ກົມສ້າງຄູ ສສກ ເປີດເວທີສົນທະນາ “ການຫັນປ່ຽນການສຶກສາຄູ ເພື່ອກຽມຄວາມພ້ອມສໍາລັບການສຶກສາໃນອະນາຄົດ”

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດເວທີສົນທະນາການສຶກສາຄູ ປະຈໍາປີ 2025 ກ່ຽວກັບຫົວຂໍ້ “ການຫັນປ່ຽນການສຶກສາຄູ ເພື່ອກຽມຄວາມພ້ອມສໍາລັບການສຶກສາໃນອະນາຄົດ” ສ້າງໂອກາດໃຫ້ຄູ-ອາຈານ ໄດ້ມີເວທີສະເໜີຜົນງານການຄົ້ນຄວ້າດ້ານການຮຽນການສອນ; ສົນທະນາແລກປ່ຽນຄວາມຮູ້ ແລະ ປະສົບການຈັດການຮຽນການສອນ ທີ່ມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອໃຫ້ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານໄດ້ສົນທະນາ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການຮູບແບບການຈັດຕັ້ງປະຕິບັດວຽກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ມີປະສິດຕິພາບ ແລະ ປະສິດທິຜົນ.
ພິທີເປີດເວທີສົນທະນາການສຶກສາຄູ ປະຈໍາປີ 2025 ກ່ຽວກັບຫົວຂໍ້ “ການຫັນປ່ຽນການສຶກສາຄູ ເພື່ອກຽມຄວາມພ້ອມສໍາລັບການສຶກສາໃນອະນາຄົດ” ຈັດຂຶ້ນໃນຕອນເຊົ້າວັນທີ 16 ຕຸລາ 2025 ທີ່ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລລະ ກິລາ, ມີ ທ່ານ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫ້ອງການ, ຕາງໜ້າອົງການສາກົນ ເປັນຕົ້ນແມ່ນ ແຜນງານບີຄວາ, ຄູ-ອາຈານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ການຈັດເວທີສົນທະນາການສຶກສາຄູຄັ້ງນີ້ ເປັນອີກບາດກ້າວໜຶ່ງທີ່ເປັນຂີດໝາຍອັນສໍາຄັນຂອງຂະແໜງການສຶກສາຄູ, ເປັນເວທີສ້າງໂອກາດແກ່ຄູ, ນັກວິຊາການ ແລະ ຜູ້ບໍລິຫານການສຶກສາຈາກໂຮງຮຽນ, ສະຖາບັນການສຶກສາ, ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງວຽງຈັນ ແລະ ຄູ່ຮ່ວມພັດທະນາ ໄດ້ມາແລກປ່ຽນບົດຮຽນ ແລະ ປະສົບການ ເພື່ອເປັນຂໍ້ມູນ ແລະ ທິດທາງ ທີ່ຈະກ້າວໄປຂ້າງໜ້າຢ່າງມີສ່ວນຮ່ວມເພື່ອຍົກລະດັບຄຸນນະພາບຂອງວຽກງານການສຶກສາຄູ ໃນ ສປປ ລາວ ແລະ ເປັນຈຸດເຊື່ອມສານເຄືອຂ່າຍການພັດທະນາວິຊາຊີບແບບຕໍ່ເນື່ອງ ເຊື່ອວ່າ ເວທີດັ່ງກ່າວ ຈະເປັນເຄື່ອງມືທີ່ສໍາຄັນ ໃນການຊຸກດັນ ບັນດານັກຄົ້ນຄວ້າ, ຄູ-ອາຈານ ແລະ ນັກການສຶກສາໃນການຄົ້ນຄວ້າວິໄຈນະວະຕະກຳໃໝ່ໆທາງການສຶກສາໃຫ້ເກີດດອກອອກຜົນຂຶ້ນເທື່ອລະກ້າວ ເພື່ອກຽມຄວາມພ້ອມໃຫ້ແກ່ຄູຮັບມືກັບສະພາບການປ່ຽນແປງໃໝ່ໃນການສິດສອນຂອງຄູທີ່ຈະປະສົບພົບພໍ້ໃນຫ້ອງຮຽນແຕ່ລະວັນ ແລະ ໃນອະນາຄົດ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນກໍເພື່ອຂະຫຍາຍໂອກາດໃຫ້ຄູ-ອາຈານ ໄດ້ມີເວທີສະເໜີຜົນງານການຄົ້ນຄວ້າດ້ານການຮຽນການສອນ; ສົນທະນາແລກປ່ຽນຄວາມຮູ້ ແລະ ປະສົບການຈັດການຮຽນການສອນ ທີ່ມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອໃຫ້ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານໄດ້ສົນທະນາ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການຮູບແບບການຈັດຕັ້ງປະຕິບັດວຽກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ; ເພື່ອສ້າງຄວາມເຂັ້ມແຂງວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ສົ່ງເສີມຊຸມຊົນການຮຽນຮູ້ວິຊາຊີບຄູ.
ເວທີສົນທະນາການສຶກສາຄູ ປະຈໍາປີ 2025, ສປປ ລາວ: ການຫັນປ່ຽນການສຶກສາຄູ ເພື່ອກຽມຄວາມພ້ອມສໍາລັບການສຶກສາ ໃນອະນາຄົດ, ຜູ້ເຂົ້າຮ່ວມກໍໄດ້ຮັບຟັງໃນວຽກງານການສຶກສາໃນຍຸກປັນຍາປະດິດ (AI), ໂດຍ ປອ ສົມສັກ ອິນທະສອນ ຮອງຫົວໜ້າຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ, ບົດຮຽນໃນການເກັບກຳຜົນງານເພື່ອຂໍຕໍາແໜ່ງວິຊາການ ແລະ ນາມມະຍົດຄູ ໂດຍ ທ່ານ ນາງ ຄູນວິໄລ ເຄນກິດຕິສັກ ຜູ້ອໍານວຍການໂຮງຮຽນປະຖົມ ທົ່ງກາງ.
ພ້ອມກັນນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ມີການແຍກຫ້ອງນໍາສະເໜີບົດຄົ້ນຄວ້າກ່ຽວກັບການຈັດການຮຽນການສອນ ໂດຍສະເພາະຫ້ອງເບີ 1: ຄົ້ນຄວ້າກ່ຽວກັບການຮຽນການສອນໃນຊັ້ນອະນຸບານ-ປະຖົມ, ຫ້ອງເບີ 2: ກ່ຽວກັບຊັ້ນການຮຽນການສອນໃນມັດທະຍົມ ແລະ ຫ້ອງເບີ 3: ແມ່ນການຮຽນການສອນໃນສະຖານການສ້າງຄູ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ