ສກມ ເລົ່າງາມ ຝຶກອົບຮົມການນຳໃຊ້ 11 ຄໍາຖາມ ແລະ ລົງກັ່ນຕອງຄວາມບົກຜ່ອງໜ້າທີ່ການຂອງເດັກອາຍຸ 3-5 ປີ
ໃນຕອນເຊົ້າວັນທີ 23 ຕຸລາ 2025 ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ເລົ່າງາມ ແຂວງສາລະວັນ ໄດ້ຈັດກອງປະຊຸມຝຶກອົບຮົມການນຳໃຊ້ 11 ຄຳຖາມ ແລະ ລົງກັ່ນຕອງຄວາມບົກຜ່ອງໜ້າທີ່ການຂອງເດັກ ອາຍຸ 3-5 ປີ ໃນເບື້ອງຕົ້ນ ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ສົມໃຈ ໄຊຍະບັນຫາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເລົ່າງາມ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມການສຶກສາກາອນໄວຮຽນ, ສູນການແພດຟື້ນຟູໜ້າທີ່ການ, ແພດຈາກໜ່ວຍງານພັດທະນາເດັກ ໂຮງໜໍເດັກແຫ່ງຊາດ, ພະແນກຫູ, ດັງ, ຄໍ ຈາກໂຮງໝໍມະໂຫສົດ, ຕາງໜ້າຈາກພະແນກສາທາລະນະສຸກແຂວງສາລະວັນ, ຫ້ອງການສາທາລະນະສຸກເມືອງເລົ່າງາມ, ນາຍບ້ານ, ສຸກສາລາ ພ້ອມດ້ວຍຄູ-ອາຈານສອນອະນຸບານ-ປະຖົມ 26 ໂຮງຮຽນເຂົ້າຮ່ວມ.

ໃນພິທີ, ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກໍໄດ້ໃຫ້ກຽດກ່າວເປີດພິທີ ແລະ ສະແດງຄຳຄິດຄຳເຫັນຕໍ່ວຽກງານການສຶກສາ ຊຶ່ງເປັນວຽກງານໜຶ່ງທີ່ສຳຄັນພັກ-ລັດຖະບານໄດ້ເອົາໃຈໃສ່ ໂດຍສະເພາະສ້າງພື້ນຖານໂຄງລ່າງ, ສ້າງບຸກຄະລາກອນເພື່ອສັບຊ້ອນເຂົ້າໃນສະຖານການສຶກສາໃຫ້ພຽງພໍ. ນອກຈາກນັ້ນແລ້ວຍັງລົງທຶນສ້າງຫຼັກສູດໃຫ້ແທດເໝາະກັບແຕ່ລະຊັ້ນຮຽນ ການຈັດການຮຽນການສອນໃນຊັ້ນຮຽນ ຊຶ່ງວຽກງານການກັ່ນຕອງຄວາມບົກຜ່ອງໜ້າທີ່ການຂອງເດັກ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2017 ເປັນຕົ້ນມາ ພາຍໃຕ້ໂຄງການການສຶກສາກ່ອນໄວຮຽນ ໂດຍໄດ້ຮັບທຶນສະໜັບສະໝູນຈາກທະນາຄານໂລກ ແລະ ໄລຍະປະຕິບັດແມ່ນ 2016-2020 ໂດຍການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ກັບ ກະຊວງສາທາລະນະສຸກ ເປັນວຽກງານໜຶ່ງທີ່ສຳຄັນ ເນັ້ນໃສ່ໃນ 4 ດ້ານ ຄື ການເບິ່ງເຫັນ, ການໄດ້ຍິນ, ການເຄື່ອນໄຫວ ແລະ ສະຕິປັນຍາ ຍ້ອນເຫັນຄວາມສໍາຄັນ ແລະ ຈໍາເປັນຄືແນວນັ້ນ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ເອົາວຽກງານດັ່ງກ່າວເຂົ້າໃນໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III) ໄລຍະ 5 ປີ 2021-2025 ເລັ່ງໃສ່ເດັກອາຍຸ 3-5 ປີ ໄດ້ຮັບການກວດກາຄວາມບົກຜ່ອງ ສ້າງໂອກາດ ແລະ ເງື່ອນໄຂໃຫ້ເດັກທີ່ມີຄວາມບົກຜ່ອງໜ້າທີ່ການ ໄດ້ຮັບການຟື້ນຟູໜ້າທີ່ການ ໃຫ້ສາມາດຊ່ວຍເຫຼືອຕົນເອງໃນການດໍາລົງຊີວິດຢ່າງສະດວກ ແລະ ເຂົ້າເຖິງການສຶກສາກ່ອນໄວຮຽນໃນທຸກຮູບແບບ ຕາມເງື່ອນໄຂແຕ່ລະທ້ອງຖິ່ນ.

ການຝຶກອົບຮົມໃນຄັ້ງນີ້ ມີ 3 ໄລຍະ ຄື : ໄລຍະທີ 1 ຝຶກອົບຮົມການນໍາໃຊ້ຄູ່ມືການກັ່ນຕອງເບື້ອງຕົ້ນໂດຍນໍາໃຊ້ 11 ຄໍາຖາມ, ໄລຍະທີ 2 ລົງກັ່ນກອງເບື້ອງຕົ້ນໂດຍນໍາໃຊ້ 11 ຄໍາຖາມ ໃນເດັກ ອາຍຸ 3-5 ປີ ແລະ ໄລຍະທີ 3 ສັງລວມຂໍ້ມູນເບື້ອງຕົ້ນໂດຍນໍາໃຊ້ 11 ຄໍາຖາມ, ພາຍຫຼັງການຝຶກອົບຮົມແລ້ວ ທາງທີມງານກໍຈະໄດ້ລົງຕິດຕາມຕົວຈິງໃນແຕ່ລະບ້ານ ແຕ່ລະໂຮງຮຽນເປົ້າໜາຍ ຈຳນວນ 26 ແຫ່ງ ກອງປະຊຸມຝຶກອົບຮົມຄັ້ງນີ້ແມ່ນດຳເນີນຈົນຮອດວັນທີ 28 ຕຸລາ 2025 ຈຶ່ງຈະສຳເລັດ.
ພາບ – ຂ່າວໂດຍ: ແຫຼັງຄຳ ບຸດນາໂຄກ ສກຂ ສາລະວັນ.