Skip to main content

ການນຳແຂວງສະຫວັນນະເຂດ ຮ່ວມເປີດງານບຸນອອກພັນສາ ແລະ ຊ່ວງເຮືອ ທີ່ແຂວງມຸກດາຫານ

ການນຳແຂວງສະຫວັນນະເຂດ ນຳໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມດ້ວຍຄະນະຜູ້ແທນ ແລະ ຄະນະສີພາຍເຮືອປະເພນີ ໄດ້ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮຶອ ປະຈຳປີ ພສ 2566 ໃນຕອນເຊົ້າວັນທີ 27 ຕຸລາ 2023 ທີ່ເທດສະບານເມືອງມຸກດາຫານ ແຂວງມຸກດາຫານ ປະເທດໄທ ໂດຍການເປັນກຽດຕ້ອນຮັບຂອງ ທ່ານ ວໍລະຍານ ບຸນນະລາດ ເຈົ້າແຂວງມຸກດາຫານ, ທ່ານ ນາງ ສຸວັນນີ ຕັ້ງປະລິທານົນ ເຈົ້າເມືອງມຸກດາຫານ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ວໍະຍານ ບຸນນະລາດ ເຈົ້າແຂວງມຸກດາຫານ ໄດ້ກ່າວວ່າ: ການຈັດງານດັ່ງກ່າວ ແມ່ນເພື່ອເປັນການອະນຸລັກ ສົ່ງເສີມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ແລະ...

Continue reading

ຍ່າງເພື່ອສຸຂະພາບ ສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໂຮງໝໍມິດຕະພາບ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ (World Stroke Day) ພາຍໃຕ້ຄໍາຂວັນ: “ພະຍາດເສັ້ນເລືອດສະໝອງປ້ອງກັນໄດ້ ຫ່າງໄກຈາກການເປັນອຳມະພຶກ-ອຳມະພາດ” ເມື່ອບໍ່ດົນມານີ້ ທີ່ເຂດເສດຖະກິດ ພິເສດບຶງທາດຫຼວງ ໂດຍມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມດ້ວຍຄະນະອຳນວຍການ, ບັນດາໂຮງໝໍສູນກາງອ້ອມຂ້າງ, ກົມກອງ, ພະແນກການຕ່າງໆ, ສະມາຄົມຜູ້ສູງອາຍຸນະຄອນຫຼວງວຽງຈັນ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ສະໜອງ ທອງຊະນະ ກ່າວວ່າ: ໃນວັນທີ 29 ຕຸລາ...

Continue reading

ວລ ເຕັກນິກ ລາວ-ເຢຍລະມັນ ສະຫຼຸບການຮຽນການສອນ ອາຊີວະສຶກສາແບບຄວບຄູ່ ສົກ 2022-2023

ວິທະຍາໄລ (ວລ) ເຕັກນິກ ລາວ-ເຢຍລະມັນ ໄດ້ຈັດພິທີສະຫຼຸບ ແລະ ມອບ-ຮັບປະກາສະນິຍະບັດໃຫ້ແກ່ນັກສຶກສາ ທີ່ຮຽນໃນຮູບແບບອາຊີວະສຶກສາຄວບຄູ່ (DCT) ສາຂາກົນຈັກໜັກ ແລະ ສາຂາສ້ອມແປງຕົວຖັງ ແລະ ສີລົດຍົນ ພາຍໃຕ້ທຶນສະໜັບສະໜູນຂອງໂຄງການ VEFF ສົກຮຽນ 2022-2023 ເມື່ອວັນທີ 26 ຕຸລາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ ເຂດບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ແລະ ມອບປະກາສະນິຍະບັດຂອງທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ, ມີທ່ານ ໂພໄຊ ບູລົມ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາລະດຸນ ອາມາລາທິທາດາ ຜູ້ຊ່ຽວຊານ ຕາງໜ້າໂຄງການ,  ພ້ອມດ້ວຍບັນດາປະທານ,...

Continue reading

ບໍລິສັດ ຊີໂນ-ອາກຣີ ໂປຕາສ ມອບທຶນຊ່ວຍເຫຼືອຄູ ແລະ ນັກຮຽນ ແຂວງເປົ້າໝາຍ 1 ພັນກວ່າຄົນ

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຊຶ່ງເປັນບໍລິສັດໃນເຄືອຂ່າຍຂອງວິສາຫະກິດຈີນ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້ມອບທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາໃນ 6 ແຂວງເປົ້າໝາຍ (ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ, ຈໍາປາສັກ ແລະ ຊຽງຂວາງ) ຈໍາ​ນວນ 1 ພັນກວ່າຄົນ ໃຫ້ແກ່ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ລວມມູນຄ່າ 700.000 ໂດ​ລາ​ສະ​ຫະ​ລັດ. ເມື່ອວັນ​ທີ 27 ຕຸ­ລາ 2023 ກະ­ຊວງ​ສຶກ­ສາ​ທິ​ການ ແລະ ກິ­ລາ ໄດ້​ຮ່ວມ​ກັບວິສາຫະກິດຈີນ ອາ​ຊີ​-​ໂປ​ຕາສ ສາກົນ ແລະ ບໍ­ລິ­ສັດ​ໃນ​ເຄືອຂ່າຍ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ ໄດ້ຈັດພິ­ທີ​ມອບ-ຮັບ​ທຶນ​ຊ່ວຍ­ເຫຼືອ​ການ​ສຶກ­ສາ ສົກຮຽນ 2023-2024 ໂດຍໃຫ້ກຽດມອບຂອງທ່ານ ອ້າຍ ຢົງຈຸນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ...

Continue reading

ສສກ ເປີດກວ້າງຮ່າງຍຸດທະສາດ ແຜນດຳເນີນງານແຫ່ງຊາດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ 2025-2040

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເປີດກວ້າງກ່ຽວກັບ ການຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ປີ 2025-2040 ເມື່ອວັນ​ທີ ​27 ຕຸລາ 2023 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂຊຢຸນ ຄິມ ຫົວໜ້າອົງການ UNESCO ປະຈຳພາກພື້ນ, ມີ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຂະແໜງການຈາກກະຊວງທີ່ກ່ຽວຂ້ອງ ແລະ ບັນດາກົມ, ຫ້ອງການ ແລະ ມະຫາວິທະຍາໄລ ແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ...

Continue reading

ສສກ ພັດທະນາຂີດຄວາມສາມາດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນ ວລ ຄູເປົ້າໝາຍ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສ້າງຂີດຄວາມສາມາດໃຫ້ແກ່ທີມງານວິຊາການ 3 ວິທະຍາໄລ (ວລ) ຄູເປົ້າໝາຍ ທາງດ້ານທັກສະໃນການໃຫ້ຄໍາປຶກສາ ຂຶ້ນພ້ອມກັນ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ, ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ. ການຝຶກອົບຮົມແມ່ນສ່ວນໜຶ່ງຂອງກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສໍາລັບທີມງານວິຊາການໃນ 3 ວິທະຍາໄລຄູເປົ້າໝາຍ ທີ່ຈັດໂດຍກົມການສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ. ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ...

Continue reading

ຄະນະຜູ້ແທນລາວ ຮ່ວມປະຊຸມສາກົນ ຄັ້ງທີ 8 ການສຶກສາພົນລະເມືອງໂລກ

ຄະນະຜູ້ແທນລາວ ຊຶ່ງນໍາພາໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 8 ກ່ຽວກັບການສຶກສາພົນລະເມືອງໂລກ ຫຼື Global Citizenship Education (GCED) ໃນຫົວຂໍ້ ເປີດການສຶກສາພົນລະເມືອງໂລກ: ການຫັນປ່ຽນການຮຽນຮູ້ເພື່ອສ້າງຄວາມເຂັ້ມແຂງທີ່ສໍາຄັນ (Unpacking GCED: Transformative Learning for Critical Empowerment)  ຈັດຂຶ້ນໃນລະ​ຫວ່າງວັນທີ 18-19 ຕຸລາ 2023 ທີ່ Seoul ສ.ເກົາຫຼີ ແລະ ກອງປະຊຸມວິຊາການຄູ່ຮ່ວມງານການພັດທະນາ ແລະ  ແຊກຊ້ອນການສຶກສາພົນລະເມືອງໂລກເຂົ້າໃນຫຼັກສູດ ໃນວັນທີ 20-21 ຕຸລາ 2003  ໂດຍມີຜູ້ຕິດຕາມ ແລະ ເຂົ້າຮ່ວມຈາກກົມຮ່ວມມືກັບຕ່າງປະເທດ ແລະ...

Continue reading

ສ່ວຍສາອາກອນ ນວ ມອບເຄື່ອງກິລາ 30 ຊຸດ ໃຫ້ສູນໂຄສະນາຂ່າວສານ ສສກ ໂອກາດຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 29 ປີ

ສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ມອບເຄື່ອງກິລາພິມລາຍ ຍີ່ຫ້ໍ ໄອ-ສະປອດ ຈຳນວນ 30 ຊຸດ ໃຫ້ແກ່ທີມສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (IMC United) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອສ້າງຂະບວນການຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ພ້ອມທັງສ້າງໂອກາດໃຫ້ບັນດາສະມາຊິກຂອງທີມໄອເອັມຊີ ຢູໄນເຕັດ ໄດ້ມີຄວາມສະດວກໃນການເຄື່ອນໄຫວຫຼິ້ນກິລາຮ່ວມກັບບັນດາພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ເນື່ອງໃນໂອກາດວັນສຳຄັນຂອງພັກ, ຂອງຊາດ ແລະ ຂອງສາກົນ ໃນຕໍ່ໜ້າ. ພິທີມອບ-ຮັບເຄື່ອງໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ...

Continue reading