ຫຼາຍອົງການຈັດຕັ້ງສາກົນ ຊ່ວຍເຫຼືອບັນດາໂຮງຮຽນເປົ້າໝາຍແຂວງຫຼວງນໍ້າທາ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ອົງການອຸຍນີເຊບ ປະຈໍາ ສປປ ລາວ, ສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ແລະ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ຮ່ວມກັນມອບເຄື່ອງຕ່າງໆ ໂດຍສະເພາະແມ່ນບັນດາອຸປະກອນການສຶກສາໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເພື່ອສືບຕໍ່ນໍາໄປຊ່ວຍເຫຼືອບັນດາໂຮງຮຽນເປົ້າໝາຍແຂວງຫຼວງນໍ້າທາ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກ 3 ອົງການຈັດຕັ້ງສາກົນ ໄດ້ຈັດຂຶ້ນ ໃນວັນທີ 15 ຕຸລາ 2024 ທີ່ສຳນັກ ກະຊວງ ສສກ ໃຫ້ກຽດຕາງໜ້າກ່າວມອບໂດຍ ທ່ານ ບິລາວ ໂອແຣັງ ດູຣານີ ຕາງໜ້າຈາກອົງການອຸຍນີເຊບ ປະຈໍາ ສປປ ລາວ ແລະ ຕາງໜ້າກ່າວຮັບໂດຍທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ, ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດສະທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ, ທ່ານ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ສປປ ລາວ, ທ່ານ ໄມເຄິ້ນ ແມັກຄ໋ອດ ຕາງໜ້າອົງການພັດທະນາສາກົນ ປະເທດສາຫະລັດອາເມຣິກາ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາຫົວໜ້າຮອງຫົວໜ້າກົມ, ພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການອຸຍນີເຊບ, ອົງການ USAID ແລະ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີດັ່ງກ່າວ, ທ່ານ ປອ ສໍາລານ ພັນຄະວົງ ກ່າວວ່າ: ນັບແຕ່ເດືອນມີນາ ຫາ ກັນຍາ 2024 ໄດ້ມີສະພາບຄວາມເສຍຫາຍທີ່ເກີດຈາກໄພພິບັດ ລົມພະຍຸ ແລະ ນໍ້າຖ້ວມໃນບັນດາແຂວງພາກເໜືອ, ກາງ ແລະ ພາກໃຕ້ ທີ່ກວມເຖິງ 16 ແຂວງ, 56 ເມືອງ. ໃນນັ້ນ, ມີໂຮງຮຽນອະນຸບານ 40 ແຫ່ງ, ປະຖົມ 189 ແຫ່ງ, ໂຮງຮຽນມັດທະຍົມສຶກສາ 64 ແຫ່ງ, ຫ້ອງການສຶກສາທິການ ແລະ ກິລາເມືອງ 1 ແຫ່ງ, ສູນການສຶກສານອກໂຮງຮຽນ 1 ແຫ່ງ, ຫໍພັກນັກຮຽນວິທະຍາໄລຄູ ແຂວງຫຼວງນໍ້າທາ, ວິທະຍາໄລເຕັກນິກແຂວງຫຼວງນໍ້າທາ, ເຮືອນຄົວ 1 ແຫ່ງ, ຊຶ່ງປະກອບມີສັງກະສີ ແລະ ກະເບື້ອງ 28.017 ແຜ່ນ ແລະວັດສະດຸອຸປະກອນໃນອາຄານຮຽນຕ່າງໆ ປະເມີນຜົນເສຍຫາຍໃນເບື້ອງຕົ້ນລວມມູນຄ່າທັງໝົດ 7.228.998.553 ກີບ (ສໍາລັບແຂວງອື່ນໆຍັງບໍ່ມີຂໍ້ມູນລະອຽດ).
ສໍາລັບເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຈໍານວນນັກຮຽນ, ນັກສຶກສາ, ຄູອາຈານ ແລະ ສະຖານການສຶກສາ ທີ່ໄດ້ຮັບຜົນກະທົບ ເຫັນວ່າມີໂຮງຮຽນອານຸບານ ຈໍານວນ 17 ແຫ່ງ, ໂຮງຮຽນປະຖົມສຶກສາ ຈໍານວນ 23 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນຈໍານວນ 7 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນຈໍານວນ 3 ແຫ່ງ ລວມທັງໂຮງຮຽນມັດທະຍົມຊົນເຜົ່າແຂວງ; ນັກຮຽນຊັ້ນອະນຸບານຈໍານວນ 5.611 ຄົນ, ນັກຮຽນຊັ້ນປະຖົມ ຈໍານວນ 2.105 ຄົນ, ນັກຮຽນຊັ້ນມັດທະຍົມສຶກສາຈໍານວນ 2.711 ຄົນ; ຄູອາຈານທີ່ສອນໂຮງຮຽນຊັ້ນອານຸບານ, ປະຖົມ ແລະ ມັດທະຍົມສຶກສາ ຈໍານວນ 672 ຄົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ. ນອກຈາກນັ້ນ, ຍັງມີປຶ້ມຕໍາລາຮຽນເສຍຫາຍ ລວມມູນຄ່າເຖິງ 1.385.645.553 ກີບ ຍັງບໍ່ລວມຜົນເສຍຫາຍອື່ນໆ.
ເຖິງຢ່າງໃດກໍຕາມ, ທ່ານຮອງລັດຖະມົນຕີ ສສກ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ບັນດາທ່ານຈາກທຸກໆພາກສ່ວນ ແລະ ຂໍຂອບໃຈນຳອົງການອຸຍນີເຊັບ ປະຈຳ ສປປ ລາວ, ລັດຖະບານອົດສະຕຣາລີ, ນອກແວ ແລະ ອົງການ USAID ທີ່ຍາມໃດກໍໃຫ້ການສະໜັບສະໜູນການສຶກສາເດັກນ້ອຍລາວ ໂດຍສະເພາະສົ່ງເສີມການພັດທະນາການດູແລ ແລະ ສຶກສາກ່ອນໄວຮຽນ ໃນ ສປປ ລາວ ມາຕະຫຼອດ. ຂໍອວຍພອນໄຊອັນປະເສີດໃຫ້ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດວຽກງານຂອງທ່ານ.
ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ສສກ ຍັງໄດ້ມອບໃບຍ້ອງຍໍໃຫ້ອົງການອຸຍນີເຊບ ປະຈໍາ ສປປ ລາວ, ສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ແລະ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ອີກດ້ວຍ.
ພາບ-ຂ່າວໂດຍ ສົງການ ພັນແພງດີ



















