ຄະນະນຳ ສສກ ຢ້ຽມຢາມ ສປ ຈີນ ສົ່ງເສີມການຮ່ວມມືດ້ານການສຶກສາ-ພາສາຈີນ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ພ້ອມດ້ວຍຄະນະ, ຜູ້ຕາງໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ໃນວັນທີ 2 ກໍລະກົດ 2024 ໂດຍອີງຕາມການເຊື້ອເຊີນຂອງສູນຮ່ວມມືພາສາຈີນ-ພາສາຕ່າງປະເທດແຫ່ງຊາດຈີນ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ.
ການເຄື່ອນໄຫວປະຕິບັດວຽກງານຂອງຄະນະນຳ ສສກ ຢູ່ ສປ ຈີນ ຄັ້ງນີ້, ແມ່ນໄດ້ເດີນທາງໄປຢ້ຽມຢາມສະຖານທູດລາວ ປະຈໍາ ສປ ຈີນ ທີ່ປັກກິ່ງ ໃນວັນທີ 3 ກໍລະກົດ 2024 ໂດຍມີທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຫຼັງຈາກນັ້ນ, ຄະນະໄດ້ເດີນທາງໄປຢ້ຽມຢາມສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຫົວໜ້າສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ, ທ່ານ ຮອງຫົວໜ້າສູນ ແລະ ທ່ານ ຮອງອະທິການບໍດີມະຫາວິທະຍາໄລຊົນເຜົ່າກວາງຊີ ພ້ອມດ້ວຍຄະນະ
ຊຶ່ງໃນໂອກາດດັ່ງກ່າວ ທ່ານ ປອ ສຳລານ ພັນຄະວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ທາງສູນໄດ້ເອົາໃຈໃສ່ຊຸກຍູ້ວຽກງານການຮຽນການສອນພາສາຈີນຢູ່ ສປປ ລາວ ໂດຍສະເພາະແມ່ນຈະໄດ້ໃຫ້ຄວາມຊ່ວຍເຫຼືອໂຄງການສຶກສາພາສາຈີນເຂົ້າຊັ້ນມັດທະຍົມສຶກສາຢູ່ ສປປ ລາວ. ນອກຈາກນັ້ນ ທ່ານ ປອ ສໍາລານ ພັນຄະວົງ ຍັງໄດ້ສະເໜີໃຫ້ສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ພິຈາລະນາໃນການເປີດສະຖາບັນຂົງຈືເພີ່ມຢູ່ໃນພາກໃຕ້ຂອງ ສປປ ລາວ ຂະນະດຽວກັນນີ້ ທາງສູນຍິນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການແລກປ່ຽນວັດທະນະທໍາລະຫວ່າງສອງຊາດ ລາວ-ຈີນ ແລະ ການສົ່ງຄູອາຈານຈີນໄປຊ່ວຍສິດສອນພາສາຈີນ, ສ້າງຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູ ແລະ ສື່ການຮຽນການສອນ ເພື່ອໃຫ້ແທດເໝາະກັບສະພາບການຮຽນການສອນຕົວຈິງ ທີ່ ສປປ ລາວ. ຫຼັງຈາກສໍາເລັດກອງປະຊຸມ, ທັງສອງຝ່າຍໄດ້ເຊັນໜັງສືເຈດຈໍານົງ ວ່າດ້ວຍການຮ່ວມມືດ້ານການສຶກສາພາສາຈີນຢູ່ຊັ້ນມັດທະຍົມສຶກສາໃນ ສປປ ລາວ.
ໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2024, ຄະນະນໍາ ສສກ ໄດ້ເດີນທາງໄປເມືອງໜານໜິງ ແລະ ໃນຕອນບ່າຍຂອງວັນດຽວກັນໄດ້ພົບປະກັບທ່ານ ອະທິການບໍດີ ມະຫາວິທະຍາໄລຊົນເຜົ່າກວາງຊີ ພ້ອມດ້ວຍຄະນະ.
ພ້ອມກັນນັ້ນ, ໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2024, ທ່ານ ປອ ສໍາລານ ພັນຄະວົງ, ທ່ານ ຮສ.ປອ ເດຊານຸລາດ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມຕໍ່ນັກສຶກສາລາວ ທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລຊົນເຜົ່າກວາງຊີ ຊຶ່ງບັນດາທ່ານໄດ້ໃຫ້ທິດທາງໃນການສຶກສາຮ່ຳຮຽນ ແລະ ການດຳລົງຊີວິດໃນຕ່າງແດນ, ທິດທາງໃນການຄົ້ນຄວ້າຮ່ຳຮຽນ, ແນະນຳປຶ້ມວ່າດ້ວຍຫຼັກການ ການນໍາໃຊ້ພາສາລາວ ທີ່ທາງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຮຽບຮຽງຂຶ້ນມາ ແລະ ຈະເປັນຫຼັກການນຳໃຊ້ພາສາລາວໃນຂອບເຂດທົ່ວປະເທດ. ໃນຕອນບ່າຍຂອງວັນດຽວກັນ, ທາງຄະນະໄດ້ພົບປະກັບຮອງປະທານເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ (ທ່ານ ຮອງເຈົ້າແຂວງ) ພ້ອມດ້ວຍຄະນະ ໂດຍມີຫົວໜ້າພະແນກສຶກສາແຂວງ, ຫົວໜ້າພະແນກຮ່ວມມືກັບຕ່າງປະເທດເຂົ້າຮ່ວມ.
ໃນການພົບປະດັ່ງກ່າວ, ທ່ານ ຮອງເຈົ້າແຂວງ ໄດ້ກ່າວວ່າ: ແຂວງກວາງຊີ ຈະສືບຕໍ່ເສີມຂະຫຍາຍ ແລະ ຊຸກຍູ້ການສຶກສາຂອງ ສປປ ລາວ ໂດຍສະເພາະໃນຂົງເຂດອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ບັນດາພື້ນຖານໂຄງລ່າງການສຶກສາຂອງ ສປປ ລາວ. ໃນຕອນທ້າຍ, ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ຜັນຂະຫຍາຍການຮ່ວມມືສອງຊາດ ລາວ-ຈີນ, ຈີນ-ລາວ ໂດຍສະເພາະໃນຂົງເຂດການສຶກສາໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ຫຼັງຈາກນັ້ນ, ໃນວັນທີ 6 ກໍລະກົດ 2024 ທາງຄະນະນໍາ ສສກ ໄດ້ເດີນທາງກັບ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ.
ຂ່າວທີ່ກ່ຽວຂ້ອງ