Skip to main content

ສວສ-ລາວແຊັດ ສືບຕໍ່ຮ່ວມມືສ້າງ ແລະ ພັດທະນາໂທລະພາບ ຊ່ອງສຶກສາ-ກິລາ

06/08/2024

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ (ລາວແຊັດ) ສືບຕໍ່ຮ່ວມມືສ້າງ ແລະ ພັດທະນາໂທລະພາບ ຊ່ອງສຶກສາ ແລະ ກິລາ (Lao ESTV) ໃຫ້ສາມາດອອກອາກາດໄດ້ແບບຖາວອນ ແລະ ຍືນຍົງ ແນໃສ່ເພື່ອຮັບປະກັນໃຫ້ແກ່ວຽກງານໂຄສະນາແນວທາງນະໂຍບາຍ ແລະ ແຜນຍຸດທະສາດພັດທະນາໃນຂົງເຂດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ນັບມື້ນັບກວ້າງຂວາງ.

ພິທີເຊັນສັນຍາດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 31 ກໍລະກົດ ຜ່ານມາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ລະຫວ່າງ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ຈ້າວ ຢາງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໂດຍການໃຫ້ກຽດເປັນສັກຂີພິຍານຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.  ນອກຈາກນີ້, ຍັງມີຮອງອຳນວຍການ ສວສ ແລະ ບັນດາຜູ້ອຳນວຍການສູນຕ່າງໆອ້ອມຂ້າງ ສວສ, ຄະນະອຳນວຍການ ແລະ ພະນັກງານບໍລິສັດ ລາວແຊັດ ຈຳນວນໜຶ່ງເຂົ້າຮ່ວມ.

ທັງນີ້, ເພື່ອສືບຕໍ່ການຮ່ວມມືລະຫວ່າງສອງຝ່າຍ ຊຶ່ງໄດ້ດຳເນີນຮ່ວມກັນມາແຕ່ປີ 2021 ແລະ ເນື່ອງຈາກເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານການສຶກສາທີ່ເປັນຮາກຖານໃຫ້ແກ່ການພັດທະນາຂອງປະເທດຊາດ ພ້ອມທັງເປັນການປູພື້ນຖານໃຫ້ແກ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກ້າວເຂົ້າສູ່ຄວາມທັນສະໄໝ ຫຼື ກ້າວເຂົ້າສູ່ການພັດທະນາການຮຽນການສອນແບບໃໝ່ ໂດຍຜ່ານທາງສື່ໂທລະພາບ ແລະ ສື່ເອເລັກໂຕຣນິກຕ່າງໆ. ດັ່ງນັ້ນ, ສວສ ແລະ ບໍລິສັດ ລາວແຊັດ ຈຶ່ງໄດ້ພ້ອມກັນສືບຕໍ່ເຊັນສັນຍາ ວ່າດ້ວຍການຮ່ວມມືສ້າງ ແລະ ພັດທະນາໂທລະພາບ ຊ່ອງສຶກສາ ແລະ ກິລາ (Lao ESTV) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃຫ້ສາມາດອອກອາກາດແບບຖາວອນ ແລະ ຍືນຍົງ ແລະ ພັດທະນາຊ່ອງທາງການຮັບຊົມ ແລະ ການເຂົ້າເຖິງໃຫ້ຫຼາກຫຼາຍ ລວມທັງຜ່ານລະບົບດາວທຽມ ແລະ ອິນເຕິເນັດ ທີ່ມີທັງຮູບແບບອອນລາຍ ແລະ ອ໊ອບລາຍ  ແນໃສ່ຂະຫຍາຍພື້ນຖານໂຄງລ່າງ ລະບົບຜະລິດເນື້ອໃນລາຍການ, ບົດຮຽນ-ບົດສອນ ລະບົບການສຶກສາທາງໄກໃຫ້ສົມບູນຂຶ້ນກວ່າເກົ່າ.

ອີງຕາມເນື້ອໃນສັນຍາ, ຝ່າຍ ສວສ ຈະຮັບຜິດຊອບກ່ຽວກັບການຈັດຜັງລາຍການອອກອາກາດ, ຜະລິດເນື້ອໃນລາຍການ, ບົດຮຽນ-ບົດສອນ ເພື່ອໃຊ້ໃນການອອກອາກາດປະຈຳວັນ, ເປັນເຈົ້າການໃນການສະເໜີຕໍ່ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍອະນຸມັດເປີດຊ່ອງສຶກສາ ແລະ ກິລາ ແລະ ແຜນການຕາມບົດວິພາກໂຄງການໃຫ້ຖືກຕ້ອງຕາມລະບຽບຫຼັກການ.

ສ່ວນທາງດ້ານບໍລິສັດ ລາວແຊັດ ຈະຮັບຜິດຊອບສະໜັບສະໜູນດ້ານເຕັກນິກ ລວມທັງເຄື່ອງອຸປະກອນຊ່ອງໂທລະພາບ ແລະ ການສົ່ງສັນຍານໂທລະພາບອອກອາກາດຜ່ານດາວທຽມຕ່າງໆ ເພື່ອໃຫ້ຊ່ອງສຶກສາ ແລະ ກິລາ ສາມາດອອກອາກາດໄດ້ຢ່າງເປັນປົກກະຕິ, ຮັບຜິດຊອບຮ່າງ ແລະ ຂຽນບົດວິພາກໂຄງການຮ່ວມມືຂອງສອງຝ່າຍ ແລະ ສະໜອງລະບົບສາຍໃຍແກ້ວຈາກ ສວສ ໄປຫາຫ້ອງສົ່ງສະຖານີດາວທຽມລາວ ເພື່ອສະດວກໃນການຮັບສົ່ງຟາຍລາຍການຕ່າງໆ.

ສັນຍາສະບັບນີ້ມີກໍານົດໃນໄລຍະເວລາ 3 ປີ, ເລີ່ມຕັ້ງແຕ່ເດືອນສິງຫາ 2024 ຈົນເຖິງເດືອນກໍລະກົດ 2027.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ