ສະຖານທູດລາວ ປະຈຳ ສສ ຫວຽດນາມ ສະຫຼຸບວຽກງານການຄຸ້ມຄອງການສຶກສາລາວ ສົກ 2023-2024 ພ້ອມວາງທິດທາງຕໍ່ໜ້າ

ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານການຄຸ້ມຄອງການສຶກສາລາວ ປະຈໍາສົກຮຽນ 2023-2024 ແລະ ວາງທິດທາງແຜນການ ສົກຮຽນ 2024-2025 ໃນວັນທີ 12 ກໍລະກົດ 2024 ທີ່ມະຫາວິທະຍາໄລ ກິວລອງ ແຂວງຫວິງລອງ ສສ ຫວຽດນາມ ໂດຍໃຫ້ກຽດເຂົ້າຮ່ວມຝ່າຍລາວມີ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຄຳຕັນ ສົມວົງ ທີ່ປຶກສາສຶກສາ-ວັດທະນະທຳ ສະຖານທູດລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍບັນດາຫົວໜ້າກົງສູນໃຫຍ່ລາວປະຈຳນະຄອນໂຮ່ຈີມິນ, ນະຄອນດາໜັງ, ຜູ້ຕາງໜ້າຈາກບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າພະແນກສຶກສາ ແລະ ກິລາແຂວງຂອງລາວ ຕະຫຼອດຮອດຜູ້ຕາງໜ້ານັກສຶກສາລາວທີ່ກຳລັງຮ່ຳຮຽນຄົ້ນຄວ້າຢູ່ ສສ ຫວຽດນາມ ຈຳນວນ 100 ກວ່າຄົນ.
ຝ່າຍຫວຽດນາມ ມີ ທ່ານ ຮສ.ປອ ຫງວຽນ ວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງພະນັກງານຫວຽດນາມ, ທ່ານ ປອ ຫງວຽນ ທິກວຽນແທັກ ຮອງປະທານສະພາປະຊາຊົນແຂວງຫວິງລອງ, ພ້ອມດ້ວຍຜູ້ອຳນວຍການມະຫາວິທະຍາໄລ ກິວລອງ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ສປປ ລາວ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອສະຫຼຸບ, ຕີລາຄາຄືນສະພາບການຄຸ້ມຄອງ, ການເຄື່ອນໄຫວ ແລະ ການຮໍ່າຮຽນຂອງນັກສຶກສາລາວ ທີ່ກຳລັງສຶກສາຮ່ຳຮຽນຢູ່ຕາມສະຖານການສຶກສາຕ່າງໆໃນທົ່ວປະເທດຂອງ ຫວຽດນາມ ໃນສົກຮຽນ 2023-2024 ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນສົກຮຽນ 2024-2025 ຊຶ່ງເປັນສົກຮຽນທີ່ມີຄວາມໝາຍສຳຄັນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນ ໃນການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໃນແຕ່ໄລຍະຂອງກະຊວງສຶກສາທິການ ແລະ ກິລາ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງພະນັກງານ ຫວຽດນາມ.
ໃນສົກຮຽນ 2023-2024 ມີນັກຮຽນ, ນັກສຶກສາລາວທີ່ກຳລັງສຶກສາຮ່ຳຮຽນຢູ່ ສສ ຫວຽດນາມ ທັງໝົດ 10.190 ຄົນ, ຍິງ 4.277 ຄົນ. ໃນນັ້ນ, ສາຍປົກຄອງມີ 8.478 ຄົນ, ຍິງ 3.911 ຄົນ, ສາຍປ້ອງກັນຄວາມສະຫງົບ 827 ຄົນ, ຍິງ 335 ຄົນ ແລະ ປ້ອງກັນຊາດ 885 ຄົນ, ຍິງ 31 ຄົນ. ທຶນລັດຖະບານມີ 3.417 ຄົນ, ຍິງ 1.431 ຄົນ, ທຶນຮ່ວມມືລະຫວ່າງແຂວງ 4.244 ຄົນ, ຍິງ 2.221 ຄົນ, ທຶນສ່ວນຕົວ 1.058 ຄົນ, ຍິງ 561 ຄົນ ແລະ ຜູ້ໃຫ້ທຶນອື່ນໆ 141 ຄົນ, ຍິງ 64 ຄົນ. ສຳເລັດການສຶກສາ ແລະ ກັບຄືນປະເທດທັງໝົດ 476 ຄົນ, ຍິງ 256 ຄົນ.
ຂ່າວ, ພາບ: ສະຖານທູດລາວ ປະຈຳ ສສ ຫວຽດນາມ
















