການທັງ 2 ພາກສ່ວນເຂົ້າຮ່ວມ.
ຈາກນັ້ນ, ຄະນະຖ່າຍທໍາລາຍການຈາກອົງການອາວະກາດແຫ່ງຊາດ ສປ ຈີນ ໄດ້ສໍາພາດ ທ່ານ ສຸກສາຄອນ ສີປະເສີດ ກ່ຽວກັບການເຄື່ອນໄຫວວຽກງານຂອງໂທລະພາບສຶກສາ ແລະ ກິລາ ໃນການນໍາໃຊ້ດາວທຽມ ລາວແຊັດ-1 ໃນຫົວຂໍ້ສຳຄັນໆ ເຊັ່ນ: ສປປ ລາວ ຫຼັງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ດາວທຽມ ລາວແຊັດ ໄດ້ຕອບສະໜອງ ແລະ ເລີ່ມໃຫ້ບໍລິການການສຶກສາທາງໄກໂດຍໄວຄືແນວໃດ?; ໂຄງການສຶກສາທາງໄກມີປະໂຫຍດຫຍັງຕໍ່ການຮຽນທາງໄກ ແລະ ຕໍ່ການຜ່ອນຜັນຂອງພະຍາດ ໂຄວິດ-19 ແລະ ໃນໄລຍະປະຕິບັດງານ ໂທລະພາບສຶກສາ ແລະ ກິລາ ໄດ້ພົບສິ່ງທ້າທາຍຫຍັງແດ່?
ໃນໂອກາດນີ້, ຜູ້ອໍານວຍການ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກໍໄດ້ໃຫ້ສໍາພາດວ່າ: “ພາຍໃຕ້ການຊີ້ິ້ນໍາຂອງລັດຖະບານ ໂດຍມອບໝາຍໃຫ້ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມມືກັນ ເພື່ອຫາທາງອອກໃຫ້ແກ່ວຽກງານການສຶກສາ ທີ່ກໍາລັງໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ດັ່ງນັ້ນ, ການຈັດຕັ້ງການຮຽນການສອນທາງໄກຜ່ານລະບົບດາວທຽມ ຫຼື ຜ່ານໂທລະພາບ ຈຶ່ງເປັນທາງເລືອກຕົ້ນຕໍ ເພື່ອແນໃສ່ສ້າງເງື່ອນໄຂ ແລະ ຮັບປະກັນໃຫ້ນັກຮຽນໄດ້ເຂົ້າເຖິງການຮຽນການສອນຢ່າງເປັນປົກກະຕິ ພ້ອມທັງເປັນການສຸມໃສ່ໂຄສະນາຕ້ານ, ປ້ອງກັນ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ຈາກນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ມອບໝາຍໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍຮ່ວມກັບຫຼາຍກົມກອງທີ່ກ່ຽວຂ້ອງ ເປັນເຈົ້າການໃນການຈັດຕັ້ງອອກແບບ ແລະ ຜະລິດລາຍການການຮຽນການສອນທາງໄກ ເພື່ອເຜີຍແຜ່ຜ່ານໂທລະພາບຊ່ອງສຶກສາ-ກິລາ ຫຼື ລາວອີເອັດທີວີ (Lao ESTV) ແລະ ຜ່ານທາງສື່ອອນລາຍທຸກຮູບແບບເທົ່າທີ່ສາມາດເຮັດໄດ້. ພ້ອມດຽວກັນນັ້ນ, ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ກໍໄດ້ເລືອກບໍລິສັດດາວທຽມລາວ-ເອເຊຍ ປາຊີຟິກ ຫຼື ລາວແຊັດ (Laosat) ຊຶ່ງມີດາວທຽມລາວແຊັດ-1 ທີ່ສົ່ງຂຶ້ນສູ່ວົງໂຄຈອນມາແຕ່ປີ 2015 ແລະ ມີສະຖານີໂທລະພາບດາວທຽມເຂົ້າມາໃຫ້ການຮ່ວມມື ແລະ ຊ່ວຍເຫຼືອໃນພາລະກິດນີ້”.
ນອກຈາກນີ້, ທ່ານ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຍັງໄດ້ເນັ້ນເຖິງຄວາມສຳຄັນຂອງໂຄງການການສຶກສາທາງໄກ ຕໍ່ການຜ່ອນຜັນການແຜ່ລະບາດຂອງພະຍາດ ໂຄວິດ-19; ໃນການຫຼຸດຊ່ອງຫວ່າງດ້ານການສຶກສາ ລະຫວ່າງຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ ລວມທັງສິ່ງທ້າທາຍໃນໄລຍະປະຕິບັດວຽກງານດັ່ງກ່າວ.
ໂທລະພາບສຶກສາ ແລະ ກິລາລາວ (LaoESTV) ແລະ ລາວແຊັດ ໄດ້ມີການຮ່ວມມືກັນ ແລະ ເລີ່ມອອກອາກາດທົດລອງມາແຕ່ເດືອນພຶດສະພາ 2020 ໂດຍອອກທາງຊ່ອງ 8 ຂອງສະຖານີໂທລະພາບດາວທຽມລາວແຊັດ ທຸກໆມື້ ເລີ່ມແຕ່ເວລາ 6:00 ໂມງ ເຖິງ 22 ໂມງ ແລະ ກ້າວມາເຖິງການເຊັນສັນຍາ (MOU) ນຳກັນຢ່າງເປັນທາງການ ໃນວັນທີ 21 ກໍລະກົດ 2020 ເປັນຕົ້ນມາ ໂດຍມີມູນຄ່າສັນຍາທັງໝົດ 1.520.000 ໂດລາສະຫະລັດ ເປັນໄລຍະເວລາ 10 ປີ.
ສໍາລັບໂຄງການດາວທຽມ ລາວແຊັດ-1 (LAOSAT-1) ແມ່ນດາວທຽມສື່ສານດວງທໍາອິດ ທີ່ ສປ ຈີນຊ່ວຍລັດຖະບານ ສປປ ລາວ ສົ່ງຂຶ້ນວົງໂຄຈອນຢ່າງມີຜົນສໍາເລັດ ໃນປີ 2015 ໂດຍໄດ້ຮ່ວມທຶນກັບລັດຖະບານລາວ ສ້າງຕັ້ງບໍລິສັດດາວທຽມລາວຂຶ້ນ ຊຶ່ງແມ່ນຂີດໝາຍການຮ່ວມມື ລະຫວ່າງ ລາວ-ຈີນ ໃນຂົງເຂດເຕັກໂນໂລຊີລະດັບສູງ. ມີບົດບາດສໍາຄັນໃນການບໍລິການໃຫ້ແກ່ຂະແໜງການຕ່າງໆ ເຊັ່ນ: ຄໍ້າປະກັນການສື່ສານສຸກເສີນ, ສະໜອງການບໍລິການການສຶກສາທາງໄກ ແລະ ບໍລິການສະຫວັດດີການທາງສັງຄົມໃນໄລຍະການລະບາດຂອງພະຍາດໂຄວິດ-19, ຄໍ້າປະກັນການສື່ສານດ້ານວຽກງານຄວາມໝັ້ນຄົງຂອງຊາດ, ບໍລິການສື່ສານໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ອື່ນໆອີກດ້ວຍ.
ໂດຍ ບຸນທະວີ
ຂ່າວທີ່ກ່ຽວຂ້ອງ