ສສກ-ບໍລິສັດ ຣາຊກຣູບ ສືບຕໍ່ຮ່ວມມືໂຄງການສຶກສາສໍາລັບເສີມສ້າງຄວາມຊໍານານເພື່ອການປະກອບອາຊີບ ໄລຍະ III

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ບໍລິສັດ ຣາຊກຣູບ ຈຳກັດ (ມະຫາຊົນ) ເຊັນບົດບັນທຶກ ແຈ້ງເຈດຈໍານົງໃຫ້ການຊ່ວຍເຫຼືອທາງດ້ານວິຊາການໃນໂຄງການການສຶກສາສໍາລັບເສີມສ້າງຄວາມຊໍານານ ເພື່ອການປະກອບອາຊີບ ໄລຍະ III ເມື່ອວັນທີ 9 ກໍລະກົດ 2024 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕິ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນິທັດ ວອນລະພົນພິພັດ ກໍາມະການຜູ້ຈັດການໃຫຍ່ ບໍລິສັດ ຣາຊກຣູບ ຈຳກັດ, ມີທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ, ທ່ານ ນະວະພົນ ຄິດສະຖຽນ ຜູ້ຊ່ວຍກໍາມະການຜູ້ຈັດການໃຫຍ່ ບໍລິຫານອົງກອນ ບໍລິສັດ ຣາຊກຣູບ ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ຣາຊກຣູບ ຈຳກັດ (ມະຫາຊົນ) ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຄີພິຍານ.
ໂຄງການດັ່ງກ່າວ, ໄດ້ເລີ່ມຕົ້ນແຕ່ປີ 2011 ເປັນຕົ້ນມາຈົນຮອດປັດຈຸບັນ ສໍາລັບໂຄງການໄລຍະ 3 ຈະໃຊ້ເວລາ 7 ປີ ເລີ່ມແຕ່ປີ 2024-2030 ລວມມູນຄ່າ 23.800.000 ບາດ ຈຸດປະສົງຂອງໂຄງການແມ່ນດໍາເນີນກິດຈະກຳພາຍໃຕ້ແຜນຍຸດທະສາດຄວາມຍືນຍົງ ພັດທະນາຊຸມຊົນ ແລະ ສັງຄົມ ໃນ ສປປ ລາວ ໃນ 4 ສາຂາວິຊາຊີບ ໄດ້ແກ່ສາຂາເຊື່ອມໂລຫະ ສ້ອມບຳລຸງ, ສາຂາວິຊາການເດີນເຄື່ອງ, ສາຂາວິຊາໄຟຟ້າ PLC ແລະ ສາຂາວິຊາ ພະລັງງານທົດແທນ ຊຶ່ງເປັນສາຂາໃໝ່ ໂດຍຈະມີການພັດທະນາຫຼັກສູດການຜະລິດໄຟຟ້າຈາກພະລັງງານແສງອາທິດ, ການຕິດຕັ້ງ ແລະ ສ້ອມບໍາລຸງ, ການຜະລິດໄຟຟ້າຈາກແສງອາທິດ ລວມເຖິງຍົກລະດັບຄວາມຮັບຮູ້ ຄວາມສາມາດຂອງບຸກຄະລາກອນ ແລະ ການປັບປຸງໂຄງສ້າງພື້ນຖານທີ່ຈຳເປັນຕໍ່ການພັດທະນາຫຼັກສູດ ສາຂາພະລັງງານທົດແທນ.
ໂອກາດນີ້ ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ກ່າວສະແດງຄວາມຍິນດີ ຖືເປັນໂຄງການຮ່ວມມືທີ່ເສີມສ້າງສາຍພົວພັນຮ່ວມຂອງສອງປະເທດ ເວົ້າລວມ ເວົ້າສະເພາະແມ່ນວຽກງານຂະແໜງການສຶກສາ ການພັດທະນາຊັບພະຍາກອນມະນຸດ ການຈັດຕັ້ງປະຕິບັດໂຄງການ ຕະຫຼອດໄລຍະ 13 ມີຜົນສໍາເລັດຫຼາຍຢ່າງ ໃນການພັດທະນາຊັບພະຍາກອນມະນຸດ ເພື່ອຕອບສະໜອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະການພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ຊຶ່ງໄດ້ມີການສະໜັບສະໜູນການຝຶກອົບຮົມຄູສອນ, ຝຶກອົບຮົມເຂັ້ມນັກສຶກສາປີສຸດທ້າຍຂອງນັກຮຽນທີ່ນອນຢູ່ໃນວິທະຍາໄລເປົ້າໝາຍຂອງໂຄງການ ເພື່ອອອກໄປປະກອບອາຊີບ, ໃຫ້ທຶນການສຶກສາແກ່ພະນັກງານ ຄູອາຈານ, ນັກຮຽນໃນລະດັບສູງຂຶ້ນ ແລະ ປະກອບອຸປະກອນເຕັກນິກໃສ່ຫ້ອງຝຶກງານ ການພັດທະນາຫຼັກສູດສື່ການຮຽນການສອນ ການປັບປຸງພື້ນຖານໂຄງລ່າງບາງສາຂາຕາມຮູບແບບການຈັດການຮຽນການສອນ ລວມໄປເຖິງການແລກປ່ຽນທາງດ້ານວິຊາການລະຫວ່າງສະຖານອາຊີວະສຶກສາ ແລະ ກຸ່ມບໍລິສັດ ຣາຊກຣູບ ຈຳກັດ (ມະຫາຊົນ) ກໍຄື ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກິດຈະກໍາອື່ນໆ.
ໂອກາດດຽວກັນ, ທ່ານ ນິທັດ ວອນລະພົນພິພັດ ໄດ້ກ່າວວ່າ: ຈາກຜົນງານການຮ່ວມມືໄລຍະຜ່ານມາ ເຫັນວ່າຫຼາຍຢ່າງໄດ້ຮັບການພັດທະນາ ແລະ ພົ້ນເດັ່ນ ຈຶ່ງຍິນດີສືບຕໍ່ໃຫ້ການສະໜັບສະໜູນໂຄງການ ໄລຍະ 3 ໃນຖານະທີ່ບໍລິສັດຂອງພວກເຮົາມີປະສົບການທາງດ້ານການພັດທະນາການຜະລິດໄຟຟ້າພະລັງງານທົດແທນ ມີຄວາມພ້ອມໃນການແບ່ງປັນປະສົບການ ແລະ ສະໜັບສະໜູນຄວາມຮູ້ກ່ຽວກັບພະລັງງານແສງອາທິດ ພະລັງງານລົມ ແລະ ອື່ນໆ ເພື່ອຮ່ວມກັນພັດທະນາຫຼັກສູດ ແລະ ບຸກຄະລາກອນສາຂາວິຊາພະລັງງານທົດແທນໃຫ້ກັບ ສປປ ລາວ.
ນອກຈາກນີ້, ໂຄງການໄລຍະ 3 ຍັງຈະໄດ້ຍົກລະດັບເປົ້າໝາຍໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ (SDGs) ໂດຍຈະເນັ້ນໃສ່ການສົ່ງເສີມຜູ້ທີ່ມີທັກສະເຕັກນິກ ແລະ ອາຊີບສໍາລັບການຈ້າງງານ ແລະ ການເປັນຜູ້ປະກອບການ ລວມທັງການຂະຫຍາຍໂອກາດດ້ານທຶນການສຶກສາ ການຝຶກອົບຮົມ ແລະ ເພີ່ມຈຳນວນຄູທີ່ມີຄຸນນະພາບ ຜ່ານການຮ່ວມມືກັບບໍລິສັດ ເພື່ອເຮັດໂຄງການມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຂ່າວທີ່ກ່ຽວຂ້ອງ