ວລ ປາກປ່າສັກ ໄຂສົກຮຽນໃໝ່ສາຂາວິຊາການຄ້າເອເລັກໂຕຣນິກ ສົກ 2025-2026

ວິທະຍາໄລ (ວລ) ເຕັກນິກປາກປ່າສັກ ຮ່ວມກັບ ວິທະຍາໄລພົນລະເຮືອນຊາງຊາ ສປ ຈີນ ໄດ້ຈັດພິທີໄຂສົກຮຽນໃໝ່ ສາຂາວິຊາການຄ້າເອເລັກໂຕຣນິກ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ, ທ່ານ ໂຈວ ລີຫົວ (Zhou Lihua) ຮອງເລຂາຄະນະພັກວິທະຍາໄລພົນລະເຮືອນຊາງຊາ ສປ ຈີນ, ທ່ານ ຊຽວ ຈີຫົງ (Xiao Jihong) ຜູ້ອຳນວຍການໃຫຍ່ ບໍລິສັດ ເຕັກໂນໂລຊີ ຫູໜານ ເຈີ້ງເຮີຊິນເຢ້ ຈຳກັດ ແລະ ທ່ານ ຮສ.ປອ ບຸນເສັງ ຄຳມູນຕີ ຜູ້ອຳນວຍການສະຖາບັນພັດທະນາອາຊີວະສຶກສາ ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກສຶກສາປີ 1-2 ຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ໂພໄຊ ບູລົມ ໄດ້ມີຄຳເຫັນກ່າວໄຂສົກຮຽນໃໝ່ບາງຕອນວ່າ: ມື້ນີ້ເປັນມື້ທີ່ພິເສດ ແລະ ເຕັມໄປດ້ວຍຄວາມ ໝາຍອັນສຳຄັນຍິ່ງ ເພາະພວກເຮົາໄດ້ມາເຕົ້າໂຮມກັນເພື່ອເປັນສັກຂີພິຍານໃນການສືບຕໍ່ ແລະ ຂະຫຍາຍຜົນສຳເລັດຂອງການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລພົນລະເຮືອນຊາງຊາ ແຫ່ງ ສປຈີນ. ໂດຍ ສປປ ລາວ ແລະ ສປ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ແມ່ນ້ຳເຊື່ອມຕໍ່ກັນ ແລະ ມີສາຍສຳພັນອັນໃກ້ຊິດສະໜິດແໜ້ນກັນມາແຕ່ດົນນານ, ການເປີດສົກຮຽນໃໝ່ຂອງສາຂາວິຊາ “ການຄ້າເອເລັກໂຕຣນິກ” ປະຈຳສົກຮຽນ 2025-2026 ພາຍໃຕ້ຂອບໂຄງການຮ່ວມມື “Laos-China Chuyi Academy” ໃນໄລຍະເວລາພິເສດນີ້ ຈຶ່ງມີຄວາມສຳຄັນຢ່າງຍິ່ງ ເພາະເປັນການຕອບສະໜອງຍຸດທະສາດການພັດທະນາສີມືແຮງງານໃຫ້ກ້າວໄປສູ່ຍຸກດິຈິຕອນ. ຊຶ່ງໃນໄລຍະເວລາ 1 ປີຜ່ານມາ ການລິເລີ່ມທີ່ສຳຄັນຂອງການຮ່ວມມືໄດ້ເລີ່ມຕົ້ນຢ່າງເປັນທາງການໃນເດືອນພະຈິກ 2024 ດ້ວຍການເປີດສາຂາວິຊາການຄ້າເອເລັກໂຕຣນິກ. ໃນປີທຳອິດ ພວກເຮົາດຳເນີນການຈັດຕັ້ງການຝຶກອົບຮົມຄູສອນພາຍໃນວິທະຍາໄລ ໂດຍການສະໜັບສະໜູນຈາກວິທະຍາໄລພົນລະເຮືອນຊາງຊາ ໃນວິຊາສະເພາະຢ່າງເປັນລະບົບ, ຊຸກຍູ້ສື່ການຮຽນການສອນ ແລະ ໃຫ້ທຶນນັກສຶກສາ ຈຳນວນ 30 ນ້ອງ, ໄດ້ຈັດສົ່ງຄູສອນພາສາຈີນ, ວິຊາສະເພາະມາສິດສອນຕະຫຼອດໄລຍະເວລາ 1 ສົກຮຽນຜ່ານມາ ຢ່າງຕໍ່ເນື່ອງ, ດ້ານການສົ່ງເສີມການຮຽນຮູ້: ບໍລິສັດ ເຕັກໂນໂລຊີ ຫູໜານ ເຈີ້ງເຮີຊິນເຢ້ ຈຳກັດ ຄູ່ຮ່ວມພັດທະນາ ກໍໄດ້ສົ່ງເສີມ ແລະ ສະໜັບສະໜູນດ້ານສິ່ງອຳນວຍຄວາມສະດວກທີ່ສຳຄັນ ລວມທັງຫ້ອງທົດລອງທີ່ທັນສະໄໝ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສຶກສາໄດ້ເຂົ້າເຖິງເນື້ອໃນບົດຮຽນໄດ້ຢ່າງເລິກເຊິ່ງ ພ້ອມທັງຮຽນຮູ້ພາສາຈີນ ແລະ ວັດທະນະທຳຢ່າງຮອບດ້ານ.
ທ່ານຜູ້ອຳນວຍການ ກ່າວອີກວ່າ: ໃນສົກຮຽນ 2025-2026 ນີ້ ພວກເຮົາໄດ້ສືບຕໍ່ໂຄງການເປັນ ຊຸດທີ 2 ໂດຍອີງໃສ່ພື້ນຖານຜົນສຳເລັດ ຂອງຊຸດທີ 1, ໃນສົກຮຽນນີ້ພວກເຮົາມີຈຳນວນນັກສຶກສາທີ່ສົນໃຈເຂົ້າຮຽນສາຂາວິຊາດັ່ງກ່າວ ຈຳນວນ 50 ນ້ອງ ທຽບໃສ່ຊຸດທີ 1 ເພີ່ມຂຶ້ນທົບເຄິ່ງ ນີ້ສະແດງໃຫ້ເຫັນເຖິງຄຸນນະພາບ ແລະ ຄວາມເຊື່ອໝັ້ນຂອງນັກສຶກສາຕໍ່ໂຄງການຮ່ວມມືຂອງພວກເຮົາ. ຊຶ່ງຜົນສຳເລັດຂອງການເປີດສົກຮຽນຄັ້ງນີ້ ເປັນໂອກາດໃນການຍົກລະດັບການຮ່ວມມືໃຫ້ເປັນຄຸນນະພາບສູງ, ຂ້າພະເຈົ້າເຊື່ອໝັ້ນວ່າພວກທັງສອງວິທະຍາໄລຈະກ້າວໄປຂ້າງໜ້າຮ່ວມກັນ ເພື່ອສ້າງບຸກຄະລາກອນທີ່ມີີຄຸນນະພາບ ແລະ ສີມືແຮງງານທີ່ໂດດເດັ່ນພ້ອມທັງພັດທະນາສາຍພົວພັນ ລາວ-ຈີນ ໃຫ້ຍືນຍົງຄົງຕົວ.
ໂອກາດດຽວກັນ, ທ່ານ ໂຈວ ລີຫົວ ໄດ້ມີຄຳເຫັນວ່າ: ປີນີ້ ເປັນປີທີສອງ ທີ່ວິທະຍາໄລ CHUYI ACADEMY ລາວ ໄດ້ເປີດການຮຽນການສອນຢ່າງເປັນທາງການ. ເມື່ອຫວນຄືນເສັ້ນທາງການກໍ່ຕັ້ງຂອງພວກເຮົາ ແມ່ນໄດ້ຮັບຜົນປະໂຫຍດຈາກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຈີນ-ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງຕະຫຼອດສິບກວ່າປີຜ່ານມາ; ໄດ້ຮັບຜົນປະໂຫຍດຈາກການຮ່ວມມືທີ່ແໜ້ນແຟ້ນ ລະຫວ່າງ ວິທະຍາໄລພົນລະເຮືອນຊາງຊາ ແລະ ວິທະຍາໄລເຕັກນິກ ປາກປ່າສັກ; ໄດ້ຮັບຜົນປະໂຫຍດຈາກການທຸ້ມເທຢ່າງສຸດກຳລັງ ຂອງຄູ-ອາຈານ ຈີນ ແລະ ລາວ ຈຶ່ງເຮັດໃຫ້ພວກເຮົາ ສາມາດສ້າງຕັ້ງຂຶ້ນມາຈາກສູນ, ຈາກຂະໜາດນ້ອຍ ຫາ ຂະໜາດໃຫຍ່, ຄ່ອຍໆພັດທະນາ ກາຍເປັນແບບຢ່າງຂອງການຮ່ວມມືສ້າງໂຮງຮຽນລະຫວ່າງ ຈີນ-ລາວ ເພື່ອສ້າງເວທີສາກົນ ໃນການບຳລຸງສ້າງບຸກຄະລາກອນດ້ານການຄ້າເອເລັກໂຕຣນິກຊຸດທຳອິດຂອງລາວ.
ສຳລັບວິທະຍາໄລ CHUYI ACADEMY ຖືເປັນວິທະຍາໄລເຕັກນິກວິຊາຊີບ ແຫ່ງທຳອິດ ຂອງແຂວງຫູໜານ ທີ່ສ້າງຕັ້ງຂຶ້ນໃນປີ 1909 ເພື່ອສືບທອດຈິດໃຈ “ຮັກຊາດ, ສະແຫວງຫາຄວາມຮູ້, ສ້າງສາທຸລະກິດ, ພັດທະນາອຸດສາຫະກຳ”. ພາລະກິດຂອງວິທະຍາໄລ CHUYI ACADEMY ແມ່ນມີຄວາມຊັດເຈນທີ່ສຸດ ນັ້ນຄືການກໍ່ສ້າງບຸກຄະລາກອນດ້ານຄ້າເອເລັກໂຕຣນິກຂອງລາວ ທີ່ທັງເຂົ້າໃຈພາສາຈີນ ແລະ ມີທັກສະວິຊາຊີບ ເພື່ອເຮັດໃຫ້ພວກເຈົ້າກາຍເປັນກຳລັງຫຼັກແຫຼ່ງ ໃນການຊຸກຍູ້ຄວາມກ້າວ ໜ້າທາງສັງຄົມ ແລະ ການພັດທະນາເສດຖະກິດຂອງລາວ.
ວັນທີ 1 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວປາໄສໃນວັນໄຂສົກຮຽນໃໝ່ວ່າ “ການສຶກສາແມ່ນການສ້າງຄົນ, ສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ, ເຄົາລົບກົດໝາຍ, ມີສຸຂະພາບແຂງແຮງ, ຮັກຄວາມກ້າວໜ້າ, ຮັກວິທະຍາສາດ, ເພື່ອກາຍເປັນຜູ້ອອກແຮງງານຄຸນນະພາບສູງ ທີ່ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່.
ດ້ວຍເຫດນີ້, ຂ້າພະເຈົ້າຫວັງວ່ານັກສຶກສາ ຈະຕັ້ງໃຈຮຽນເອົາຄວາມຮູ້, ຍຶດໝັ້ນທັດສະນະການຮຽນທີ່ມີຄວາມເຂັ້ມງວດ ແລະ ມີລະບຽບວິໄນຕໍ່ຕົນເອງ, ຈັດສັນເວລາໃນວິທະຍາໄລຢ່າງສົມເຫດສົມຜົນ, ບໍລິຫານຈັດການຕົນເອງ ແລະ ວາງແຜນການຮຽນໃຫ້ດີ; ຕ້ອງກໍ່ສ້າງຄວາມສາມາດຮອບດ້ານ ທີ່ຮູ້ຈັກຄິດໄຕ່ຕອງ ແລະ ກ້າຄິດປະດິດສ້າງໃສ່ໃນການຮຽນຫຼັກສູດ ແລະ ການປະຕິບັດຕົວຈິງ ເພື່ອສ້າງຮາກຖານການເຕີບໃຫຍ່ໃນອະນາຄົດດ້ວຍຄວາມຮູ້ ແລະ ທັກສະວິຊາສະເພາະທີ່ໜັກແໜ້ນ.
ພ້ອມນັ້ນ, ໃນພິທີຍັງວິທະຍາໄລພົນລະເຮືອນຊາງຊາ ສປ ຈີນ ຍັງໄດ້ມອບໃຫ້ກະເປົາໃຫ້ກັບນ້ອງນັກສຶກສາ ປີ 1 ຈຳນວນ 50 ນ້ອງ ແລະ ວິທະຍາໄລພົນລະເຮືອນຊາງຊາ ສປ ຈີນ ຮ່ວມກັບ ບໍລິສັດ ເຕັກໂນໂລຊີ ຫູໜານ ເຈີ້ງເຮີຊິນເຢ້ ຈຳກັດ ຄູ່ຮ່ວມພັດທະນາ ມອບຫ້ອງທົດລອງ ໃຫ້ກັບວິທະຍາໄລເຕັກນິກປາກປ່າສັກອີກດ້ວຍ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ






















