Skip to main content

ສົກຮຽນນີ້, ມສ ໂພນໄຊ ສຸມໃສ່ການປັບປຸງການສິດສອນຂອງຄູ-ອາຈານ ເພື່ອສ້າງນັກຮຽນໃຫ້ມີຄຸນນະພາບ

ທ່ານ ບາລີ ສໍປະເສີດ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ (ມສ)​ ໂພນໄຊ ແຂວງຈຳປາສັກ​ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ໃນສົກຮຽນ​ 2025​-​2026​ ນີ້,​ ໂຮງຮຽນພວກເຮົາ​ ຈະສຸມໃສ່ປັບປຸງຄຸນນະພາບການສິດສອນຂອງຄູ​-ອາຈານໃຫ້ດີລື່ນເກົ່າໃນແຕ່ລະວິຊາ,​ ຄູແຕ່ລະຄົນຕ້ອງໄດ້ນິເທດໃຫ້ມີຄວາມເຂົ້າໃຈໃນວິຊາທີ່ຕົນຮັບຜິດຊອບ​ຢ່າງເລິກເຊິ່ງ ເພື່ອນໍາໄປສິດສອນນັກຮຽນໃຫ້ຮັບຮູ້ເຂົ້າໃຈຢ່າງວ່ອງໄວ.​ ພ້ອມນັ້ນ​ ກໍມີການສົນທະນາແລກປ່ຽນຖອດຖອນບົດຮຽນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອຊ່ວຍກັນປັບປຸງແກ້ໄຂຂໍ້ຂາດຕົກບົກຜ່ອງ​ ໃຫ້ດີຂຶ້ນ​ເລື້ອຍໆ.​ ຄຽງຄູ່ກັນນີ້ ຍັງຈະສຸມໃສ່ການບໍາລຸງສ້າງນັກຮຽນເກັ່ງ ຂັ້ນ ມ.​4 ແລະ​ ມ.​7,​ ສຸມໃສ່ການການໄຫວວຽກງານກິລາ,​ ສິລະປະ​ ແລະ​...

Continue reading

ມສ ພຣະສົງ ສາລະວັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ໂຮງຮຽນມັດທະຍົມສົມບູນພຣະສົງສາລະວັນ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 19947 ຕຸລາ 2025) ໃນວັນທີ 22 ຕຸລາ 2025 ຢູ່ທີ່ວັດກາງ ເມືອງ ແລະ ແຂວງສາລະວັນ, ດ້ວຍຄວາມເມດຕາເຂົ້າຮ່ວມຂອງ ພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ປະທານອົງການພຸດທະສາດສະໜາສັມພັນລາວ (ອພສ) ແຂວງສາລະວັນ, ມີບັນດາພຣະເຖລະນຸເຖລະ, ຜູ້ອຳນວຍການໂຮງຮຽນ ມ.ຕົ້ນ ພຣະສົງ ທົ່ວແຂວງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຄູ-ອາຈານພາຍໃນໂຮງຮຽນ ແລະ ນັກຮຽນ ຢ່າງພ້ອມພຽງ. ໃນພິທີ, ພຣະອາຈານ ອາທິດ ພອນນິຕາ ຜູ້ອຳນວຍການໂຮງຮຽນ ມສ ພຣະສົງສາລະວັນ...

Continue reading

ສກມ ຊົນນະບູລີ ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທົ່ວເມືອງ ສົກຮຽນ 2024-2025

ຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທົ່ວເມືອງ ປະຈໍາສົກຮຽນ 2024-2025 ແລະ ທິດທາງແຜນການ ປະຈໍາສົກຮຽນ 2025-2026 ໃນວັນທີ 21 ຕຸລາ 2025 ທີ່ຫ້ອງການດັ່ງກ່າວ, ໂດຍມີ ທ່ານ ປຸນລະນາກ ວັນນະລາດ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ກໍລະກັນ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະພັດທະນາການສຶກສາຂັ້ນເມືອງ, ຂັ້ນບ້ານ ແລະ ຜູ້ບໍລິຫານການສຶກສາໃນທົ່ວເມືອງເຂົ້າຮ່ວມ. ໃນກອງປະຊຸມ,...

Continue reading

ປູກຈິດສໍານຶກ ດ້ານຄວາມປອດໄພທາງຫຼວງ ໃຫ້ນັກຮຽນ ຢູ່ເມືອງໄຊ

ຄະນະກຳມະການ ດ້ານຄວາມປອດໄພທາງຫຼວງແຂວງອຸດົມໄຊ ນໍາໂດຍ ທ່ານ ຄຳເຜົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍເຈົ້າໜ້າທີ່ຈະລາຈອນ ແລະ ອົງການຈັດຕັ້ງມະຫາຊົນ ລົງເຄື່ອນໄຫວ ໂຄສະນາ, ເຜີຍແຜ່ ປູກຈິດສໍານຶກ ແລະ ການບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ ຢູ່ ໂຮງຮຽນ ມັດທະຍົມສົມບູນນໍ້າແຫງ ແລະ ໂຮງຮຽນມັດທະຍົມຕອນຕົ້ນນາງາມ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 20 ຕຸລາ 2025. ການລົງເຜີຍແຜ່ຄັ້ງນີ້, ທີມງານກອງເລຂາຄວາມປອດໄພທາງຫຼວງ ໄດ້ນໍາສະເໜີ ກ່ຽວກັບກົດລະບຽບການຈະລາຈອນ, ເຕັກນິກການຂັບຂີ່ຍານພາຫະນະປະເພດຕ່າງໆ ແລະ ການນໍາໃຊ້ເສັ້ນທາງທີ່ຖືກຕ້ອງ ແລະ ປອດໄພ, ສາຍເຫດ ແລະ ການແກ້ໄຂການເກີດອຸບັດເຫດ, ຜົນເສຍຫາຍ...

Continue reading

ຄະນະນຳ ສກຂ ຫຼວງນ້ຳທາ ໂອ້ລົມນັກຮຽນທີ່ຈະໄປສຶກສາຕໍ່ ສສ ຫວຽດນາມ ສົກຮຽນ 2025-2026

ໃນຕອນແລງວັນທີ 22 ຕຸລາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີໂອ້ລົມນັກຮຽນທີ່ຈະໄປສຶກສາຕໍ່ ສສ ຫວຽດນາມ, ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວ ເຊືອຍສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງນ້ຳທາ, ມີພະນັກງານວິຊາການທີ່ກ້ຽວຂ້ອງ, ພໍ່ແມ່ນັກຮຽນ ແລະ ນັກຮຽນເຂົ້າທັງໝົດ 50 ກວ່າຄົນ. ໃນພິທີ, ທ່ານ ຄໍາແກ້ວ ສາຍນໍ້າຮອຍ ຫົວໜ້າຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນຜູ້ຮັບຜິດຊອບຈັດສົ່ງນັກສຶກສາໄປຮຽນຕໍ່ ສສ ຫວຽດນາມ ໄດ້ແນະນຳການເກັບຮັກສາຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ, ພາດສະປອດ (ໜັງສືເດີນທາງ) ແລະ ເອກະສານອື່ນໆ...

Continue reading

ຮອງລັດຖະມົນຕີ ສສກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງລະຄອນເພັງ ແຂວງສາລະວັນ

ໃນຕອນເຊົ້າວັນທີ 22 ຕຸລາ 2025, ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງລະຄອນເພັງ ແຂວງສາລະວັນ, ໂດຍການຕ້ອນຮັບຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ທ່ານ ໄຊຊະນະ ສີສະຫວັດ ປະທານຄະນະກຳມະການປົກຄອງເມືອງລະຄອນເພັງ ແລະ ທ່ານ ກັນຍາ ໄຊຍະໂອຊະ ຫົວຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍບັນດາຫົວໜ້າຫ້ອງການຂົງເຂດວັດທະນະທຳ-ສັງຄົມ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ທົ່ວເມືອງລະຄອນເພັງ ເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ກັນຍາ ໄຊຍະໂອຊະ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາວຽກງານການສຶກສາ ສົກຮຽນ 2024-2025 ແລະ ທິດທາງ...

Continue reading

ໄອ-ສະປອດ ມອບເຄື່ອງກິລາ ໃຫ້ນັກກິລາບານເຕະຍິງ ນະຄອນຫຼວງ ຊຸດກຽມປ້ອງກັນແຊ໋ມຫຼຽນຄຳ ສະໄໝທີ 7 ງານກິລາແຫ່ງຊາດ

ຮ້ານຜະລິດ ແລະ ຈຳໜ່າຍເຄື່ອງກິລາພິມລາຍ ໄອ-ສະປອດ (Ai-Sport) ໃຫ້ການສະໜັບສະໜູນຊຸດຝຶກຊ້ອມກິລາບານເຕະຍິງ ຈຳນວນ 30 ຊຸດ ມູນຄ່າ 6 ລ້ານກີບ ໃຫ້ແກ່ທັບນັກກິລາບານເຕະຍິງ ນະຄອນຫຼວງວຽງຈັນ ຫຼື ນວ ເພື່ອກຽມຄວາມພ້ອມປ້ອງກັນແຊ໋ມຫຼຽນຄຳ ສະໄໝທີ 7 ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້. ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2025 ທີ່ສະໜາກິລາບານເຕະຫຍ້າທຽມ ລ້ານຊ້າງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນການກ່າວມອບໂດຍທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຜະລິດ ແລະ ຈຳໜ່າຍເຄື່ອງກິລາພິມລາຍ ໄອ-ສະປອດ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ບຸນມີ ໄຊຍະວົງ...

Continue reading

ວິດີໂອການພັດທະນາຄູ 2 ຕອນໃໝ່ ເພື່ອຊ່ວຍໃຫ້ຄູມີຄວາມໝັ້ນໃຈໃນການນຳໃຊ້ “7 ຂັ້ນຕອນ” ການສອນພາສາລາວ

ເພື່ອສ້າງຄວາມເຂັ້ມແຂງດ້ານການຮູ້ໜັງສືໃຫ້ນັກຮຽນຊັ້ນປະຖົມໃນໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ອອກວິດີໂອສຳລັບການພັດທະນາຄູ 2 ຕອນໃໝ່. ຊຶ່ງວິດີໂອຫຼ້າສຸດນີ້ ໄດ້ຊ່ວຍຄູສອນຂັ້ນ ປ. 1 ນຳໃຊ້ໜຶ່ງໃນວິທີການໃໝ່ໃນປຶ້ມຄູ່ມືຄູວິຊາພາສາລາວ ສະບັບປັບປຸງໃໝ່ ທີ່ເອີ້ນວ່າ: “7 ຂັ້ນຕອນ” ໃນການຮຽນພາສາລາວ. ວິດີໂອຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ສອດຄ່ອງກັບຊຸດອຸປະກອນທີ່ສ້າງຂຶ້ນໂດຍກົມສ້າງຄູ ເພື່ອສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ. ປື້ມຄູ່ມືຄູວິຊາພາສາລາວຂັ້ນ ປ.1 ສະບັບປັບປຸງໃໝ່ ແມ່ນໄດ້ພິມອອກໃນສົກຮຽນ 2024-2025...

Continue reading