ສະພາການສຶກສາຊັ້ນສູງແຫ່ງຊາດ ເປີດກອງປະຊຸມສະໄໝສາມັນເທື່ອທີ 1 ຊຸດທີ II ພິຈາລະນາ ຮັບຮອງຕຳແໜ່ງວິຊາການຄູຂັ້ນ ສຈ ແລະ ຮສ
ສະພາການສຶກສາຊັ້ນສູງແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 1 ຊຸດທີ II ເພື່ອເປັນການປຶກສາຫາລື ພິຈາລະນາ ແລະ ຮັບຮອງຕຳແໜ່ງວິຊາການຄູຂັ້ນສາດສະດາຈານ (ສຈ) ແລະ ຮອງສາດສະດາຈານ (ຮສ) ຂອງສະຖານການສຶກສາຊັ້ນສູງ ພ້ອມທັງຄົ້ນຄວ້າກ່ຽວກັບວຽກງານພົ້ນເດັ່ນໃນປັດຈຸບັນ ແລະ ແຜນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນໄປຕາມແຜນການ ແລະ ໄດ້ຮັບໝາກຜົນທີ່ດີຂຶ້ນ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 15 ຕຸລາ 2024 ທີ່ຫ້ອງປະຊຸມສູນຝຶກອົບຮົມແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ...








