Skip to main content

ເມືອງປາກກະດິງ ປາຖະກະຖາມູນເຊື້ອວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່ຫົວໜ້າຫ້ອງການ ສກມ ຜູ້ເກົ່າ ແລະ ຜູ້ໃໝ່

16/10/2025

ໃນວັນທີ 14 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ພິທີປາຖະກະຖາຫວນຄືນມູນເຊື້ອວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ພາຍໃຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ປາກກະດິງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ບຸນຄົບ ຈັນທະວົງ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອ ແລະ ປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດລາວວ່າ: ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້. ຄຳວ່າຄູແມ່ນຄຳທີ່ເວົ້າສືບທອດກັນມາແຕ່ຫຼາຍເຊັ່ນຄົນແລ້ວ, ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ ນຳມາຖ່າຍຖອດຄວາມຮູ້ ແລະ ປະສົບການໃຫ້ກັບຜູ້ອື່ນ, ຈາກຜູ້ຮູ້ໄປ ສູ່ຜູ້ທີ່ບໍ່ທັນຮູ້ ເອີ້ນວ່າການສິດສອນ. ຊຶ່ງໃນສັດຕະວັດທີ 14 ເຈົ້າຟ້າງຸ່ມ ກະສັດອົງທໍາອິດຂອງລາວ ໄດ້ນໍາເອົາສາສະໜາພຸດເຂົ້າມາເຜີຍແຜ່ ເຮັດໃຫ້ປະເທດລາວເຮົາມີວັດວາອາຮາມ ຊຶ່ງຖືວ່າເປັນໂຮງຮຽນແຫ່ງທຳອິດ ສຳລັບເດັກນ້ອຍລາວ ແລະ ແກ່ຍາວເປັນເວລາຫຼາຍຮ້ອຍປີ. ຮູບການຮຽນການສອນຢູ່ໃນວັດໃນເວລານັ້ນບໍ່ທັນໄດ້ກ່າວເຖິງຊັ້ນ ແລະ ລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການຮຽນ, ຈາກການບວດ ມາເປັນການຕີລາຄາເຖິງລະດັບຄວາມຮູ້.

ພາຍຫຼັງພວກລ່າເມືອງຂື້ນຝຣັ່ງ ເຂົ້າມາຍຶດຄອງລາວໃນປີ 1893 ເປັນຕົ້ນມາ ພວກເຂົາບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວເຮົາເທົ່າໃດ. ມາເຖິງປີ 1905 ທົ່ວປະເທດມີພຽງແຕ່ໂຮງຮຽນ 2 ແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍທີ່ສຸດ ແລະ ທ່ານຍັງໄດ້ກ່າວເຖິງປະຫວັດຂອງນາຍຄູຄຳ ຊຶ່ງແມ່ນຜູ້ທີ່ມີສັນຊາດລາວຄົນທຳອິດທີ່ໄດ້ເຂົ້າຮັບລາຊະການເປັນຄູ ໃນວັນທີ 7 ຕຸລາ 1907. ຊຶ່ງຊື່ສຽງຂອງຄູກໍໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດແຕ່ລະສະໃໝມາເຖຶງສູ່ມື້ນີ້. ນັບແຕ່ປີ 1994 ເປັນຕົ້ນມາ ເມື່ອຮອດວັນທີ 7 ຕຸລາ ຂອງທຸກໆປີທົ່ວປະເທດເຮົາໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ. ຈາກນັ້ນ, ຕາງໜ້າໃຫ້ນ້ອງນັກຮຽນກໍໄດ້ຜ່ານສານອວຍພອນຄູ, ພ້ອມທັງໄດ້ມີພິທີມອບການຍ້ອງຍໍ ນາມມະຍົດພັດທະນາດີເດັ່ນ ໃຫ້ແກ່ພະນັກງານຄູທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານການສຶກສາໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ຫຼາຍພາກສ່ວນກໍຍັງໄດ້ມອບກະຕ່າຂອງຂວັນອວຍພອນໃຫ້ແກ່ຄູ-ອາຈານ.

ໃນໂອກາດນີ້, ກໍໄດ້ມີພິທີມອບ-ຮັບ ໜ້າທີ່ກັນລະຫວ່າງ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ລະຫວ່າງຜູ້ເກົ່າ ທ່ານ ເພັງ ເພີນຈິດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງຜູ້ເກົ່າ ແລະ ທ່ານ ສຸພັດ ໄວຍະພັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງຜູ້ໃໝ່.

 

(ຂ່າວ: ແສງທອງ)

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ