ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ປືກສາຫາລື ແລະ ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ແນໃສ່ການປຽບທຽບສິ່ງທີ່ຄືກັນ ແລະ ແຕກຕ່າງກັນໃນການຮຽນການສອນ ພ້ອມທັງຄົ້ນຄວ້າ, ວິເຄາະຫຼັກສູດຂອງບັນດາປະເທດອາຊຽນ, ພາກພື້ນ ແລະ ສາກົນ ໃນລະດັບຊັ້ນມັດທະຍົມຕອນຕົ້ນ ແລະ ປາຍ ເພື່ອເປັນບ່ອນອີງໃນຄົ້ນຄວ້າ ແລະ ການປັບປຸງ ສົ່ງເສີມການຈັດຕັ້ງປະຕິບັດການຮຽນການສອນຫຼັກສູດໃຫ້ມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເປັນ 2 ໄລຍະ ໃນລະຫວ່າງວັນທີ 25-29 ພະຈິກ ຫາ 4 ທັນວາ 2024 ທີ່ ເຮືອນພັກແຄມງື່ມ...








