Skip to main content

ຝຶກອົບຮົມຄູທີ່ເຂົ້າຮ່ວມໂຄງການທົດລອງ ການສອດແຊກປຶ້ມຊຸດຄວາມຮູ້ເສີມການປ່ຽນແປງດິນຟ້າອາກາດ ເຂົ້າໃນການຮຽນການສອນ

16/10/2025

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກົມສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາ (United Nation Development Programme : UNDP) ໄດ້ຈັກຝຶກອົບຮົມສຳລັບຄູທີ່ເຂົ້າຮ່ວມໂຄງການທົດລອງ ການສອດແຊກປຶ້ມຊຸດຄວາມຮູ້ເສີມການປ່ຽນແປງດິນຟ້າອາກາດ ເຂົ້າໃນການຮຽນການສອນ ຂຶ້ນໃນວັນທີ 16 ຕຸລາ 2025  ທີ່ຫ້ອງປະຊຸມ ໂຮງແຮມ S VangVieng Boutique ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ມີບັນດາກົມທີ່ກ່ຽວຂ້ອງ, ຄູນິເທດ, ໂຮງຮຽນເປົ້າໝາຍ, ຜູ້ປະສານງານໂຄງການ ແລະ ທີມງານຈັດຕັ້ງປະຕິບັດເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ອຸທິດ ທິບມະນີ ໄດ້ກ່າວໃຫ້ຮູ້ກ່ຽວກັບຄວາມເປັນມາຂອງໂຄງການວ່າ: ໂຄງການສຶກສາສ້າງຈິດສຳນຶກ ກ່ຽວກັບການປ່ຽນແປງດິນຟ້າອາກາດ ເພື່ອສົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ (Climate Box) ມີຈຸດປະສົງສ້າງຊຸດເຄື່ອງມືການສຶກສາທີ່ຖືກອອກແບບມາເພື່ອປະກອບເຂົ້າໃນຫຼັກສູດການຮຽນການສອນ ໂດຍສະເພາະຂໍ້ມູນທີ່ເປັນທາງດ້ານວິທະຍາສາດກ່ຽວກັບການປ່ຽນແປງດິນຟ້າອາກາດ, ຜົນກະທົບ ແລະ ແນວທາງປະຕິບັດທີ່ນັກຮຽນ, ຄູ-ອາຈານ ແລະ ທຸກຄົນສາມາດນຳໄປປະຕິບັດ ເພື່ອສົ່ງເສີມໃຫ້ຄົນໃນຍຸກໃໝ່ກຽມພ້ອມຮັບມື ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຕັ້ງແຕ່ອາຍຸຍັງນ້ອຍ. ໃນໄລຍະຜ່ານມາ ໂຄງການ Climate Box ໄດ້ຈັດຕັ້ງປະຕິບັດໃນ 8 ປະເທດ ຄື: ຂົງເຂດເອີຣົບຕາເວັນອອກ, ຄໍກາຊັດ (Caucasus), ອາຊີກາງ ແລະ ອາຊີຕາເວັນອອກສຽງໃຕ້ ຊຶ່ງລວມມີ ສປປ ລາວ, ໄທ ແລະ ຫວຽດນາມ. ສຳລັບການຈັດຕັ້ງປະຕິບັດໂຄງການ Climate Box ຢູ່ ສປປ ລາວ ແມ່ນລວມມີການແນະນຳ ແລະ ສົ່ງເສີມການນຳໃຊ້ ຊຸດເຄື່ອງມື Climate Box, ການປັບປຸງປຶ້ມຊຸດເຄື່ອງມື Climate Box ພາກທີ 4 “ຄຳແນະນຳສຳລັບຄູ” ເພື່ອໃຫ້ແທດເໝາະກັບຫຼັກສູດການຮຽນການສອນ ສປປ ລາວ , ການຝຶກອົບຮົມ, ການແຂ່ງຂັນລະດັບສາກົນ  ແລະ ໂຄງການທົດລອງການນຳໃຊ້ປຶ້ມຊຸດເຄື່ອງມື Climate Box ເຂົ້າໃນການຮຽນການສອນ ໃນໂຮງຮຽນເປົ້າໝາຍ ເພື່ອເຮັດໃຫ້ການນໍາໃຊ້ຊຸດເຄື່ອງມືມີຄວາມແທດເໝາະກັບການນໍາໃຊ້ຕົວຈິງ ທາງໂຄງການຈຶ່ງໄດ້ຈັດກິດຈະກຳທົດລອງໃນການນໍາໃຊ້ປຶ້ມຊຸດຄວາມຮູ້ເສີມ ໃນສະບັບຂອງພາກອາຊີຕາເວັນອອກສຽງໃຕ້ ໃນໂຮງຮຽນລັດ ແລະ ເອກະຊົນ ເພື່ອຕິດຕາມ ແລະ ປະເມີນຜົນຂອງການນໍາໃຊ້ຊຸດເຄື່ອງມືດັ່ງກ່າວ.  ດັ່ງນັ້ນ,ການຝຶກອົບຮົມສໍາລັບຄູ ແລະ ການວາງແຜນການສອດແຊກຊຸດຄວາມຮູ້ເສີມເຂົ້າໃນການຮຽນການສອນ ຈຶ່ງຈະໄດ້ຈັດຂຶ້ນເພື່ອກະກຽມຄວາມພ້ອມສຳລັບການຈັດຕັ້ງປະຕິບັດໂຄງການທົດລອງ.

ສຳລັບຈຸດປະສົງການຝຶກອົບຮົມໃນຄັ້ງນີ້ແມ່ນມີ 2 ຈຸດປະສົງກໍຄືເພື່ອສ້າງຄວາມເຂົ້າໃຈກ່ຽວກັບຫົວຂໍ້ການປ່ຽນແປງດິນຟ້າອາກາດ, ເນື້ອຫາໃນປຶ້ມຊຸດເຄື່ອງມືເສີມ Climate Box ແລະ ການນຳໃຊ້ປຶ້ມຊຸດເຄື່ອງມືເສີມ Climate Box ເຂົ້າໃນການຮຽນການສອນ ແລະ ປຶກສາຫາລື ແລະ ວາງແຜນການຮຽນການສອນສຳລັບການສອດແຊກເນື້ອຫາຈາກປຶ້ມຊຸດເຄື່ອງມືເສີມ Climate Box ເຂົ້າໃນການຮຽນການສອນ ສຳລັບໂຄງການທົດລອງ. ຊຶ່ງກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນຈະດຳເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.

 

ຂ່າວໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ