ຮອງລັດຖະມົນຕີ ສສກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງລະຄອນເພັງ ແຂວງສາລະວັນ
ໃນຕອນເຊົ້າວັນທີ 22 ຕຸລາ 2025, ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງລະຄອນເພັງ ແຂວງສາລະວັນ, ໂດຍການຕ້ອນຮັບຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ທ່ານ ໄຊຊະນະ ສີສະຫວັດ ປະທານຄະນະກຳມະການປົກຄອງເມືອງລະຄອນເພັງ ແລະ ທ່ານ ກັນຍາ ໄຊຍະໂອຊະ ຫົວຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍບັນດາຫົວໜ້າຫ້ອງການຂົງເຂດວັດທະນະທຳ-ສັງຄົມ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ທົ່ວເມືອງລະຄອນເພັງ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ກັນຍາ ໄຊຍະໂອຊະ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາວຽກງານການສຶກສາ ສົກຮຽນ 2024-2025 ແລະ ທິດທາງ ຄາດໝາຍ ແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2025-2026 ໃຫ້ຮູ້ວ່າ: ພາຍໃນເມືອງລະຄອນເພັງ ການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ເຂດບໍລິການປົກຄຸມລົງຮອດເຂດຊົນນະບົດຫ່າງໄກສອກຫຼີກທ່າແຮງທາງດ້ານການສຶກສາ ທົ່ວເມືອງ ມີໂຮງຮຽນທັງໝົດ 92 ແຫ່ງ, ມັດທະຍົມສົມບູນ 3 ແຫ່ງ, ມັດທະຍົມຕອນຕົ້ນ 8 ແຫ່ງ, ປະຖົມ 72 ແຫ່ງ, ໃນນັ້ນ: ປະຖົມສົມບູນ 40 ແຫ່ງ ແລະ ມູນລະປະຖົມ 32 ແຫ່ງ, ມີຫ້ອງກຽມ 23 ຫ້ອງ ແລະ ໂຮງຮຽນອະນຸບານ 9 ແຫ່ງ, ມີພະນັກງານ ແລະ ຄູ ທັງໝົດ 344 ຄົນ ຍິງ 169 ຄົນ, ພະນັກງານບໍລິຫານ ມີທັງໝົດ 35 ຍິງ 14 ຄົນ, ພະນັກງານຄູມີຄັງເງິນເດືອນ 273 ຍິງ 124 ຄົນ, ຄູອາສາ 36 ຄົນ, ຍິງ 31 ຄົນ, ສະພາບການສຶກສາ ແລະ ກິລາ ພາຍໃນເມືອງ ຍັງມີຫຼາຍບັນຫາທີ່ເປັນສິ່ງທ້າທາຍຕໍ່ກັບການພັດທະນາວຽກງານການສຶກສາ ແລະ ກິລາ ແຕ່ວ່າພວກເຮົາກໍ່ໄດ້ເອົາໃຈໃສ່ສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ກຳລັງ ວັງຊາເຂົ້າໃນການແກ້ໄຂເປັນຕົ້ນ: ອັດຕາເຂົ້າຮຽນຂອງເດັກ 3-5 ປີ, ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມ, ອັດຕາປະລະຊັ້ນມັດທະຍົມຍັງກວມອັດຕາສູງ, ບັນຫາຄຸນນະພາບການສຶກສາ, ຈໍານວນນັກຮຽນແອອັດ-ລົ້ນຫ້ອງຊັ້ນປະຖົມໃນເຂດເທດສະບານ ແລະ ຄູສອນບໍໍ່ພຽງພໍຕາມຊັ້ນ-ສາຍລາຍວິຊາ, ການຈັດຕັ້ງປະຕິບັດ 12 ຄາດໝາຍທີ່ສະພາຮັບຮອງ ບັນລຸໄດ້ 9 ຄາດໝາຍ ແລະ ຍັງອີກ 3 ຄາດໝາຍ ທີ່ບໍ່ສາມາດບັນລຸ ແລະ ວຽກງານອື່ນໆຂອງຂະແໜງສຶກສາ.

ຫຼັງຈາກນັ້ນ, ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ຍັງໄດ້ລາຍງານສະພາບວຽກງານການສຶກສາ ແລະ ຜົນສຳເລັດການຈັດຕັ້ງປະຕິບັດວຽກງານສຶກສາທິການ ແລະ ກິລາ ທົ່ວແຂວງສາລະວັນ ໄລຍະ 9 ເດືອນຜ່ານມາ ຕື່ມອີກ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທີ່ ທ່ານ ປອ ສໍາລານ ພັນຄະວົງ ຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຜູ້ບໍລິຫານການສຶກສາ, ຄູ-ອາຈານ ທົ່ວເມືອງລະຄອນເພັງ ໃຫ້ຖືສຳຄັນຫຼາຍບັນຫາ ເປັນຕົ້ນ: ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ມີຄວາມສາມັກຄີ ແລະ ເປັນເອກະພາບກັນ ໄປລວງດຽວກັນ, ຕ້ອງໄດ້ສ້າງແຜນກໍານົດພະນັກງານສືບທອດປ່ຽນແທນ, ສືບຕໍ່ພັດທະນາດ້ານວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າ, ຄົ້ນຄວ້າເລືອກເຟັ້ນ ແລະ ຖືເອົາວຽກປະຕິບັດນະໂຍບາຍເປັນວຍກໜຶ່ງສຳຄັນ ໂດຍໃຫ້ສອດຄ່ອງ ເໝາະສົມ, ສືບຕໍ່ຕິດຕາມ ກວດກາ ປະເມີນຜົນວຽກງານໃນແຕ່ລະໄລຍະໃຫ້ເປັນປົກກະຕິ, ຕ້ອງມີແຜນການນຳພາ ແລະ ວິທີເຮັດວຽກ ພ້ອມທັງຂໍທິດຊີ້ນຳຈາກຂັ້ນເທິງຢ່າງໃກ້ຊິດ, ຖືສຳຄັນວຽກພົວພັນຕ່າງປະເທດ ເພື່ອຍາດແຍ່ງທຶນການຊ່ວຍເຫຼືອດ້ານການສຶກສາ, ປະສານສົມທົບກັນຢ່າງກົມກຽວ ລະຫວ່າງ ຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ຕະຫຼອດຮອດຂັ້ນທ້ອງຖິ່ນ ເພື່ອໃຫ້ທົ່ວສັງຄົມເຂົ້າໃຈ ຮັບຮູ້ຄວາມສຳຄັນຂອງວຽກງານການສຶກສາ, ແກ້ໄຂບັນຫາການປະລະການຮຽນໃຫ້ຫຼຸດໜ້ອຍຖອຍລົງ ພ້ອມກັນແກ້ໄຂຂໍ້ຄົງຄ້າງ ເຮັດວຽກງານການສຶກສາໄດ້ຮັບການຈັດຕັ້ງປະຕິບັດບັນລຸຕາມຄາດໝາຍ.

ພາບ-ຂ່າວ: ແຫຼງຄຳ ບຸດນາໂຄກ