ມສ ພຣະສົງ ສາລະວັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ
ໂຮງຮຽນມັດທະຍົມສົມບູນພຣະສົງສາລະວັນ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 19947 ຕຸລາ 2025) ໃນວັນທີ 22 ຕຸລາ 2025 ຢູ່ທີ່ວັດກາງ ເມືອງ ແລະ ແຂວງສາລະວັນ, ດ້ວຍຄວາມເມດຕາເຂົ້າຮ່ວມຂອງ ພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ປະທານອົງການພຸດທະສາດສະໜາສັມພັນລາວ (ອພສ) ແຂວງສາລະວັນ, ມີບັນດາພຣະເຖລະນຸເຖລະ, ຜູ້ອຳນວຍການໂຮງຮຽນ ມ.ຕົ້ນ ພຣະສົງ ທົ່ວແຂວງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຄູ-ອາຈານພາຍໃນໂຮງຮຽນ ແລະ ນັກຮຽນ ຢ່າງພ້ອມພຽງ.

ໃນພິທີ, ພຣະອາຈານ ອາທິດ ພອນນິຕາ ຜູ້ອຳນວຍການໂຮງຮຽນ ມສ ພຣະສົງສາລະວັນ ໄດ້ກ່າວວ່າ: ວັນທີ 7 ຕຸລາ ແມ່ນເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງຊາດລາວ. ພັກ-ລັດຖະບານ ໄດ້ຖືເອົາວັນດັ່ງກ່າວ ເປັນການລະນຶກເຖິງບຸນຄຸນ, ຜົນງານຂອງຄູ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ມັນສະໝອງ, ສະຕິປັນຍາ ເຂົ້າໃນການບົ່ມສອນຖ່າຍທອດຄວາມຮູ້-ຄວາມສາມາດໃຫ້ແກ່ລູກສິດ, ລູກຫຼານຂອງພໍ່ແມ່ປະຊາຊົນ, ຜູ້ເກີດໃໝ່ໃຫຍ່ລຸນທີ່ ເປັນໜໍ່ແໜງຂອງປະເທດຊາດ. ‘’ຄູ’’ ແມ່ນຄໍາເວົ້າສືບທອດກັນມາຫຼາຍເຊັ່ນຄົນແລ້ວ, ຄູ ໝາຍເຖິງຜູ້ທີ່ມີຄວາມຮູ້, ປະສົບການໃນລະດັບທີ່ແນ່ນອນ ສາມາດຖ່າຍທອດຄວາມຮູ້, ປະສົບການນັ້ນໄປສູ່ຜູ້ອື່ນໆໄດ້ ດ້ວຍຮູບການຖ່າຍທອດ ຄວາມຮູ້ຈາກຜູ້ຮູ້ ເອີ້ນວ່າການສອນ ແລະ ການຮຽນ; ຍົກໃຫ້ເຫັນປະຫວັດການເຄື່ອນໄຫວຂອງ ນາຍຄູຄໍາ ຊຶ່ງເປັນຄູສອນຂອງຄົນລາວ ຜູ້ທໍາອິດ, ນາຍຄູຄໍາ ໄດ້ຮັບເປັນຄູສອນ ເລີ່ມແຕ່ວັນທີ 7 ຕຸລາ 1907, ຕະຫຼອດຊີວິດການເປັນຄູ ຂອງນາຍຄູຄໍາ ນອກຈາກເຮັດໜ້າທີ່ ການສິດສອນແລ້ວ ຍັງໄດ້ເຂົ້າຮ່ວມຂະບວນການປຸກລະດົມ ນໍາພາປະຊາຊົນລາວ ບັນດາເຜົ່າມີນໍ້າໃຈຮັັັກຊາດ, ຄຽດແຄ້ນສັດຕູ, ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ, ຜ່ານໄລຍະເວລາອັນຍືດເຍື້ອຍາວນານ, ລະອິດລະອ້ຽວ, ນໍາພາປະຊາຊົນລຸກຮືຂຶ້ນຕໍ່ສູ້, ຈົນສຸດທ້າຍຕົນເອງ ຖືກຈັບກຸມຄຸມຂັງ ແຕ່ສາມາດໂຕນອອກຈາກຄຸກ ແລະ ເສຍຊີວິດໃນເວລາຕໍ່ມາ. ສະນັ້ນ, ເພື່ອລະນຶກເຖິງຜົນງານ ຄຸນງາມຄວາມດີຂອງ ນາຍຄູຄໍາ ທີ່ໄດ້ອຸທິດຕົນເພື່ອຊາດ, ເພື່ອການສຶກສາໃນເມື່ອກ່ອນ ແລະ ສັນລະເສີນຜົນງານຂອງນາຍຄູຄໍາ, ມາໃນປີ 1994, ພັກ ແລະ ລັດຖະບານ ກໍານົດເອົາວັນທີ 7 ຕຸລາ ເປັນຄູແຫ່ງຊາດ.

ຜ່ານມາໂຮງຮຽນ ມສ ພຣະສົງ ສາລະວັນ ມີຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດໜ້າທີ່ ໂດຍສະເພາະການຈັດສົ່ງນັກຮຽນ ໄປສອບເສັງນັກຮຽນເກັ່ງ ໄດ້ອັນດັບທີ 1 ຂັ້ນເມືອງ, ເອົາໃຈໃສ່ໃນການຜະລິດສື່ການຮຽນການສອນ ແລະ ໄດ້ປັບປຸງ, ພັດທະນາພື້ນຖານໂຄງລ່າງຕ່າງໆຂອງໂຮງຮຽນ ແລະ ອື່ນໆ. ຊຶ່ງໃນສົກຮຽນ 2024-2025 ມີພະນັກງານ, ຄູ-ອາຈານ ຈໍານວນ 18 ທ່ານ, ຄູບັນພະຊິດ 9 ອົງ, ຄູອາສາ 1 ອົງ; ຈໍານວນນັກຮຽນ 134 ອົງ, ຄາລະວາດ (ພໍ່ອອກ) 10 ທ່ານ. ຈາກນັ້ນ, ກໍໄດ້ມີພິທີມອບໃບຍ້ອງຍໍ, ໃບກຽດຕິຄຸນ ແລະ ໃບນາມມະບັດພັດທະນາດີເດັ່ນ ໃຫ້ຄູອາຈານ. ທັງໄດ້ມີການອ່ານບົດອວຍພອນ, ສູດສາລະພັນ ຈາກນັກຮຽນ.
ໃນໂອກາດດັ່ງກ່າວ, ພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ປະທານອົງການພຸດທະສາດສະໜາສັມພັນລາວ ແຂວງສາລະວັນ ກໍໄດ້ໃຫ້ໂອວາດຕໍ່ຄູ-ອາຈານ ຜູ້ສິດສອນ ແລະ ນັກຮຽນ ຕື່ມອີກ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ