ຄະນະນຳ ສກຂ ຫຼວງນ້ຳທາ ໂອ້ລົມນັກຮຽນທີ່ຈະໄປສຶກສາຕໍ່ ສສ ຫວຽດນາມ ສົກຮຽນ 2025-2026
ໃນຕອນແລງວັນທີ 22 ຕຸລາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີໂອ້ລົມນັກຮຽນທີ່ຈະໄປສຶກສາຕໍ່ ສສ ຫວຽດນາມ, ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວ ເຊືອຍສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງນ້ຳທາ, ມີພະນັກງານວິຊາການທີ່ກ້ຽວຂ້ອງ, ພໍ່ແມ່ນັກຮຽນ ແລະ ນັກຮຽນເຂົ້າທັງໝົດ 50 ກວ່າຄົນ.

ໃນພິທີ, ທ່ານ ຄໍາແກ້ວ ສາຍນໍ້າຮອຍ ຫົວໜ້າຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນຜູ້ຮັບຜິດຊອບຈັດສົ່ງນັກສຶກສາໄປຮຽນຕໍ່ ສສ ຫວຽດນາມ ໄດ້ແນະນຳການເກັບຮັກສາຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ, ພາດສະປອດ (ໜັງສືເດີນທາງ) ແລະ ເອກະສານອື່ນໆ ທີ່ສຳຄັນ ພ້ອມທັງແນະນຳນະໂຍບາຍຕ່າງໆທີ່ທາງ ສສ ຫວຽດນາມ ມີໃຫ້ໃນສົກຮຽນ 2025-2026 ຊຶ່ງນັກສຶກສາ ທີ່ທາງແຂວງ ຈະສົ່ງໄປຮຽນທີ່ ສສ ຫວຽດນາມ ລວມມີທັງໝົດ 34 ຄົນ, ຍິງ 18 ຄົນ, ໄປຮຽນທີ່ວິທະຍາການແພດຝູ່ເຖາະ ແລະ ມະຫາວິທະຍາໄລຮຸ່ງເວືອງ ແຂວງຝູ່ເຖາະ ແຫ່ງ ສສ ຫວຽດນາມ ຈຳນວນ 20 ຄົນ, ຍິງ 12 ຄົນ; ໄປຮຽນຢູ່ວິທະຍາໄລ ການແພດເຊີນລາ ແລະ ມະຫາວິທະຍາໄລ ເຕີຍບັກ ແຂວງເຊີນລາ ຈຳນວນ 12 ຄົນ, ຍິງ 4 ຄົນ; ໄປຮຽນຢູ່ວິທະຍາໄລຖ່າຍຫງວຽນ ແຂວງຖ່າຍຫງວຽນ ແຫ່ງ ສສ ຫວຽດນາມ ຈຳນວນ 2 ຄົນ, ຍິງ 2 ຄົນ.

ໂອກາດນີ້, ທ່ານ ແກ້ວ ເຊືອຍສົມບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກຮຽນນັກສຶກສາທີ່ໄດ້ຕັດສິນໃຈໄປສຶກສາຮ່ຳຮຽນຢູ່ທີ່ ສສ ຫວຽດນາມ ພ້ອມທັງແນະນໍານັກຮຽນແຕ່ລະຄົນຈະຕ້ອງໄດ້ກະກຽມຄວາມພ້ອມເຄື່ອງນຸ່ງຂອງຖື, ພາດສະປອດ, ເອກະສານຕ່າງໆ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຮຽນທຸກຄົນຈົງພ້ອມກັນຕັ້ງໃຈສຶກສາຮ່ຳຮຽນ ຮຽນໃຫ້ເກັ່ງເສັງໃຫ້ໄດ້ຕາມລະດັບຄາດ, ຮັກສາມຸນເຊື້ອອັນດີງາມຊາດໄວ້ໃຫ້ດີ, ບໍ່ເອົາລັດປຽບຄົນອື່ນເປັນແບບຢ່າງທີ່ດີໃຫ້ໝູ່ເພື່ອນ ແລະ ພ້ອມກັນປະຕິບັດກົດໝາຍຂອງ ສສ ຫວຽດນາມ ແລະ ກົດລະບຽບຂອງໂຮງຮຽນຢ່າງເຂັ້ມຫງວດ.
ພາບ-ຂ່າວ: ຕ່າຍອໍລະໄພ ໄຊຍະສິງ