Skip to main content

ພະນັກງານ ສສກ ແລະ ກະຊວງສາທາ ເພີ່ມທັກສະດ້ານການສຶກສາຮຽນຮ່ວມ ທີ່ ສ.ເກົາຫຼີ

30/10/2025

ພະນັກງານກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກະຊວງສາທາລະນະສຸກ ຈຳນວນ 15 ທ່ານ ໄດ້ເຂົ້າຮ່ວມໂຄງການຝຶກອົບຮົມໃນຫົວຂໍ້ “ການເສີມສ້າງຂີດຄວາມສາມາດໃນການສົ່ງເສີມການສຶກສາຮຽນຮ່ວມສຳລັບຜູ້ພິການໃນ ສປປ ລາວ” ທີ່ສາທາລະນະລັດເກົາຫຼີ ຫຼື ສ.ເກົາຫຼີ ໃນລະຫວ່າງວັນທີ 13-25 ຕຸລາ 2025, ໂດຍໃຫ້ກຽດນໍາພາ ຂອງທ່ານ ປອ ຫຸມພັນ ແກ້ວອຸ່ນຄໍາ ຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກິລາ ເປັນຫົວໜ້າຄະນະໃນການເຂົ້າຮ່ວມຝຶກອົບຮົມຄັ້ງນີ້.

 

ໂຄງການດັ່ງກ່າວນີ້ ແມ່ນການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ, ອົງການ KOICA ໂດຍສະເພາະແມ່ນ ສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ມະຫາວິທະຍາໄລ ອິນເຈ (Inje University) ເປັນຈຸດປະສານງານ ແລະ ຈັດຕັ້ງປະຕິບັດຕົວຈິງ ຊຶ່ງມີໄລຍະເວລາ 3 ປີ (2024-2026). ຈຸດປະສົງຂອງໂຄງການ ແມ່ນເພື່ອເສີມສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂອງ ສປປ ລາວ ໃນການສົ່ງເສີມ ແລະ ຈັດຕັ້ງປະຕິບັດວຽກງານການສຶກສາຮຽນຮ່ວມສຳລັບເດັກນ້ອຍພິການ ຢູ່ ສປປ ລາວ.

 

ສໍາລັບການຝຶກອົບຮົມນີ້ ແມ່ນເນັ້ນໃສ່ການຝຶກອົບຮົມຜູ້ບໍລິຫານຂັ້ນພະແນກລົງມາ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍກ່ຽວກັບນະໂຍບາຍການສຶກສາຮຽນຮ່ວມຂອງ ສ.ເກົາຫຼີ, ວິທີການສອນສຳລັບນັກຮຽນຜູ້ມີຄວາມພິການປະເພດຕ່າງໆ ແລະ ການວາງແຜນພັດທະນາຍຸດທະສາດການສຶກສາທີ່ເໝາະກັບບໍລິບົດຂອງ ສປປ ລາວ. ພ້ອມກັນນັ້ນ, ກໍຍັງໄດ້ເຂົ້າໄປຢ້ຽມຢາມສະຖານທີ່ຕ່າງໆທີ່ກ່ຽວຂ້ອງກັບວຽກງານການສຶກສາຮຽນຮ່ວມ ເຊັ່ນ: ສູນຝຶກອົບຮົມ HOPE, ສະຖາບັນແຫ່ງຊາດດ້ານການສຶກສາພິເສດ (Asan), ສະຖາບັນການສຶກສາພິເສດຂອງແຂວງ ກວາງຊັງນຳໂດ (Gyeongsangnamdo), ໂຮງຮຽນສຳລັບຜູ້ຫູໜວກ Busan Baewha ແລະ ສູນສະຫວັດດີການສຳລັບຜູ້ພິການທາງສາຍຕາຂອງແຂວງປູຊານ (Busan) ເພື່ອຮຽນຮູ້ປະສົບການຈາກການປະຕິບັດຈິງ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ນຳສະເໜີແຜນປະຕິບັດງານຂອງຕົນ ແລະ ແບ່ງປັນການຮຽນຮູ້ເພື່ອພັດທະນາການສຶກສາຮຽນຮ່ວມໃນ ສປປ ລາວ.

ໂຄງການຝຶກອົບຮົມນີ້ ໄດ້ໃຫ້ບົດຮຽນສຳຄັນໃຫ້ແກ່ ສປປ ລາວ ໃນປັບປຸງການຂະຫາຍໂອກາດການເຂົ້າເຖິງການສຶກສາສຳລັບເດັກພິການແຕ່ລະປະເພດສາຮ່ວມໃນ ສປປ ລາວ ໂດຍສະເພາະການພັດທະນາຄູ, ການປັບປຸງນະໂຍບາຍ ແລະ ຊຸກຍູ້ສົ່ງເສີມການສຶກສາຮຽນຮ່ວມໃນຕໍ່ໜ້າໃຫ້ນັບມື້ນັບດີຂຶ້ນເປັນກ້າວໆໃນການສ້າງລະບົບການສຶກສາຮຽນຮ່ວມໃຫ້ເດັກນ້ອຍທຸກຄົນ ລວມທັງເດັກພິການໃຫ້ໄດ້ມີໂອກາດຮັບການສຶກສາຢ່າງທົ່ວເຖິງ, ເທົ່າທຽມ ແລະ ມີຄຸນນະພາບ.

 

ຂຽນໂດຍ: ບົວລະພາ

ຂໍ້ມູນຂ່າວ: ກົມຮ່ວມມືກັບຕ່າງປະເທດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ