Skip to main content

ສສກ ປະກາດພະນັກງານການນໍາອອກພັກການ-ຮັບອຸດໜູນບໍານານ ພ້ອມແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ

24/09/2024

ກະຊວງສືຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດພະນັກງານການນໍາອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ເມື່ອວັນທີ 23 ກັນຍາ 2024 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍເປັນກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງລັດຖະມົນຕີ ສສກ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະອະທິການບໍດີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສໍານັກພິມ, ສູນ, ລັດວິສາຫະກິດ, ພະນັກງານ, ວິຊາການ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ໄດ້ມີການຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸັດໃຫ້ພະນັກງານການນໍາຂັ້ນຫົວໜ້າກົມ ອອກພັກການ-ຮັບອຸດໜູນບໍານານ ຈໍານວນ 7 ທ່ານ ແລະ ຜ່ານຂໍ້ຕົກລົງລັດຖະມົນຕີ ຮັກສາການຫົວໜ້າກົມ/ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການ ອອກພັກການຮັບອຸດໜູນບໍານານ ຈໍານວນ 11 ທ່ານ ທີ່ໄດ້ເຮັດສໍາເລັດໜ້າທີ່ໃນຕະຫຼອດໄລຍະຜ່ານມາ.

ພ້ອມກັນນັ້ນ, ຍັງໄດ້ປະກາດແຕ່ງຕັ້ງຫົວໜ້າກົມ/ວ່າການແທນຫົວໜ້າກົມ; ແຕ່ງຕັ້ງ ແລະ ຍົກຍ້າຍ ຮອງຫົວໜ້າກົມ ພ້ອມທັງຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ຈໍານວນ 1 ທ່ານ ກໍຄື ແຕ່ງຕັ້ງທ່ານ ຕຸດາວັນ ໜໍ່ເມືອງເສດ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ຜ່ານຂໍ້ຕົກລົງລັດຖະມົນຕີ ສສກ ວ່າດ້ວຍການແຕ່ງຕັ້ງພະນັກງານຕໍາແໜ່ງບໍລິຫານ ວ່າການແທນຫົວໜ້າກົມ ຈໍານວນ 7 ທ່ານ ຄື: ທ່ານ ນາງ ວົງເດືອນ ໂອໃສ ຮອງຫົວໜ້າກົມສ້າງຄູ ເປັນວ່າການແທນຫົວໜ້າກົມສ້າງຄູ, ທ່ານ ສີທອງ ສີຂາວ ຮອງຫົວໜ້າກົມແຜນການ ເປັນວ່າການແທນຫົວໜ້າກົມແຜນການ, ທ່ານ ນາງ ນວມຄໍາ ຈັນທະບູລີ ຮອງຫົວໜ້າກົມສາມັນສຶກສາ ເປັນວ່າການແທນຫົວໜ້າກົມສາມັນສຶກສາ, ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ເປັນວ່າການແທນຫົວໜ້າກົມການສຶກສານອກໂຮງຮຽນ, ທ່ານ ນາງ ດອກແກ້ວ ພົນທະຈິດ ຮອງຫົວໜ້າກົມກິດຈະການນັກສຶກສາ ວ່າການແທນຫົວໜ້າກົມກິດຈະການນັກສຶກສາ, ທ່ານ ວິໄລພອນ ພົມມະຫາໄຊ ຮອງຫົວໜ້າກົມອາຊີວະສຶກສາ ເປັນວ່າການແທນຫົວໜ້າກົມອາຊີວະສຶກສາ ແລະ ທ່ານ ສີຈັນ ຈິດຕະປັນຍາ ຮອງຫົວໜ້າກົມກິລາລະດັບສູງ ເປັນວ່າການແທນຫົວໜ້າກົມກິລາລະດັບສູງ.

ນອກຈາກນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຮອງຫົວໜ້າກົມ ຈໍານວນ 3 ທ່ານ ຄື: ທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການ ເປັນຮອງຜູ້ອໍານວຍການສະຖາບັນພັດທະນາການບໍລິຫານການສຶກສາ, ທ່ານ ແສງສະເດັນ ບຸນລາວົງ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ເປັນຮອງຫົວໜ້າຫ້ອງການກະຊວງ ແລະ ທ່ານ ນາງ ຈອມແພງ ວົງສາ ຮອງຫົວໜ້າກົມສ້າງຄູ ເປັນຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ແລະ ຜ່ານຂໍ້ຕົກລົງລັດຖະມົນຕີ ສສກ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຮອງຫົວໜ້າກົມ ຈໍານວນ 3 ທ່ານ ຄື:  ທ່ານ ສົມໝາຍ ສີຫາວົງ ຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມເປັນຮອງຜູ້ອໍານວຍການສໍານັກພິມສຶກສາ ແລະ ກິລາ, ທ່ານ ແສງອາລຸນ ແກ້ວໃສ ຫົວໜ້າພະແນກຄຸ້ມຄອງຂໍ້ມູນຂ່າວສານ ເປັນຮອງຫົວໜ້າກົມກິດຈະການນັກສຶກສາ ແລະ ທ່ານ ດ້າຍ ລັດຕະນະໄພວັນ ຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມ ເປັນຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ.

ພາບ-ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ