ສະຫະພັນແມ່ຍິງ ສສກ ຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ປີ 2025
ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2025 ແລະ ເປີດບັ້ນແຂ່ງຂັນຄໍາຂວັນ 3 ດີ 2026 ຂອງສະຫະພັນແມ່ຍິງກະຊວງ ແລະ ເພື່ອເປັນການຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ພ້ອມກັນຮັບຟັງການເຜີຍແຜ່ຜົນມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ຮັບຟັງບົດສູນທອນພົນຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ ຕໍ່ກັບກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ
ຄັ້ງທີ IX.
ກອງປະຊຸມໃນຄັ້ງນີ້,...








