ພະນັກງານຫຼັກແຫຼ່ງ ສສກ ຮັບການເຜີຍແຜ່ນະໂຍບາຍປະຢັດ-ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສໍາມະນາຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໄລຍະໃໝ່ ເມື່ອວັນທີ 8 ກໍລະກົດ 2024 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ພະແນກ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຢ່າງພ້ອມພຽງ.
ໃນກອງປະຊຸມ, ໄດ້ຮັບຟັງການຜ່ານນະໂຍບາຍປະຢັດ ແລະ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໄປສູ່ພຶດຕິກໍາຕົວຈິງໃນຂະແໜງກການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອເສີມຂະຫຍາຍທິດຊີ້ນໍາຂອງພັກ ຕໍໍ່ການສ້າງເສດຖະກິດເອກະລາດເປັນເຈົົ້າຕົນເອງ ເປັນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ເພືີ່ອຂຸດຄົົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດ; ສ້າງໃຫ້ຄົນລາວ ເປັນເຈົົ້າຫຼາຍຂຶ້ນ ໃນການຮູ້ຫາເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນໍາໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີີ່ມຂຶ້ນໃໝ່ ທັງຮູ້ໃຊ້ຈ່າຍຢ່າງຄຸ້ມຄ່າ ແລະ ເກີດດອກອອກຜົນ; ສະຖານການສຶກສາ ນອກຈາກເປັນເຈົົ້າການພັດທະນາຊັບພະຍາກອນມະນຸດແລ້ວ ຍັງຕ້ອງໄດ້ພັດທະນາພື້ນຖານການຜະລິດ, ການບໍລິການ ສ້າງເປັນຜະລິດຕະພັນທີ່ຫຼາກຫຼາຍ; ຕັ້ງໜ້າຍົກສູງຈິດໃຈເອກະລາດ, ເປັນເຈົົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກບັ່ນສູງ ສູ້ຊົນສູງສຸດ ເປັນສິ່ງຕັດສິນຕົົ້ນຕໍ; ເປົ້າໝາຍທີີ່ຕ້ອງສ້າງເສດຖະກິດເອກະລາດເປັນເຈົົ້າຕົນເອງ ເຮັດໃຫ້ຄົນລາວ, ສັງຄົມລາວ ຍົກລະດັບວິຖີຊີວິດ ແລະ ວິທີທໍາມາຫາກິນແບບໃໝ່, ສາມາດເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ ເປັນຜູ້ປະກອບການທີີ່ເຂັ້ມແຂງເປັນເຈົົ້າຕົນເອງ ມີຄ່ານິຍົມສິນຄ້າລາວໃຫ້ຫຼາຍຂຶ້ນ ແລະ ຮູ້ນໍາໃຊ້ຊັບພະຍາກອນທີີ່ມີຢູ່ໃຫ້ເປັນທຶນ.
ນອກຈາກນີ້, ຍັງໄດ້ຮັບຟັງທິດທາງລວມແຕ່ນີ້ຮອດປິ 2026; ມາດຕະການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນນະໂຍບາຍປະຢັດ, ນະໂຍບາຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ປັບປຸງວິສາຫະກິດຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ຫຼຸດຜ່ອນຄວາມຊໍ້າຊ້ອນໃນການໃຫ້ບໍລິການ ເພື່ອຫຼຸດຜ່ອນລາຍຈ່າຍງົບປະມານລັດ; ປັບປຸງກົງໄກການເກັບລາຍຮັບວິຊາການໃຫ້ມີປະສິດທິພາບ, ເນັ້ນການບໍລິການໃຫ້ມີຄວາມກົມກຽວກັນລະຫວ່າງອາຊີວະສຶກສາ ແລະ ການສຶກສານອກໂຮງຮຽນ. ພ້ອມກັນນີ້, ຍັງມີການຖາມຄໍາຖາມເຈາະຈີ້ມອີກດ້ວຍ.
ໂດຍ ບົວລະພາ














