Skip to main content

ສສກ-ສະວິດຄອນແທັກລາວ ຮ່ວມມືສືບຕໍ່ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ ໄລຍະທີ 2

16/10/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການສະວິດຄອນແທັກລາວ (Swisscontact Lao PDR) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ສືບຕໍ່ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ ໄລຍະທີ 2 (VTESS) ພາຍຫຼັງຜ່ານການຈັດຕັ້ງປະຕິບັດໂຄງການ ໄລຍະທີ 1 ເຫັນວ່າ ຜົນໄດ້ຮັບ ແລະ ຜົນກະທົບອັນດີຫຼາຍຢ່າງຈາກໂຄງການນີ້.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳໄລຍະທີ 2 (VTESS) ໃນວັນທີ 15 ຕຸລາ 2024 ທີ່ໂຮງແຮມ ດັບເບີທຣີ ຮິນຕັນ, ນະຄອນຫຼວງວຽງຈັນ ໂດຍຕາງໜ້າໃນການລົງນາມຂອງທ່ານ​ ວິໄລພອນ​ ພົມມະຫາໄຊ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໄມເຄິນ ຟິ້ງ ຜູ້ອໍານວຍການໃຫຍ່ ອົງການສະວິດຄອນເເທັກ ປະຈໍາ ສປປ ລາວ  ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈວນ ກາບຣຽວ ຫົວໜ້າອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງ ປະເທດສະວິດເຊີແລນ ປະຈຳພາກພື້ນ (SDC), ພ້ອມດ້ວຍຜູ້ຕາງໜ້າກົມທີ່ກ່ຽວຂ້ອງຈາກກະຊວງຕ່າງໆ (ກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງສຶກສາທິການ ແລະ ກິລາ), ຈາກອົງການເພື່ອການພັດທະນາ ແລະ ຮ່ວມມື ແຫ່ງ ສະວິດເຊີແລນ ແລະ ອົງການສະວິດຄອນແທັກລາວ.

ໃນພິທີ, ທ່ານ​ ວິໄລພອນ​ ພົມມະຫາໄຊ ໄດ້ກ່າວວ່າ: ໂຄງການດັ່ງກ່າວນີ້້ ໄດ້ຮັບການຈັດຕັ້ງປະຕິບັດສືບຕໍ່ຈາກໂຄງການໄລຍະທີ 1 ແຕ່ປີ 2019 ຮອດ 2023 ແລະ ໄລຍະທີ 2 ນີ້ແມ່ນອີກ 4 ປີ ຈົນຮອດປີ 2027. ຜ່ານການຈັດຕັ້ງປະຕິບັດໂຄງການໄລຍະທີ 1 ເຫັນໄດ້ເຖິງຜົນໄດ້ຮັບ ແລະ ຜົນກະທົບອັນດີຫຼາຍຢ່າງຈາກໂຄງການ ໂດຍສະເພາະ ຊາວໜຸ່ມຜູ້ດ້ອຍໂອກາດ ໄດ້ເຂົ້າຮົບຮົມວິຊາຊີບ ຈຳນວນ 4.000 ກວ່າຄົນ, ຜູ້ໃຫ້ຄໍາປຶກສາດ້ານວຽກເຮັດງານທໍາໄດ້ 50 ຄົນ. ໃນນັ້ນ 33 ຄົນ ໄດ້ຮັບການຢັ້ງຢືນການເປັນຜູ້ໃຫ້ຄໍາປຶກສາລະດັບສູງຈາກມະຫາວິທະຍາໄລ ລູເຊິນ, ສະວິດເຊີແລນ, ຊາວໜຸ່ມຈໍານວນ 854 ກວ່າຄົນ ເຂົ້າຮ່ວມວົງຈອນໃຫ້ຄໍາປຶກສາ, ສະໜັບສະໜູນທຶນໃຫ້ຊາວໜຸ່ມຈົບຈາກວົງຈອນໃຫ້ຄໍາປຶກສາ ຈໍານວນ 200 ກວ່າຄົນ ເພື່ອປະກອບອາຊີບດ້ວຍຕົນເອງ, ຝຶກຄູຝຶກພື້ນຖານການກາຍເປັນຜູ້ປະກອບການໄດ້ 29 ຄົນ, ພັດທະນາຫຼັກສູດໄດ້ 21 ຫຼັກສູດ (9 ຫຼັກສູດຄູ່ຂະໜານວິຊາຊີບ ກັບ ການຍົກລະດັບການສຶກສາ ມ.ຕົ້ນ), 3 ຫຼັກສູດທັກສະສີຂຽວ ໃນສາຂາວິຊາສ້ອມແປງ ແລະ ບໍາລຸງຮັກສາລົດຈັກ/ລົດຖີບໄຟຟ້າ.

ຜົນໄດ້ຮັບຈາກໂຄງການ ໂດຍສະເພາະດ້ານການປະກອບອາຊີບຂອງຜູ້ຮຽນຈົບແມ່ນ 43% ສໍາລັບຜູ້ຮຽນຈົບຈາກວິຊາຊີບລະດັບ 1-2 ແລະ 72% ສຳລັບຜູ້ຮຽນຈົບຈາກວົງຈອນໃຫ້ຄໍາປຶກສາ. ຍ້ອນເຫັນໄດ້ເຖິງຜົນໄດ້ທີ່ຫຼາກຫຼາຍ ຜູ້ໃຫ້ທຶນຈຶ່ງເຫັນດີໃຫ້ການສະໜັບສະໜູນສືບຕໍ່ໄລຍະທີ 2 ອີກ 4 ປີ ໃນງົບປະມານ 8,6 ລ້ານ ຝຣັງສະວິດ (ຮອດປີ 2027). ປັດຈຸບັນ, ການອອກແບບກິດຈະກໍາ ແລະ ຂອບເຂດວຽກຈຸດສຸມແມ່ນໄດ້ຮັບການຕົກລົງຮ່ວມກັນ ລະຫວ່າງ ໂຄງການ ແລະ ກົມອາຊີວະສຶກສາ, ກະຊວງ ສສກ ແລະ ຂໍ້ຕົກລົງຮັບເອົາໂຄງການ ແມ່ນໄດ້ຮັບການອະນຸມັດແລ້ວ ຈຶ່ງໄດ້ຈັດພິທີນີ້ຂຶ້ນເພື່ອເຊັນສັນຍາອີກເທື່ອໜຶ່ງຢ່າງເປັນທາງການ.

ໂຄງການໃນໄລຍະທີ 2 ນີ້ ມີຄາດໝາຍຈະສູ້ຊົນໃຫ້ສາມາດສະໜັບສະໜູນຊາວໜຸ່ມຈໍານວນຫຼາຍກວ່າ 4.500 ຄົນໃຫ້ສາມາດເຂົ້າເຖິງການຝຶກອົບຮົມວິຊາຊີບ, ເຂົ້າເຖິງບໍລິການໃຫ້ຄໍາປຶກສາ ແລະ ແນະນໍາອາຊີບ, ຝຶກອົບຮົມພື້ນຖານການເປັນຜູ້ປະກອບການ ແລະ ສະໜັບສະໜູນການຊອກວຽກໃຫ້ແກ່ກຸ່ມເປົ້າໝາຍໃຫ້ໄດ້ສູງຂຶ້ນ.

VTESS ເປັນໂຄງການທີ່ສຳຄັນໜຶ່ງນອນໃນແຜນພັດທະນາການສຶກສາ ຊຶ່ງຮັບໃຊ້ນະໂຍບາຍລວມຂອງຊາດ ແລະ ປະກອບສ່ວນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ ເຊັ່ນ: ການສຶກສາເພື່ອທຸກຄົນ, ການມີວຽກເຮັດງານທຳທີ່ດີ, ການລົດຜ່ອນຄວາມທຸກຍາກ ກໍຄື ຈຸດປະສົງທາງການເມືອງທີ່ຈະບໍ່ປະຖິ້ມຜູ້ໃດໄວ້ຂ້າງຫຼັງ ໂດຍມີວຽກຈຸດສຸມເນັ້ນໜັກໃສ່ການພັດທະນາທັກສະວິຊາຊີບໃຫ້ແກ່ຊາວໜຸ່ມດ້ອຍໂອກາດທີ່ຮຽນຈົບຊັ້ນປະຖົມ ແລະ ຈົບມັດທະຍົມຕົ້ນ (ຈາກຄອບຄົວທຸກຍາກ, ຢູ່ຫ່າງໄກສອກຫຼີກ, ຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ອື່ນໆ) ເພື່ອໃຫ້ໄດ້ຮັບການຝຶກອົບຮົມທັກສະວິຊາຊີບ, ມີວຽກເຮັດງານທຳ, ມີລາຍຮັບ ແລະ ກາຍເປັນຜູ້ປະກອບການ ເພື່ອກ້າວສູ່ເປົ້າໝາຍສູງສຸດ ກໍຄື ຫຼຸດພົ້ນອອກຈາກຄວາມທຸກຍາກ.

ໂອກາດດຽວກັນນີ້, ທ່ານ ຮອງລັດຖະມົນຕີ ສສກ ໄດ້ກ່າວວ່າ: ວຽກງານອາຊີວະສຶກສາເປັນວຽກທີ່ກວ້າງ ຂວາງ, ກວມເອົາຫຼາຍຂົງເຂດການສຶກສາ, ມີຄວາມສະຫຼັບຊັບຊ້ອນ, ລະອຽດອ່ອນ, ການຈັດຕັ້ງກະແຈກກະຈາຍ, ຕ້ອງການການລົງທຶນສູງ ແລະ ມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດຂອງຊາດ ເພາະຄົນເປັນປັດໄຈຕັດສິນສູງສຸດຕໍ່ທຸກມິຕິຂອງວຽກງານ. ພ້ອມກັນນີ້, ທ່ານ ໄດ້ຕີລາສູງຕໍ່ຜົນສໍາເລັດທີ່ໄດ້ຮັບຈາກໂຄງການ ໄລຍະທີ 1 ຜ່ານມາ ມັນໄດ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງທຸກພາກສ່ວນ ເປັນຕົ້ນແມ່ນທາງພາກລັດ, ໂຄງການ ກໍຄືຜູ້ໃຫ້ທຶນ ທັງນີ້ ກໍຍ້ອນເຫັນໄດ້ເຖິງຄວາມສໍາຄັນ ຈຶ່ງໄດ້ພິຈາລະນາໃຫ້ການສະໜັບສະໜູນໂຄງການໃນໄລຍະທີ 2 ຕື່ມອີກໃນງົບປະມານ 8,6 ລ້ານ ເປັນເວລາ 4 ປີ ຮອດປີ 2027 ຊຶ່ງສະແດງໃຫ້ເຫັນເຖິງໝາກຜົນ ແລະ ຜົນກະທົບອັນດີຈາກທຸກຄວາມພະຍາຍາມຂອງພວກເຮົາທຸກຄົນ.

ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຖືເອົາວຽກການພັດທະນາຊັບພະຍາກອນມະນຸດເປັນວຽກບູລິມະສິດ ສະແດງໃຫ້ເຫັນຈຸດສຸມການພັດທະນາຂອງພັກ-ລັດເຮົາ ແມ່ນມີຄວາມຊັດເຈ ແລະ ສອດຄ່ອງ. ອີງໃສ່ນະໂຍບາຍພື້ນຖານທີ່ເວົ້າມານັ້ນ ວຽກງານອາຊີວະສຶກສາ ເວົ້າລວມ, ເວົ້າສະເພາະການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນມີວຽກເຮັດງານທຳທີ່ໂຄງການດຳເນີນຢູ່ ຖືເປັນເຟືອງຟັນກົນຈັກໜຶ່ງປິ່ນອ້ອມ, ເກາະກ່າຍ ແລະ ຊ່ວຍຂັບເຄື່ອນ ເຮັດໃຫ້ພວກເຮົາສາມາດບັນລຸເປົ້າໝາຍດ້ານນະໂຍບາຍດັ່ງກ່າວນັ້ນໄດ້.

ສໍາລັບໂຄງການ VTESS ໄລຍະທີ 2 ຈະສະໜັບສະໜູນກຸ່ມເປົ້າໝາຍໄວໜຸ່ມທີ່ດ້ອຍໂອກາດ ຈໍານວນ 3.500 ຄົນ ໃຫ້ເຂົ້າຝຶກອົບຮົມວິຊາຊີບ ແລະ ເຂົ້າຮ່ວມວົງຈອນໃຫ້ຄໍາປຶກສາດ້ານວຽກເຮັດງານທຳ ເພື່ອຍົກລະດັບທັກສະອາຊີບ, ການປະກອບອາຊີບ ແລະ ການເລີ່ມຕົ້ນທຸລະກິດຂອງຕົນເອງ. ໂຄງການຈະດຳເນີນກິດຈະກຳຢູ່ໃນ 5 ແຂວງ ຄື: ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ ແລະ ສາລະວັນ ແລະ ນະຄອນຫຼວງວຽງຈັນ ຊຶ່ງມີໄລຍະເວລາຮອດປີ 2027, ດ້ວຍງົບປະມານທັງໝົດ 8.600.000 ຝຣັງສະວິດ. ທັງນີ້, ເພື່ອສືບຕໍ່ຜົນສໍາເລັດຈາກໂຄງການໄລຍະທີ 1, ໃນໂຄງການ ໄລຍະທີ 2 ນີ້ ຈະສືບຕໍ່ກິດຈະກຳ “ການໃຫ້ຄຳປຶກສາ ແລະ ສະໜັບສະໜູນການມີວຽກເຮັດງານທຳ” ຄຽງຄູ່ກັບການສະໜັບສະໜູນການຈັດຕັ້ງກອງທຶນພັດທະນາອາຊີວະສຶກສາ (ກພອ) ເພື່ອຮັບປະກັນຜົນໄດ້ຮັບໄລຍະຍາວ ກໍຄື ຄວາມຍືນຍົງ.

 ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ