Skip to main content

ສວສ ຮັບຮອງຫຼັກສູດ-ປຶ້ມແບບຮຽນ ແລະ ຄູ່ມືພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປີທີ 7

06/08/2024

ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຄະນະກໍາມະການກວດຜ່ານ ແລະ ຮັບຮອງຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປີທີ 7 ເມື່ອວັນທີ 2 ສິງຫາ 2024 ທີ່ຫ້ອງປະຊຸມ ສວສ ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ນິຊິມູຣະ ຢູກິ(NISHIMURA Juki) ຜູ້ຕາງໜ້າຈາກສະຖານທູດປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາຄະນະ, ຜູ້ຕາງໜ້າຈາກກະຊວງ ສສກ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ, ຜູ້ອຳນວຍການ/ຮອງອຳນວຍການສູນ, ຜູ້ຊ່ຽວຊານ ຕະຫຼອດຮອດພະນັກງາານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ມະໂນລີ ດົງວັນ ຮັກສາການຜູ້ອໍານວຍການສູນສົ່ງເສີມພາສາຕ່າງປະເທດ ສວສ ກ່າວວ່າ: ອີງໃສ່ກົດໝາຍ ວ່າດ້ວຍການສຶກສາ (ສະບັບປັບປຸງ) ປີ 2015 ຂອງ ສປປ ລາວ, ມາດຕາ 41 ການຮຽນການສອນພາສາຕ່າງປະເທດ ໂດຍໄດ້ລະບຸວ່າ: ສະຖານການສຶກສາ ສາມາດຈັດຕັ້ງການຮຽນການສອນພາສາຕ່າງປະເທດ. ໃນນັ້ນ,ໃຫ້ເອົາພາສາອັງກິດເປັນວິຊາບັງຄັບ ໂດຍເລີ່່ມແຕ່ຊັ້ນປະຖົມສຶກສາປີທີ 3 ຂຶ້ນໄປ ສ່ວນພາສາອື່ນໆໃຫ້ເລືອກຮຽນ, ເລືອກສອນຕາມຄວາມເໝາະສົມ ແລະ ຕາມເງື່ອນໄຂຕົວຈິງຂອງສະຖານການສຶກສາ. ໝາຍຄວາມວ່າ ການຈັດຕັ້ງການຮຽນການສອນພາສາຕ່າງປະເທດໃນສາຍສາມັນສຶກສາ ແມ່ນເລີ່ມແຕ່ຊັ້ນປະຖົມສຶກສາປີທີ 3 ໄປຈົນເຖິງຊັ້ນມັດທະຍົມສຶກສາປີທີ 7. ໃນບັນດາພາສາຕ່າງປະເທດ ທີ 2 ພາສາຍີ່ປຸ່ນກໍເປັນໜຶ່ງໃນບັນດາເປົ້າໝາຍພາສາທີ່ກະຊວງ ສສກ ໃຫ້ຄວາມສຳຄັນ ແລະ ເປັນພາສາທີ່ໄດ້ເອົາເຂົ້າໃນຫຼັກສູດການຮຽນການສອນໃນຊັ້ນມັດທະຍົມສຶກສາ ເພື່ອເຮັດໃຫ້ນັກຮຽນລາວສາມາດສື່ສານພາສາຍີປຸ່ນໄດ້ຢ່າງຄ່ອງແຄ້ວ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ລາວ ແລະ ຢີປຸ່ນໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ທ່ານ ນາງ ມະໂນລີ ດົງວັນ ກ່າວຕື່ມອີກວ່າ: ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຮ່ວມກັບມູນນິທິຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ລິເລີ່ມສ້າງປຶ້ມແບບຮຽນ ແລະ ຄູ່ມືຄູພາສາຍີ່ປຸ່ນ ສຳລັບຊັ້ນມັດທະຍົມສຶກສາປີທີ 1 ຈົນເຖິງປີທີ 6 ນັບແຕ່ປີ 2016 ເປັນຕົ້ນມາ ແລະ ມາຮອດປັດຈຸບັນນີ້ແມ່ນໄດ້ສໍາເລັດການສ້າງປຶ້ມແບບຮຽນ ແລະ ຄູ່ມືຄູພາສາຍີ່ປຸ່ນ ສຳລັບຊັ້ນມັດທະຍົມສຶກສາ ປີທີ 7 ແລ້ວ. ສໍາລັບມືນີ້ເປັນມື້ທີ່ກວດຜ່ານ, ຮັບຮອງຫຼັກສູດປຶ້ມແບບຮຽນ ແລະ ຄູ່ມືຄູ ໃນຂັ້ນ ມ.7.

ຄຽງຄູ່ກັບການຜະລິດສື່ການຮຽນການສອນຕັ້ງແຕ່ປີ 2016 ເປັນຕັ້ນມາ ແມ່ນໄດ້ດໍາເນີນການທົດລອງສອນພາສາຍີ່ປຸ່ນ ມ.1-ມ.6 ໃນ 4 ໂຮງຮຽນເປົ້າໝາຍ ຄື: ມັດທະຍົມສຶກສາສົມບູນເພຍວັດ, ມສ ວຽງຈັນ, ມສ ໂພນທັນ ແລະ  ມສ ໜອງບອນ. ການຈັດການຮຽນການສອນໃນໄລຍະຜ່ານມາສັງເກດເຫັນວ່າ ການຮຽນການສອນນັກຮຽນ ແລະ ຄູສອນ ແມ່ນມີທ່າກ້າວທີ່ດີດ້ານຄວາມຮູ້, ທັກສະ, ວິທີການສອນໄດ້ດີ. ສ່ວນນັກຮຽນແມ່ນສາມາດຮັບຮູ້ ແລະເຂົ້າໃຈໄດ້ດີ ຊຶ່ງສະແດງອອກດ້ວຍການຜະລິດສື່ອຸປະກອນຕ່າງໆທີ່ເປັນພາສາຍີ່ປຸ່ນ ແລະ ເຫັນວ່າມີການພັດທະນາເພີ່ມຂຶ້ນໃນທຸກໆປິ. ສໍາລັບແບບຮຽນ ແລະ ຄູ່ມືຄູພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາ ປີທີ 7 ເມື່ອໄດ້ຮັບຮອງການກວດຜ່ານແລ້ວ ທາງພາກສ່ວນທີ່ກ່ຽວຂ້ອງຈະໄດ້ປັບປຸງເປັນສະບັບສົມບຸນ ແລະ ກະກຽມພິມແຈກຢາຍໃຫ້ທັນການຮຽນການສອນ ສົກຮຽນ 2024-2025 ທີ່ຈະເຖິງນີ້.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ