ອົງການສຸພານິມິດສາກົນ ສະຫຼຸບໂຄງການ 6 ເດືອນທ້າຍປີ 2026 ແລະ 5 ປີ (2022–2026) ຢູ່ເມືອງສະໜາມໄຊ
ວັນທີ 16 ກັນຍາ 2026, ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ອົງການສຸພານິມິດສາກົນ ປະຈຳ ສປປ ລາວ (World Vision International) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄລຍະ 6 ເດືອນທ້າຍປີ 2026 (ເມສາ-ກັນຍາ 2026) ແລະ ສະຫຼຸບຜົນງານ 5 ປີ (1 ຕຸລາ 2022 – 30 ກັນຍາ 2026), ພ້ອມທັງມີພິທີມອບໃບຍ້ອງຍໍໃຫ້ແກ່ອົງການ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ,ໂດຍການເປັນປະທານຮ່ວມຂອງ ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ແລະ ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຫ້ອງການປະສານງານ...








