ທ່ານ ບຸນໂຈມ ອຸບົນປະເສີດ ໂອ້ລົມພະນັກງານ, ຄູ-ອາຈານ ແລະນັກສຶກສາວິທະຍາໄລຄູສະຫວັນນະເຂດ
13/10/2025

ວັນທີ 10 ຕຸລາ 2025, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂອງແຂວງ ໄດ້ພົບປະໂອ້ລົມ ພະນັກງານງານ, ຄູ-ອາຈານ ແລະ ນັກສຶກສາວິທະຍາໄລຄູສະຫວັນນະເຂດ ທັງນີ້ກໍເພື່ອເປັນການຊຸກຍູ້ການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນສ້າງຄູຮຸ່ນສືບທອດ ໃຫ້ມີຄວາຍໜັກແໜ້ນທາງກ້ານວິຊາສະເພາະ, ສາມາດນຳເອົາຄວາມຮູ້ ແລະບົດຮຽນລົງສູ່ນັກຮຽນທັງໃນຕົວເມືອງ ແລະ ຊົນນະບົດໄດ້ຢ່າງມີປະສິດທິຜົນສູງ.

ໃນພິທີ, ແມ່ນໄດ້ຮັບຟັງການຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງນໍາພາ ແລະການປະຕິບັດຫຼັກສູດສ້າງຄູໃນໄລຍະຜ່ານມາ ແລະປະຈໍາສົກຮຽນ 2025-2026 ຊຶ່ງລາຍງານໂດຍ ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ, ໃນສົກຮຽນ 2025-2026 ນີ້ ວິທະຍາໄລຄູສະຫວັນນະເຂດ ມີຄູ-ອາຈານ ພະນັກງານທັງໝົດ 134 ທ່ານ, ຍິງ 70 ທ່ານ ຊຶ່ງກວມເອົາທັງຄູສອນໃນ ໂຮງຮຽນອະນຸບານ, ປະຖົມ ແລະມັດທະຍົມສາທິດມີຈໍານວນນັກຮຽນ-ນັກສຶກສາຄູທັງໝົດ 1.130 ຄົນ, ຍິງ 675 ຄົນຮຽນໃນພາກປົກກະຕິ 552 ຄົນ, ຍິງ 362 ຄົນ, ພະນັກງານຄູປະຈໍາການ ມາຮຽນຍົກລະດັບວຸດທິຄູ ໃນໄລພັກປີຮຽນ 578 ຄົນ, ຍິງ 313 ຄົນ. ໃນນີ້ມີນັກຮຽນສາຍສາມັນທີ່ຮຽນໃນໂຮງຮຽນສາທິດທັງໝົດ770 ຄົນ 373 ຄົນ (ອະນຸບານ 96 ຄົນ, ຍິງ 49 ຄົນ, ປະຖົມ 215/107 ມຍ459 ຄົນ, ຍິງ 217 ຄົນ). ພິເສດ, ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານເຈົົ້າແຂວງພະແນກສຶກສາທິການ ແລະກິລາແຂວງ ໂດຍສົມທົບກັບຫ້ອງການສຶກສາທິການ ແລະ ກິລາ ໃນແຕ່ລະເມືອງ ໄດ້ຈັດສົ່ງນັກຮຽນ ທີ່ຮຽນຈົບ ມ.7 ມາຮຽນຄູ ພາຍໃຕ້ການໃຫ້ທຶນຂອງ ທ່ານເຈົົ້າແຂວງໄດ້ທັງໝົດ 547 ຄົນ, ຍິງ 361 ຄົນ ຊຶ່ງຮຽນທີ່ວິທະຍາໄລຄູສະຫວັນນະເຂດ ຈໍານວນ 483 ຄົນ, ຍິງ 323 ຄົນແລະຮຽນທີ່ຄະນະສຶກສາສາດມະຫາວິທະຍາໄລສະຫວັນນະເຂດ ຈໍານວນ 64/38.

ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ວຽກງານການສຶກສາ ຂອງ ວຄສ ແຂວງ ໂດຍທ່ານເນັ້ນໜັກໃນຫຼາຍບັນຫາສໍາຄັນ ເຊັ່ນ: ການຍົກລະດັບຄຸນະພາບການຮຽນການສອນໃຫ້ທັນສະໄໝ ແລະ ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ; ການພັດທະນາຄູ-ອາຈານໃຫ້ມີຄວາມຮູ້ ແລະທັກສະທີ່ທັນສະໄໝ ເພື່ອສາມາດສອນໃຫ້ນັກຮຽນຮັກການຮຽນຮູ້ ແລະມີທັກສະຊີວິດ, ການລະດົມພາກສ່ວນຕ່າງໆ ລວມທັງພໍ່ແມ່, ຊຸມຊົນ ແລະອົງການທ້ອງຖິ່ນ ເຂົ້າຮ່ວມສົ່ງເສີມ ແລະລະດົມໃຫ້ເດັກນ້ອຍເຂົ້າໂຮງຮຽນ ໃຫ້ທັນເວລາ ແລະຢ່າງຄົບຖ້ວນ; ການສ້າງເງື່ອນໄຂ ແລະ ບັນຍາກາດການຮຽນທີ່ດຶງດູດໃຫ້ເດັກນ້ອຍຮັກໂຮງຮຽນ ແລະມີຄວາມສຸກໃນການຮຽນ.
ທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ບັນດາຫົວໜ້າຫ້ອງການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຮ່ວມມືຢ່າງໃກ້ຊິດກັບພາກສ່ວນທ້ອງຖິ່ນ ເພື່ອລະດົມໃຫ້ນັກຮຽນເຂົ້າໂຮງຮຽນຄົບຈໍານວນ ໂດຍພິເສດໃນພື້ນທີ່ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ເພື່ອໃຫ້ເດັກທຸກຄົນໄດ້ມີໂອກາດຮຽນຮູ້ຢ່າງເທົ່າເຖິງ ແລະ ສ້າງອະນາຄົດທີ່ດີໃຫ້ກັບຕົນເອງ.
ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂັ້ນແຂວງມອບອຸປະກອນສະໜັບສະໜູນການຈັດການຮຽນການສອນ ລວມມູນຄ່າ 50 ລ້ານກວ່າກີບ, ພະແນກອຸດສາຫະກຳ ແລະການຄ້າແຂວງສະຫວັນນະເຂດມອບອຸປະກອນການຮຽນປຶ້ມ ຈຳນວນ 300 ຫົວ ແລະເຄື່ອງກິລາອີກຈຳນວນໜຶ່ງ, ພະແນກແຮງງານແລະສະຫວັດດີການແຂວງມອບເຂົ້າສາານ ຈຳນວນ 1 ໂຕນ.
ໂອກາດດັ່ງກ່າວ, ຄະນະນໍາຂັ້ນແຂວງ ຍັງໄດ້ໄປຍ່າງເລາະເບິ່ງສະຖານທີ່ຕ່າງໆ ເຊັ່ນ: ຫໍພັກນັກສຶກສາ, ອາຄານຮຽນ ແລະ ຫ້ອງຮຽນ ອີກດ້ວຍ.











