ສົກຮຽນນີ້, ມສ ໂພນໄຊ ສຸມໃສ່ການປັບປຸງການສິດສອນຂອງຄູ-ອາຈານ ເພື່ອສ້າງນັກຮຽນໃຫ້ມີຄຸນນະພາບ
ທ່ານ ບາລີ ສໍປະເສີດ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ (ມສ) ໂພນໄຊ ແຂວງຈຳປາສັກ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ໃນສົກຮຽນ 2025-2026 ນີ້, ໂຮງຮຽນພວກເຮົາ ຈະສຸມໃສ່ປັບປຸງຄຸນນະພາບການສິດສອນຂອງຄູ-ອາຈານໃຫ້ດີລື່ນເກົ່າໃນແຕ່ລະວິຊາ, ຄູແຕ່ລະຄົນຕ້ອງໄດ້ນິເທດໃຫ້ມີຄວາມເຂົ້າໃຈໃນວິຊາທີ່ຕົນຮັບຜິດຊອບຢ່າງເລິກເຊິ່ງ ເພື່ອນໍາໄປສິດສອນນັກຮຽນໃຫ້ຮັບຮູ້ເຂົ້າໃຈຢ່າງວ່ອງໄວ. ພ້ອມນັ້ນ ກໍມີການສົນທະນາແລກປ່ຽນຖອດຖອນບົດຮຽນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອຊ່ວຍກັນປັບປຸງແກ້ໄຂຂໍ້ຂາດຕົກບົກຜ່ອງ ໃຫ້ດີຂຶ້ນເລື້ອຍໆ. ຄຽງຄູ່ກັນນີ້ ຍັງຈະສຸມໃສ່ການບໍາລຸງສ້າງນັກຮຽນເກັ່ງ ຂັ້ນ ມ.4 ແລະ ມ.7, ສຸມໃສ່ການການໄຫວວຽກງານກິລາ, ສິລະປະ ແລະ ການອະນຸລັກປົກປັກຮັກສາສິ່ງແວດລ້ອມພາຍໃນໂຮງຮຽນໃຫ້ມີຄວາມສະອາດສວຍງາມ. ນອກນີ້ ຍັງໄດ້ເອົາໃຈໃສ່ປັບປຸງອາຄານຮຽນ ໃຫ້ໄດ້ມາດຕະຖານ, ສັບຊ້ອນນັກຮຽນໃສ່ຫ້ອງຮຽນໃຫ້ມີອັດຕາສ່ວນທີ່ເໝາະ, ຈັດສັນປື້ມຕໍາລາຮຽນ ຕະຫຼອດຮອດພະນັກງານ, ຄູ-ອາຈານ, ຈັດສັນຕາຕະລາງການຮຽນ-ການສອນ, ການຈັດແບ່ງຊົ່ວໂມງຕາມສັດສ່ວນ. ນອກນີ້ ກໍໄດ້ສ້າງຫ້ອງພັກໃຫ້ຄູ 1 ຫ້ອງ, ສ້ອມແປງໂຕະ, ຕັ້ງ, ປະຕູຫ້ອງຮຽນ, ກະດານ, ລະບົບໄຟຟ້າ, ນໍ້າປະປາ, ພັດລົມຄົບຊຸດ, ຫ້ອງນໍ້າຍິງ-ຊາຍ ແລະ ສ້ອມແປງຮົ້ວອ້ອມໂຮງຮຽນໃຫ້ຢູ່ໃນສະພາບດີ ແໜ້ນໜາຖາວອນ ພ້ອມທັງມີການປ້ອງກັນເວນຍາມ ໂດຍມີພະນັກງານຮັກສາຄວາມປອດໄພ ປະຈໍາການຕະຫຼອດເວລາ ທັງເປັນຜູ້ດູແລເບິ່ງແຍງກວດກາຄວາມເປັນລະບຽບຮຽບຮ້ອຍ, ການເຂົ້າອອກຂອງນັກຮຽນ.

ທ່ານ ບາລີ ສໍປະເສີດ ໃຫ້ຮູ້ຕື່ມວ່າ: ໂຮງຮຽນ ມສ ໂພນໄຊ ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ, ປັດຈຸບັນມີພະນັກງານ, ຄູ - ອາຈານທັງໝົດ 85 ທ່ານ, ຍິງ 59 ທ່ານ, ໃນນັ້ນຄູສອນ 84 ທ່ານ, ຍິງ 58 ທ່ານ, ບໍລິຫານ 1 ທ່ານ (ຍິງ), ຈໍານວນນັກຮຽນທັງໝົດ 2.074 ຄົນ, ຍິງ 1.072 ຄົນ, ມີຫ້ອງຮຽນ 47 ຫອ້ງແບ່ງເປັນ 2 ສາຍຮຽນ, ມີຫ້ອງທົ່ວໄປ ແລະ ຫ້ອງຮຽນຮວ່ມ 2 ພາສາ (ຫ້ອງບີແລັງ) ຊຶ່ງຮຽນພາສາຝຣັ່ງ ຈໍານວນ 13 ຫອ້ງແຕ່ຊັ້ນ ມ.1-ມ.7, ມີນັກຮຽນ 452 ຄົນ, ຍິງ 236 ຄົນ, ມີຄູສອນ 17 ທ່ານ , ຍິງ 7 ທ່ານ. ສໍາລັບຫ້ອງທົ່ວໄປທາງໂຮງຮຽນໄດ້ຈັດໃຫ້ມີຫ້ອງພອນສະຫວັນ ມ.1-ມ.7, ມີ 7 ຫ້ອງ, ມີນັກຮຽນທີ່ເຂົ້າຮຽນສ່ວນໃຫ່ຍແມ່ນມາຈາກອ້ອມຂ້າງເທດສະບານນະຄອນປາກເຊ.ແຕ່ລະສົກຮຽນ ຈະມີຈຳນວນນັກຮຽນເພີ່ມຂຶ້ນ ສ່ວນໃຫຍ່ແມ່ນຊັ້ນ ມ.1, ສາເຫດຍ້ອນໂຮງຮຽນຕັ້ງຢູ່ຈຸດໃຈກາງເມືອງ ແລະ ມີຫ້ອງຮຽນຮ່ວມ 2 ພາສາ, ລູກຫຼານພໍ່ແມ່ປະຊາຊົນຈໍານວນຫຼາຍໃນໃຈກາງຕົວເມືອງບໍ່ຢາກໄປຮຽນບ່ອນອື່ນ ແລະ ຜູ້ປົກຄອງນັກຮຽນກໍເຫັນວ່າ ມສ ໂພນໄຊ ເປັນໂຮງຮຽນເອົາໃຈໃສ່ຕ່ໍລູກຫຼານ ແລະ ເນັ້ນການຮຽນ - ການສອນໃຫ້ມີຄຸນນະພາບ ຊຶ່ງໃນແຕ່ລະປີມີນັກຮຽນເກັ່ງລະດັບແຂວງຫຼາຍສິບຄົນ. ນອກນີ້, ເມື່ອຮຽນຈົບ ມ.7 ກໍສາມາດສອບເສັງເຂົ້າຮຽນໃນສະຖາບັນຕ່າງໆໄດ້ຢ່າງຫຼວງຫຼາຍ. ສ່ວນໜຶ່ງກໍເປັນນັກຮຽນຈາກພາຍນອກ ກໍຄືຈາກຕ່າງເມືອງ, ຈາກເຂດຫ່າງໄກສອກຫຼີກ ທີ່ມີເງື່ອນໄຂມາຮ່ວມຮຽນນໍາ ເຮັດໃຫ້ຫ້ອງຮຽນບໍ່ພຽງພໍ. ຍ້ອນແນວນັ້ນ ພວກເຮົາຈິ່ງມີຄວາມຕ້ອງການຂະຫຍາຍຫ້ອງຮຽນ ຕື່ມອີກ 2 ຫ້ອງ.
ຕອນທ້າຍ, ທ່ານຜູ້ອ່ານວຍການຍັງໄດ້ຮຽກຮ້ອງ ໃຫ້ພໍ່ແມ່, ຜູ້ປົກຄອງນັກຮຽນ ເອົາໃຈໃສ່ດູແລເບິ່ງລູກຫຼານຂອງຕົນ ໂດຍສະເພາະແມ່ນນັກຮຽນຊັ້ນ ມ.1-ມ.4, ຖ້າມີເງື່ອນໄຂ ແລະ ເປັນໄປໄດ້ ຢາກໃຫ້ມາຮັບ-ມາສົ່ງລູກຫຼານ ເພື່ອປ້ອງກັນການເກີດອຸບັດເຫດ ເນື່ອງຈາກວ່ານັກຮຽນຊັ້ນ ມ.ຕົ້ນ ສ່ວນຫຼວງຫຼາຍແມ່ນຍັງນ້ອຍ, ຄວາມຮັບຜິດຊອບຕໍ່ຕົນເອງບໍ່ທັນສູງ. ພ້ອມນີ້, ເວລາເລິກຮຽນກັບເມືອເຮືອນ ຕ້ອງໄດ້ຄຸ້ມຄອງເບິ່ງແຍງຢ່າງໃກ້ຊິດ ໂດຍສະເພາະການຫຼິ້ນໂທລະສັບມືຖື ແລະ ໃຫ້ຕິດຕາມການຮຽນຂອງລູກເປັນປະຈໍາໃນແຕ່ລະເດືອນ.

ໃນສົກຮຽນ 2024 – 2025 ຜ່ານມາ, ໂຮງຮຽນ ມສ ໂພນໄຊ ສາມາດສອບເສັງເລື່ອນຊັ້ນ ໄດ້ 98%, ສອບເສັງຈົບ ມ.4 ແລະ ມ.7 ປະຕິບັດໄດ້ 100%, ມີນັກຮຽນ ມ.7 ສາມາດສອບເສັງໄດ້ໃບປະກາສະນີຍະບັດແດງ 2 ຄົນ ແລະ ມີ 1 ຄົນ, ໃນຈໍານວນນັກຮຽນ 2 ນັ້ນ ສາມາດສອບເສັງໄປຮຽນປະເທດຍີ່ປຸ່ນ. ຄຽງຄູກັນນີ້ ຍັງເອົາໃຈໃສ່ສົ່ງເສີມກິລາ ປະເພດຕ່າງໆ ເຊັ່ນ: ບານເຕະ, ເທັກຄວັນໂດ, ດອກປີກໄກ່ ແລະ ກິລາປິ່ງປ໋ອງ ໃນນີ້, ໂດດເດັ່ນກວ່າໝູ່ ເພາະວ່າມີນັກກິລາບາງຄົນກາຍເປັນນັກກິລາທີມຊາດ. ປັດຈຸບັນ ມີ 1 ນ້ອງ ໄດ້ເປັນຕົວແທນຂອງຊາດ ໄປຮວ່ມແຂ່ງຂັນ ປິ່ງປ່ອງ ກິລາເອຊຽນ ຊາວໜຸ່ມ ຄັ້ງທີ 3 ຢູ່ປະເທດບາເຣນ ໃນວັນທີ 20 ຕຸລາ ຫາ ວັນທີ 1 ພະຈິກ 2025. ສໍາລັບການເຂົ້າຮ່ວມແຂ່ງຂັນໃນງານກິລານັກຮຽນທົ່ວປະເທດ ຢູ່ແຂວງສາລະວັນ ໃນທ້າຍປີ 2024 ທີ່ຜ່ານມາ ແຂວງຈໍາປາສັກ ສາມາດຍາດໄດ້ 60 ຫຼຽນ, 20 ຫຼຽນຄໍາ, 20 ຫຼຽນເງິນ ແລະ 20 ຫຼຽນທອງແດງ, ໃນນັ້ນ ນັກຮຽນ ມສ ໂພນໄຊ ສາມາດ ຍາດໄດ້ 15 ຫຼຽນຄໍາ, 13 ຫຼຽນເງິນ ແລະ 13 ຫຼຽນທອງແດງ.
* ຂ່າວ-ພາບ: ທູນທອງໃຈ *