Skip to main content

ສະວິດ ຄວ້າໂຄຕ້າສຸດທ້າຍ ຫຼັງຊະນະດວນລູກໂທດ ໂຄລອມບີ ຜ່ານເຂົ້າໄປພົບ ອາກຊັງຕິນ ແຊ້ມເກົ່າໃນຮອບ 8 ທີມ

ທີມຊາດ​ສະວິດເຊີແລນ ດວນຈຸດໂທດຊະນະ ໂຄລອມບີ 4-3 ຫຼັງຈາກສະເໝີກັນໃນ 120 ນາທີ 0-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ເຂົ້າໄປພົບກັບ ອາກຊັງຕິນ (ອາເຈນຕິນາ) ແຊ້ມເກົ່າ ໃນວັນອາທິດທີ 12 ກໍລະກົດນີ້. ​ສະຫຼຸບຜົນການແຂ່ງຂັນ: ສະເໝີໃນ 120 ນາທີ 0-0 ດວນຈຸດໂທດ: ສະວິດເຊີແລນ ຊະນະ 4-3 ​ ລາຍຊື່ຜູ້ຍິງຈຸດໂທດ: ​ ຮວນ ຄູອິນເຕໂຣ (Juan Quintero) ​ ກຣານິດ ຊາກາ (Granit Xhaka) ​ ດາວິນຊອນ ຊານເຊດ (Davinson Sánchez) ​ ເຊກີ ອຳດູນີ (Zeki Amdouni) ​ ຮາມິນຕັນ ແຄມປັດ (Jaminton Campaz) ​ ມານູເອວ ອາຄານຈີ (Manuel Akanji) ​ ຮວນ ເຮີນານເດດ (Juan Hernández) ​ ເຊດຣິກ ອິດເຕັນ (Cedric Itten) ​ ຫຼຸຍ ດີອາດ (Luis Díaz) ​ ຣູເບນ ວາກາດ (Ruben Vargas) ...

Continue reading

ອາກຊັງຕິນ ແຊ້ມເກົ່າໂກງຄວາມຕາຍກັບມາໄດ້ແບບຫວຸດຫວິດ ພິກແຊງຊະນະ ອີຢິບ 3-2 ຜ່ານເຂົ້າຮອບ 8 ທີມສຸດທ້າຍ

ທີມຊາດອາກຊັງຕິນ (​ອາເຈນຕິນາ) ໂຊຟອມສົມລາຄາແຊ້ມເກົ່າ ໂກງຄວາມຕາຍຫຼັງຈາກຕາມຫຼັງກ່ອນ 0-2 ແລ້ວມາໄດ້ 2 ປະຕູຕີສະເໝີຈາກ ຄຣິດຕຽນ ໂຣເມໂຣ ແລະ ລິໂອເນວ ເມດຊີ ກ່ອນຈະມາໄດ້ປະຕູໄຊໃນນາທີບາບ (ຊ່ວງທົດເວລາບາດເຈັບ) ຈາກລູກໂໝ່ງຂອງ ເອນໂຊ ເຟີນານເດດ ເຮັດໃຫ້ພິກກັບມາຊະນະ ທີມຊາດອີຢິບ ໄປໄດ້ 3-2 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ໄປລໍຖ້າພົບຜູ້ຊະນະລະຫວ່າງ ສະວິດເຊີແລນ ຫຼື ໂຄລອມບີ ໃນວັນອາທິດທີ 12 ກໍລະກົດນີ້. ​ ສະຫຼຸບການຍິງປະຕູໃນການແຂ່ງຂັນ: ​ 0-1 ຢາດເຊີ ອິບຣາຮິມ (Yasser Ibrahim) ນາທີທີ 15 ​ ລິໂອເນວ ເມດຊີ ນາທີທີ 21 (ຍິງລູກໂທດບໍ່ເຂົ້າ) ​ 0-2 ມອດຕາຟາ ຊິໂກ (Mostafa Ziko) ນາທີທີ 67 ​ 1-2 ຄຣິດຕຽນ ໂຣເມໂຣ (Cristian Romero) ນາທີທີ 79...

Continue reading

ແຂວງໄຊສົມບູນ ເປີດການແຂ່ງຂັນກິລາເປຕັງ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ ຢ່າງຟົດຟື້ນ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດພິທີເປີດການແຂ່ງຂັນກິລາເປຕັງຂຶ້ນຢ່າງເປັນຂະບວນການຟົດຟື້ນ ໃນວັນທີ 7 ກໍລະກົດນີ້ ຢູ່ທີ່ສະໜາມກິລາເປຕັງ ຂອງພະແນກສຶກສາທິການ ແລະ ກິລາ ແຂວງ, ທັງນີ້ກໍເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ໂດຍການເຂົ້າຮ່ວມຂອງ ທ່ານ ພຸດລຳໄພ ທຽມພຣະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ, ມີບັນດາຮອງຫົວໜ້າພະແນກ, ຄະນະກຳມະການຕັດສິນ ພ້ອມດ້ວຍທັບນັກກິລາ ຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ທ່ານ ສຸລັງ ພົມມະຈັນ...

Continue reading

ແຂວງຈຳປາສັກ ກຽມຈັດຫຼາຍກິດຈະກຳ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ ກາງເດືອນກໍລະກົດນີ້

ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ກຽມຈັດຫຼາຍກິດຈະກຳ ໂດຍສະເພາະແມ່ນການແຂ່ງຂັນມວຍ ມິດຕະພາບ ລາວ-ກຳປູເຈຍ, ແຂ່ງຂັນກິລາກະຕໍ້, ກິລາເປຕັງ ແລ່ນ ໄລຍະ 3 ກິໂລແມັດ ຫາ 7 ກິໂລແມັດ ພ້ອມທັງຈັດບູ໊ດວາງສະແດງສິນຄ້າຕ່າງໆ ໃນລະຫວ່າງວັນທີ 12-13 ກໍລະກົດນີ້ ເນື່ອງໃນໂອກາດສ້າງຂະບວນການປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ໃຫ້ເປັນຂະບວນການຟົດຟື້ນ ເບີກບານ ແລະ ມ່ວນຊື່ນ. ທ່ານ ໂພໄຊ ວົງຄໍາຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ທາງ ສກຂ ຈຳປາສັກ ພວກເຮົາໄດ້ມີການຖະແຫຼງຂ່າວແຈ້ງການໃຫ້ມວນຊົນຊາວແຂວງຈຳປາສັກ...

Continue reading

ຮອງລັດຖະມົນຕີ ສສກ ລົງຢ້ຽມຢາມ ແລະ ຕິດຕາມບັ້ນສອບເສັງຈົບຊັ້ນ ມ.7 ບໍາລຸງ ຢູ່ສູນສອບເສັງ ວິທະຍາໄລສິລະປະແຫ່ງຊາດ

ໃນວັນທີ 7 ກໍລະກົດ 2026, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດຕາມກວດກາຄວາມເປັນລະບຽບຮຽບຮ້ອຍ ໃນການດຳເນີນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ບໍາລຸງ ສົກຮຽນ 2025-2026 ຢູ່ທີ່ສູນສອບເສັງ ວິທະຍາໄລສິລະປະແຫ່ງຊາດ ໂດຍການໃຫ້ກຽດຕ້ອນຮັບການລົງຢ້ຽມຢາມໃນຄັ້ງນີ້ຂອງ ທ່ານ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ພ້ອມດ້ວຍຄະນະອໍານວຍການ, ຄະນະນໍາພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະກຳມະການສອບເສັງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ປອ ນາງ...

Continue reading

ເຍົາວະຊົນ “ເບ ສະຫວັນ ເອັບຊີ” ກັບເຖິງບ້ານເກີດຢ່າງປອດໄພ ຫຼັງຄວ້າແຊ້ມບານເຕະນານາຊາດ ທີ່ຊຽງໃໝ່ ພ້ອມກຽມລຸຍຕໍ່ ທີ່ ສປ ຈີນ

ທີມນັກກິລາເຍົາວະຊົນ ສະໂມສອນ ເບ ສະຫວັນ ເອັບຊີ (Be Savan FC) ໄດ້ເດີນທາງກັບຄືນເຖິງບ້ານເກີດເມືອງນອນ ທີ່ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ໃນຄໍ່າຄືນວັນທີ 6 ກໍລະກົດ ຜ່ານມາ ທີ່ດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 (ເມືອງຫາດຊາຍຟອງ), ຫຼັງຈາກສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າແຊ້ມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸບໍ່ເກີນ 10 ປີ (U10) ທີ່ແຂວງຊຽງໃໝ່ ປະເທດໄທ ພ້ອມທັງຄວ້າໂຄຕ້າເຂົ້າຮ່ວມການແຂ່ງຂັນ ທີ່ປະເທດສິງກະໂປ. ການເດີນທາງກັບໃນຄັ້ງນີ້ ທັບນັກກິລາທຸກຄົນກໍສາມາດເດີນທາງກັບເຖິງຈຸດໝາຍຢ່າງສະຫວັດດິພາບ...

Continue reading

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ ສົກຮຽນ 2025-2026 ໃນ 8 ແຂວງເປົ້າໝາຍ

ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ 2026 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ, ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ປະທານສະຫະພັນຊາວໜຸ່ມລາວ...

Continue reading

ແບນຊິກ ໄລ່ຖະຫຼົ່ມ ສະຫະລັດອາເມຣິກາ ເຈົ້າພາບຮ່ວມ 4-1 ຈອດປ້າຍພຽງຮອບ 16 ທີມສຸດທ້າຍ

ຊານ ເດ ເຄເຕລາເລີ ຍິງ 2 ປະຕູ ບວກກັບ ຮານ ຟານາເກັນ ແລະ ໂຣເມລູ ລູກາກູ ຊ່ວຍໃຫ້ ທີມຊາດແບນຊິກ (ເບວຢ້ຽມ) ເອົາຊະນະ ສະຫະລັດອາເມຣິກາ 4-1 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ໄປພົບກັບ ແອັດສະປາຍ (ສະເປນ) ໃນວັນເສົາທີ 11 ກໍລະກົດ 2026. ໃນຂະນະທີ່ ສະຫະລັດອາເມຣິກາ ຍັງຄົງມີສະຖິຕິທີ່ບໍ່ໜ້າຈົດຈໍາ ໂດຍຕົກຮອບ 16 ທີມສຸດທ້າຍ 4 ສະໄໝຕິດຕໍ່ກັນ.ໄຮໄລ້ຂອງເກມ: 0-1 ຊານ ເດ ເຄເຕລາເລີ ນາທີທີ 9 1-1 ມາລິກ ທິວແມນ ນາທີທີ 31 1-2 ຊານ ເດ ເຄເຕລາເລີ ນາທີທີ 33 1-3 ຮານ ຟານາເກັນ ນาທີທີ 57 1-4 ໂຣເມລູ ລູກາກູ ນາທີທີ 90+3

Continue reading