ເປີດໂຄງການຖ່າຍທຳ “ບົດເລື່ອງ ຄວາມຝັນ” ເພື່ອກະຕຸ້ນໄວໜຸ່ມຍຸກໃໝ່ ຫັນມາໃສ່ໃຈການສຶກສາຫຼາຍຂຶ້ນ

ເປີດໂຄງການຖ່າຍທຳ “ບົດເລື່ອງ ຄວາມຝັນ” ຢ່າງເປັນທາງການ ເພື່ອສ້າງສື່ໂຄສະນາເປັນການປຸກລະດົມກະຕຸກຊຸກຍູ້ສົ່ງເສີມບັນດາໄວໜຸ່ມຍຸກໃໝ່ ໃຫ້ຫັນມາໃສ່ໃຈການສຶກສາຫຼາຍຂຶ້ນ ຊຶ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.
ພິທີເປີດໂຄງການ ການຖ່າຍທຳ “ບົດເລື່ອງ ຄວາມຝັນ” ໃນຄັ້ງນີ້ ຈັດຂຶ້ນ ໃນວັນທີ 29 ຕຸລາ 2025 ທີ່ຫ້ອງປະຊຸມຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ເຂດບ້ານໂສກປ່າຫຼວງ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຫຼື ສຄຂ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຈັນທະຈອນ ສອນມະນີວົງ ຮອງຫົວໜ້າຄະນະວິສະວະກຳສາດ ແລະ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ມີບັນດາຕາງໜ້າອົງການຈັດຕັ້ງສາກົນ ກໍຄື ແຜນງານບີຄວາ, ທີມງານຖ່າຍທຳຈາກ ສຄຂ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ສຸກສາຄອນ ສີປະເສີດ ກ່າວວ່າ: ແຜນໂຄສະນານີ້ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ບອກເລົ່າເລື່ອງລາວຄວາມຈິງ ແລະ ມີອາລົມຄວາມຮູ້ສຶກຈາກຫຼາຍມູມມອງ ລວມທັງມີເລື່ອງລາວຂອງນັກຮຽນ, ພໍ່ແມ່ຜູ້ປົກຄອງ, ຄູ ແລະ ຊຸມຊົນ ເລື່ອງລາວເລົ່ານີ້ຖືກອອກແບບມາເພື່ອກະຕຸ້ນໃຫ້ນັກຮຽນສຶບຕໍ່ການສຶກສາຂອງເຂົາເຈົ້າເຮັດໃຫ້ພໍ່ແມ່ໝັ້ນໃຈກ່ຽວກັບຜົນປະໂຫຍດໄປຕະຫຼອດຊີວິດຂອງກນຮຽນ ແລະ ສັນລະເສີນການອຸທິດຕົນ ແລະ ບົດບາດສຳຄັນຂອງຄູ. ວິດິໂອທີ່ສາມທີ່ພວກເຮົາຈະເລີ່ມຖ່າຍທຳໃນມື້ນີ້ ສົ່ງເສີມໃຫ້ນັກຮຽນສືບຕໍ່ໄປ ເມື່ອຮຽນຈົບຊັ້ນປະຖົມ ແລະ ເນັ້ນໜັກເປັນພິເສດໃສ່ດ້ານວິທະຍາສາດ.
ທ່ານ ສຸກສາຄອນ ສີປະເສີດ ໃຫ້ຮູ້ອີກວ່າ: ບົດເລື່ອງນີ້ ບອກເລົ່າເຖິງເສັ້ນທາງການຮຽນທີ່ປະທັບໃຈຂອງເດັກຍິງຄົນໜຶ່ງ ຊຶ່ງລາວໄດ້ຂຽນຈົດໝາຍຫາພໍ່ແມ່ທີ່ທຸກຍາກ ລາວອ້ອນວອນໃຫ້ພໍ່ແມ່ສະໜັບສະໜູນໃຫ້ລາວສືບຕໍ່ການຮຽນດ້ວຍຄວາມຝັນທີ່ຍິ່ງໃຫຍ່ຂອງລາວ ລາວມີວິໄສທັດທີ່ຢາກກາຍເປັນນັກວິທະຍາສາດ ນັກວິສະວະກອນ ຫຼື ນັກປະດິດ ຜູ້ທີ່ຈະພັດທະນານະວັດຕະກຳໃໝ່ເພື່ອຜົນປະໂຫຍດຂອງຊຸມຊົນທີ່ລາວຢູ່ ແລະ ປະກອບສ່ວນເຂົ້າໃນຄວາມກ້າວໜ້າຂອງປະເທດຊາດ.
ເຖິງແນວໃດກໍດີ, ໃນການເປີດໂຄງການ ການຖ່າຍທຳ “ບົດເລື່ອງ ຄວາມຝັນ” ກໍເພື່ອເປັນການສ້າງສື່ໂຄສະນາ ແລະ ເປັນອີກໜຶ່ງຊອງທາງໃນການເປັນກະບອກສຽງທີ່ສຳຄັນ ແນໃສ່ໃຫ້ໄວໜຸ່ມຍຸກໃໝ່ ຫຼື ຮຸ່ນຕໍ່ໆໄປ ຫັນມາໃສ່ໃຈການສຶກສາຍິ່ງຂຶ້ນ ບໍ່ວ່າຈະເປັນໃນໂຮງຮຽນ ຫຼື ນອກໂຮງຮຽນ ເພາະການສຶກສາຖືເປັນພື້ນຖານທີ່ສຳຄັນຫຼາຍ ທີ່ຈະຊ່ວຍໃຫ້ພວກເຮົານຳໄປ ຊອກຫາອາຊີບ ວຽກເຮັດງານທຳໄດ້ຫຼາຍຂຶ້ນ ທັງການເປັນນຳມາພັດທະນາປະເທດຊາດນຳອີກ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ

















