ມສ ພຣະສົງ ສາລະວັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ
ໂຮງຮຽນມັດທະຍົມສົມບູນພຣະສົງສາລະວັນ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 19947 ຕຸລາ 2025) ໃນວັນທີ 22 ຕຸລາ 2025 ຢູ່ທີ່ວັດກາງ ເມືອງ ແລະ ແຂວງສາລະວັນ, ດ້ວຍຄວາມເມດຕາເຂົ້າຮ່ວມຂອງ ພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ປະທານອົງການພຸດທະສາດສະໜາສັມພັນລາວ (ອພສ) ແຂວງສາລະວັນ, ມີບັນດາພຣະເຖລະນຸເຖລະ, ຜູ້ອຳນວຍການໂຮງຮຽນ ມ.ຕົ້ນ ພຣະສົງ ທົ່ວແຂວງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຄູ-ອາຈານພາຍໃນໂຮງຮຽນ ແລະ ນັກຮຽນ ຢ່າງພ້ອມພຽງ.
ໃນພິທີ, ພຣະອາຈານ ອາທິດ ພອນນິຕາ ຜູ້ອຳນວຍການໂຮງຮຽນ ມສ ພຣະສົງສາລະວັນ...








