Skip to main content

ທ່ານ ລັດຖະມົນຕີ ສສກ ບົດຖະແຫຼງຂ່າວ ເນື່ອງໃນໂອກາດວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 59 ປີ

09/09/2024

ທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຖະແຫຼງວ່າ: ວັນທີ 8 ກັນຍາຂອງທຸກໆປີ ອົງການອຸຍແນັດສະໂກ ໄດ້ປະກາດເປັນວັນສາກົນແຫ່ງການຮຽນຮູ້ໜັງສື  ມາຮອດປີນີ້ແມ່ນຄົບຮອບ 59 ປີ (ແຕ່ວັນທີ 8/09/1965-8/09/2024) ຊຶ່ງວັນດັ່ງກ່າວ ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ກັບປະຊາຊາດໃນທົ່ວໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ, ພາດໂອກາດທາງການສຶກສາ ຊຶ່ງຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ບຸກຄົນເຫຼົ່ານັ້ນໄດ້ຮຽນຮູ້ໜັງສື, ອ່ານອອກ ຂຽນເປັນ ແລະ ຄິດໄລ່ເລກຂັ້ນພື້ນຖານໄດ້ ສາມາດນໍາເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນການດຳລົງຊີວິດຕົວຈິງເພື່ອຍົກລະດັບ ແລະ ພັດທະນາຄຸນນະພາບຊີວິດໃຫ້ດີຂຶ້ນເທື່ອລະກ້າວ.  ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ທຸກໆປະເທດທີ່ເປັນສະມາຊິກຂອງອົງການສະຫະປະຊາຊາດຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດແຜນການຮຽນຮູ້ໜັງສືໃນປະເທດຂອງຕົນ, ພ້ອມທັງໃຫ້ກໍານົດທິດທາງ, ແຜນການ, ຄາດໝາຍສູ້ຊົນ ແລະ ວິທີການຈັດການສຶກສາ ເພື່ອແນ່ໃສ່ສົ່ງເສີມການຮຽນຮູ້ໜັງສືໃນປີຕໍ່ໆໄປ.

ໃນແຕ່ລະປີ, ອົງການອຸຍແນັດສະໂກ ໄດ້ມີສານເພື່ອໃຫ້ລັດພາຄີໃຫ້ເອົາໃຈໃສ່ໃນການສົ່ງເສີມການຮຽນຮູ້ໜັງສື, ການສຶກສາເພື່ອການພັດທະນາແບບຍືນຍົງ, ການຮຽນຮູ້ຕະຫຼອດຊີວິດ ແລະ ມີຫົວຂໍ້ຄໍາຂວັນສໍາລັບວັນສາກົນແຫ່ງການຮຽນຮູ້ໜັງສື ສຳລັບປີ 2024 ໄດ້ກໍານົດຄໍາຂວັນ ດັ່ງນີ້: “ນໍາໃຊ້ຄວາມຫຼາກຫຼາຍຂອງພາສາເຂົ້າໃນການສຶກສາ: ການຮຽນຮູ້ໜັງສືຊ່ວຍເຮັດໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສ້າງສັນຕິພາບ” ການຮຽນຮູ້ໜັງສືມີຄວາມໝາຍ ຄວາມສຳຄັນ ແລະ ເປັນໃຈກາງໃນການກໍ່ສ້າງບຸກຄະລາກອນ ຊຶ່ງປະກອບດ້ວຍຄວາມຮູ້, ຄວາມສາມາດ ແລະ ທັກສະ ໃຫ້ມີຄວາມສອດຄ່ອງກັບການປ່ຽນແປງໃນໄລຍະໃໝ່ ເຮັດໃຫ້ສັງຄົມກາຍເປັນສັງຄົມແຫ່ງການຮຽນຮູ້.

ໃນລະຫ່ວາງປີ 2015 ເຖິງປີ 2023 ທົ່ວໂລກໄດ້ສໍາເລັດໂຕຊີ້ບອກຂອງເປົ້າໝາຍການພັດທະນາແບບຍືນຍົງ (SDG 4.1.2 ) ຄື: ອັດຕາການຮູ້ໜັງສືຂອງຊັ້ນປະຖົມສຶກສາເພີ່ມຂຶ້ນຈາກ 85% ເປັນ 88%, ຈາກ 74% ເປັນ 78% ໃນຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຈາກ 53% ເປັນ 59% ໃນຊັ້ນມັດທະຍົມສຶກສາຕອນປາຍ ໃນລະຫວ່າງປີ 2016-2021 ອັດຕາການຮູ້ໜັງສືຂອງໄວໜຸ່ມ ແລະ ຜູ້ໃຫຍ່ໃນທົ່ວໂລກ ໂດຍສະເພາະເກນອາຍຸ 15 ປີຂຶ້ນໄປແມ່ນເພີ່ມຂຶ້ນພຽງແຕ່ 1%, ຈາກ 86%-87%. ໃນປີ 2022, ໄວໝຸ່ມ ແລະ ຜູ້ໃຫຍ່ 1 ໃນ 7 ຄົນ ແມ່ນກືກໜັງສື ຫຼື ຍັງຂາດທັກສາພື້ນຖານການຮູ້ໜັງສື, ຍັງມີເດັກນ້ອຍຫຼາຍລ້ານຄົນຍັງບໍ່ສາມາດອ່ານ, ຂຽນ ແລະ ຄິດໄລ່ເລກຂັ້ນພື້ນຖານໄດ້ດີ ແລະ ຍັງມີເດັກນ້ອຍຈຳນວນ 250 ລ້ານຄົນ ໃນເກນອາຍຸ 6-18 ປີ ຍັງບໍ່ໄດ້ເຂົ້າໂຮງຮຽນ.

ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດເອົາການສຶກສາເປັນວຽກງານໃຈກາງໃນການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມໃຫ້ພົນລະເມືອງລາວ ແລະ ຜູ້ທີ່ອາໄສຢູ່ ສປປ ລາວ ເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ສະເໝີພາບ ແລະ ເທົ່າທຽມກັນລະຫວ່າງຕົວເມືອງ ແລະ ຊົນນະບົດ.  ແຕ່ເຖິງຢ່າງໃດກໍຕາມ, ສປປ ລາວ ຍັງມີປະຊາກອນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດຈຳນວນບໍ່ໜ້ອຍທີ່ເຂົ້າເຖິງການສຶກສາໄດ້ຍາກ, ສະພາບການຂາດແຄນຄູສອນ ແລະ ອັດຕາການປະລະຂອງນັກຮຽນໂດຍທົ່ວໄປຍັງສູງ ຊຶ່ງນີ້ກໍແມ່ນສິ່ງທ້າທາຍອັນໃຫຍ່ຫຼວງຂອງປະເທດພວກເຮົາທີ່ຈະຕ້ອງສຸມໃສ່ວຽກງານການສຶກສາ ເປັນຕົ້ນ ເພີ່ມການລົງທຶນ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ ເຖິງແມ່ນວ່າຈະຕົກຢູ່ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາໄພທຳມະຊາດທີ່ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ.

ຕໍ່ກັບສະພາບການດັ່ງກ່າວນັ້ນ, ລັດຖະບານແຫ່ງ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ  ຈະສຸມໃສ່ທຸກກຳລັງແຮງ ເພື່ອສ້າງທຸກເງື່ອນໄຂໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ, ຂະຫຍາຍການສຶກສາໄປສູ່ເຂດຫ່າງໄກສອກຫຼີກໃຫ້ທົ່ວເຖິງ, ສ້າງທຸກເງື່ອນໄຂໃຫ້ແກ່ຜູ້ຮຽນໃນກຸ່ມເປົ້າໝາຍທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ, ຜູ້ພິການໄດ້ຮັບການສຶກສາທີ່ມີຄຸນນະພາບ, ມີຄວາມສະເໝີພາບ ແລະ ເທົ່າທຽມ.

ຂ້າພະເຈົ້າ, ຂໍອະນຸຍາດຕາງໜ້າໃຫ້ແກ່ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຍ້ອງຍໍສັນລະເສີນມາຍັງຄະນະນໍາອົງການປົກຄອງແຕ່ລະຂັ້ນ, ບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງພາກລັດ ແລະ ເອກະຊົນ, ຊຸມຊົນ, ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູອາຈານ, ນັກຮຽນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການສຶກສາ, ວຽກງານການສົ່ງເສີມການຮຽນຮູ້ໜັງສື ກໍຄືການປະກອບສ່ວນຕໍ່ການຜັນຂະຫຍາຍດໍາລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ, ຂໍຂອບໃຈມາຍັງປະເທດເພື່ອນມິດ ແລະ ອົງການຈັດຕັ້ງຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຜົນສໍາເລັດໃນໄລຍະຜ່ານມາ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 59 ປີນີ້ ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງຄະນະນໍາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ຄູອາຈານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ ພ້ອມກັນກ້າວຂຶ້ນຍາດເອົາຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າໃນທຸກວຽກງານ ໂດຍສະເພາະວຽກງານການຮຽນຮູ້ໜັງສື ແລະ ບໍາລຸງຍົກລະດັບການສຶກສາໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມກັນສູ້ຊົນປະຕິບັດຄໍາຂວັນວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 59 ປີ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ພາບ-ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ