Skip to main content

ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ 2025 ຢູ່ສະໂມສອນໃຫຍ່ຂອງເເຂວງ ພາຍໃຕ້ການເປັນປະທານໂດຍ ສະຫາຍ ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກເເຂວງ, ເຈົ້າເເຂວງຫົວພັນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນໍາເເຂວງຫົວພັນ, ມີບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດເເຂວງ, ຜູ້ເເທນສົມບູນຈໍານວນ 307 ສະຫາຍ, ຍິງ 41ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກແຂວງ ຈຳນວນ 23.347 ສະຫາຍ, ຍິງ 5.856 ສະຫາຍ ທີ່ມາຈາກຂະເເໜງການຕ່າງໆ ເເລະ 10 ເມືອງທົ່ວເເຂວງ, ເເນວລາວສ້າງຊາດ,...

Continue reading

ສະຫາຍ ເພັງນິລັນ ຄໍາພັນເພັງ ຖືກເລືອກໃຫ້ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII

ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ສໍາເລັດລົງຢ່າງຈົບງາມທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີ ໃນວັນທີ 16 ຕຸລາ 2025 ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ຊຶ່ງໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະທີມງານຂອງສູນກາງ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ,...

Continue reading

ຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າ ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ແຂວງບໍ່ແກ້ວ ມູນຄ່າ 88.546 ໂດລາສະຫະລັດ

ວັນທີ 15 ຕຸລາ 2025 ທີ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ ໄດ້ຈັດພິທີລົງນາມໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ພາຍໃຕ້ໂຄງການຂອບຮ່ວມມື “ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP)” ໂດຍໄດ້ຮັບທຶນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າປະມານ 88.546 ໂດລາສະຫະລັດ, ໂດຍມີ ທ່ານ ແປ້ນຄໍາ ບຸດຈັນແພງ ເຈົ້າແຂວງບໍ່ແກ້ວ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການສຶກສາ ແລະ ກິລາເມືອງປາກທາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວ, ແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ ແລະ...

Continue reading

ລັດຖະບານໄທ ໃຫ້ການຊ່ວຍເຫຼືອ ສປປ ລາວ 4 ໂຄງການ ລະຫວ່າງການຢ້ຽມຢາມທ່ານນາຍົກໄທ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ພິທີຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ...

Continue reading

ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ມອບເຄື່ອງກິລາ ໃຫ້ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ

ໃນວັນທີ 15 ຕຸລາ 2025, ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈໍາກັດຜູ້ດຽວ ນໍາໂດຍ ທ່ານ ສີພັນ ພັນທະລາວົງ ຮອງປະທານ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ໄດ້ນໍາເອົາເຄື່ອງກິລາ ລວມມູນຄ່າ ທັງໝົດ 3.000.000 ກີບ ມາມອບໃຫ້ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ຊຶ່ງກ່າວຮັບໂດຍ ທ່ານ ພັນໂທ ຄອນສະຫວັນ ພົມມະສີ ຫົວໜ້າການເມືອງ ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ, ມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ສີພັນ ພັນທະນາວົງ ໄດ້ກ່າວວ່າ: ການມອບເຄື່ອງກິລາໃນຄັ້ງນີ້ ເປັນການປະກອບສ່ວນຊຸກຍູ້ຂະບວນການກິລາ ຢູ່ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ເພື່ອນຳໃຊ້ເຂົ້າໃນການເຂົ້າຮ່ວມແຂ່ງຂັນກິລາບານສົ່ງໃນມະຫາກຳກິລາແຫ່ງຊາດ ຄັ້ງທີ...

Continue reading

ກົມສ້າງຄູ ສສກ ເປີດເວທີສົນທະນາ “ການຫັນປ່ຽນການສຶກສາຄູ ເພື່ອກຽມຄວາມພ້ອມສໍາລັບການສຶກສາໃນອະນາຄົດ”

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດເວທີສົນທະນາການສຶກສາຄູ ປະຈໍາປີ 2025 ກ່ຽວກັບຫົວຂໍ້ “ການຫັນປ່ຽນການສຶກສາຄູ ເພື່ອກຽມຄວາມພ້ອມສໍາລັບການສຶກສາໃນອະນາຄົດ” ສ້າງໂອກາດໃຫ້ຄູ-ອາຈານ ໄດ້ມີເວທີສະເໜີຜົນງານການຄົ້ນຄວ້າດ້ານການຮຽນການສອນ; ສົນທະນາແລກປ່ຽນຄວາມຮູ້ ແລະ ປະສົບການຈັດການຮຽນການສອນ ທີ່ມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອໃຫ້ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານໄດ້ສົນທະນາ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການຮູບແບບການຈັດຕັ້ງປະຕິບັດວຽກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ມີປະສິດຕິພາບ ແລະ ປະສິດທິຜົນ. ພິທີເປີດເວທີສົນທະນາການສຶກສາຄູ ປະຈໍາປີ 2025 ກ່ຽວກັບຫົວຂໍ້ “ການຫັນປ່ຽນການສຶກສາຄູ ເພື່ອກຽມຄວາມພ້ອມສໍາລັບການສຶກສາໃນອະນາຄົດ”...

Continue reading

ຝຶກອົບຮົມຄູທີ່ເຂົ້າຮ່ວມໂຄງການທົດລອງ ການສອດແຊກປຶ້ມຊຸດຄວາມຮູ້ເສີມການປ່ຽນແປງດິນຟ້າອາກາດ ເຂົ້າໃນການຮຽນການສອນ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກົມສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາ (United Nation Development Programme : UNDP) ໄດ້ຈັກຝຶກອົບຮົມສຳລັບຄູທີ່ເຂົ້າຮ່ວມໂຄງການທົດລອງ ການສອດແຊກປຶ້ມຊຸດຄວາມຮູ້ເສີມການປ່ຽນແປງດິນຟ້າອາກາດ ເຂົ້າໃນການຮຽນການສອນ ຂຶ້ນໃນວັນທີ 16 ຕຸລາ 2025  ທີ່ຫ້ອງປະຊຸມ ໂຮງແຮມ S VangVieng Boutique ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ມີບັນດາກົມທີ່ກ່ຽວຂ້ອງ, ຄູນິເທດ, ໂຮງຮຽນເປົ້າໝາຍ,...

Continue reading

ເມືອງປາກກະດິງ ປາຖະກະຖາມູນເຊື້ອວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່ຫົວໜ້າຫ້ອງການ ສກມ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 14 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ພິທີປາຖະກະຖາຫວນຄືນມູນເຊື້ອວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ພາຍໃຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ປາກກະດິງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ໂອກາດນີ້, ທ່ານ ບຸນຄົບ ຈັນທະວົງ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອ ແລະ ປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດລາວວ່າ: ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້. ຄຳວ່າຄູແມ່ນຄຳທີ່ເວົ້າສືບທອດກັນມາແຕ່ຫຼາຍເຊັ່ນຄົນແລ້ວ,...

Continue reading