Skip to main content

ບໍລິສັດ ຊີໂນ-ອາກຣີ ໂປຕາສ ມອບທຶນຊ່ວຍເຫຼືອຄູ ແລະ ນັກຮຽນ ແຂວງເປົ້າໝາຍ 1 ພັນກວ່າຄົນ

31/10/2023

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຊຶ່ງເປັນບໍລິສັດໃນເຄືອຂ່າຍຂອງວິສາຫະກິດຈີນ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້ມອບທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາໃນ 6 ແຂວງເປົ້າໝາຍ (ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ, ຈໍາປາສັກ ແລະ ຊຽງຂວາງ) ຈໍາ​ນວນ 1 ພັນກວ່າຄົນ ໃຫ້ແກ່ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ລວມມູນຄ່າ 700.000 ໂດ​ລາ​ສະ​ຫະ​ລັດ.

ເມື່ອວັນ​ທີ 27 ຕຸ­ລາ 2023 ກະ­ຊວງ​ສຶກ­ສາ​ທິ​ການ ແລະ ກິ­ລາ ໄດ້​ຮ່ວມ​ກັບວິສາຫະກິດຈີນ ອາ​ຊີ​-​ໂປ​ຕາສ ສາກົນ ແລະ ບໍ­ລິ­ສັດ​ໃນ​ເຄືອຂ່າຍ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ ໄດ້ຈັດພິ­ທີ​ມອບ-ຮັບ​ທຶນ​ຊ່ວຍ­ເຫຼືອ​ການ​ສຶກ­ສາ ສົກຮຽນ 2023-2024 ໂດຍໃຫ້ກຽດມອບຂອງທ່ານ ອ້າຍ ຢົງຈຸນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ແລະ ຮັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ຫຼັງຈາກນັ້ນ, ໄດ້ມອບຕໍ່ໃຫ້ແກ່ 6 ແຂວງເປົ້າໝາຍທີ່ໄດ້ຮັບທຶນຊ່ວຍເຫຼືອ, ມີຮອງ​ເຈົ້າ­​ແຂວງ​ເຊ​ກອງ, ສາ­ລະ​ວັນ,  ຊຽງ​ຂວາງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວ­ໜ້າພະແນກ​ສຶກ­ສາທິການ ແລະ ກິລາ​ແຂວງ​ທີ່​ກ່ຽວ­ຂ້ອງ, ການ​ນໍາ​ທີ່​ກ່ຽວ­ຂ້ອງ​ຂອງຝ່າຍສະໜອງທຶນ ອາ​ຊີ​-​ໂປ​ຕາສ ສາ­ກົນ ແລະ ສື່ມວນຊົນເຂົ້າ​ຮ່ວມ​.

 

ການ​ຊ່ວຍ­ເຫຼືອໃນ​ຄັ້ງນີ້, ແມ່ນເປັນຊຸດ​ທໍາ​ອິດທີ່ທາງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ມອບເງິນຊ່ວຍເຫຼືອການສຶກສາໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ທັງໝົດ 700.000 ໂດລາສະຫະລັດ ໃນສົກຮຽນ 2023-2024 ຊຶ່ງເປັນກອງ​ທຶນ​ການ​ສຶກ­ສາ​ທີ່​ບໍ­ລິ­ສັດ​ສ້າງ­ຕັ້ງ​ຂຶ້ນ ໃນວັນທີ 1 ທັນວາ 2022 ເປັນກອງທຶນການສຶກສາທີ່ລົງນາມຮ່ວມກັນໂດຍກະຊວງສຶກສາທິການ ແລະ ກິລາ ແລະ ອາຊີ-ໂປຕາສ ສາກົນ ຊຶ່ງໄດ້ຮັບການສະໜັບສະໜູນທຶນເຕັມຈໍານວນຈາກ ບໍລິສັດ ອາຊີ-ໂປຕາສ ສາກົນ ໂດຍຈະສືບຕໍ່ຮັກສາການຊ່ວຍເຫຼືອໃນແຕ່ລະປີ 350.000 ໂດລາສະຫະລັດ, ເປັນກອງທຶນການສຶກສາແຫ່ງທໍາອິດຂອງລາວ, ທັງ​ເປັນ​ທຶນ​ການ​ສຶກສາ​ສະເພາະ​ຈໍານວນ​​ຫຼາຍ​ທີ່​ວິ​ສາ​ຫະກິດ​ຈີນ​ຊ່ວຍ​ເຫຼືອ​ຢູ່​ລາວ.

ອາຊີ-ໂປຕາສ ສາກົນ ໄດ້ລະບຸວ່າ: ບໍລິສັດມີຄວາມກະຕັນຍູສະເໝີມາ ແລະ ມຸ້ງເນັ້ນເພື່ອເປັນ “ຜູ້ຊ່ວຍແຮງ” ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ເຖິງການພັດທະນາການສຶກສາ ຊຶ່ງກອງທຶນການສຶກສານີ້ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຊ່ວຍສະໜັບສະໜູນຜູ້ທີ່ເຮັດວຽກດ້ານການສຶກສາໃນເຂດທຸກຍາກ, ນັກສຶກສາທີ່ທຸກຍາກໃນສະຖານບັນການສຶກສາ ແລະ ກໍ່ສ້າງຜູ້ມີຄວາມຮູ້ດ້ານເຕັກນິກວິຊາຊີບ, ຖືເອົາການປະຕິບັດຕົວຈິງ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ສຸດໃນພາລະກິດການສຶກສາ, ເຮັດໃຫ້ຮັບປະກັນດ້ານການເງິນ ແລະ ການສະໜັບສະໜູນການພັດທະນາວຽກງານການສຶກສາໃນ ສປປ ລາວ. ກອງທຶນດັ່ງກ່າວ ລວມມີ 3 ໂຄງການຊ່ວຍເຫຼືອຕົ້ນຕໍ ຄື: ໂຄງການທີ 1 ແມ່ນ “ທຶນຊ່ວຍເຫຼືອຄູ ອາຊີ-ໂປຕາສ ສາກົນ” ຊຶ່ງເນັ້ນໃສ່ການຊ່ວຍເຫຼືອຄູອາຈານໃນເຂດທຸກຍາກ ແລະ ຄູທີ່ໄດ້ປະກອບສ່ວນເຂົ້າໃນການສິດສອນແຕ່ບໍ່ມີເງິນເດືອນ; ໂຄງການທີ 2 ແມ່ນ “ກອງທຶນການສຶກສາ ອາຊີ-ໂປຕາສ ສາກົນ” ເນັ້ນໃສ່ການຊ່ວຍເຫຼືອນັກຮຽນທີ່ທຸກຍາກຂອງ ສປປ ລາວ ໃນໂຮງຮຽນສາມັນສຶກສາ, ວິທະຍາໄລ ຫຼື ມະຫາວິທະຍາໄລ; ໂຄງການທີ 3 ແມ່ນ “ກອງທຶນອາຊີວະສຶກສາ ອາຊີ-ໂປຕາສ ສາກົນ” ເນັ້ນໃສ່ການຊ່ວຍເຫຼືອນັກວິຊາການ ແລະ ວຽກງານຄົ້ນຄວ້າວິໄຈທີ່ມີຄວາມຈໍາເປັນເລັ່ງດ່ວນຂອງສະຖາບັນອາຊີວະສຶກສາໃນ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກອງທຶນຊ່ວຍເຫຼືອຊຸດທໍາອິດ ຈະຖືກທົດລອງປະຕິບັດຢູ່ພາກກາງ, ພາກເໜືອ ແລະ ພາກໃຕ້ ຈໍານວນ 6 ແຂວງ ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ຄູອາຈານ ແລະ ນັກຮຽນທຸກຍາກທີ່ຄົບເງື່ອນໄຂ ເພື່ອປັບປຸງຄ່າແຮງງານຂອງຄູສອນ ແລະ ໃຫ້ທຶນຊ່ວຍເຫຼືອນັກຮຽນທຸກຍາກ. ​ໃນນີ້, ມີຄູອາສາສະໝັກ ຈໍານວນ 104 ຄົນ, ນັກຮຽນສາມັນສຶກສາ ຈໍານວນ 444 ຄົນ, ນັກຮຽນອາຊີວະສຶກສາ ຈໍານວນ 444 ຄົນ ແລະ ນັກສຶກສາມະຫາວິທະຍາໄລ ຈໍານວນ 444 ຄົນ, ລວມທັງໝົດ 1.436 ຄົນ ທີ່ໄດ້ຮັບທຶນຊ່ວຍເຫຼືອດ້ານການເງິນ. ພ້ອມກັນນັ້ນ, ທ່ານຍັງໄດ້ກ່າວຊົມເຊີຍເປັນຢ່າງສູງຕໍ່ການເຄື່ອນໄຫວຊຸກຍູ້ກອງທຶນການສຶກສາຂອງ ອາຊີ-ໂປຕາສ ສາກົນ ຊຶ່ງການຊ່ວຍເຫຼືອຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຜັນຂະຫຍາຍການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ການຮ່ວມມືລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດຂອງພວກເຮົາ ເວົ້າ​ລວມ, ເວົ້າ​ສະ­ເພາະແມ່ນ​ການ​ກະ​ຕຸກ​ຊຸກ­ຍູ້​ການ​ຮ່ວມ​ມືໃນ​ຂົງ­ເຂດ​ວຽກ​ງານ​ການ​ສຶກ­ສາ​ຂອງ ສປປ ລາວ ໃຫ້​ມີ​ຄຸນ​ນະ​ພາບນັບ​ມື້​ນັບ​ສູງ​ຂຶ້ນ ໂດຍ​ສະ­ເພາະແມ່ນ​ເພື່ອ​ປັບ­ປຸງ​ອັດ­ຕາ​ການ​ເຂົ້າ​ຮຽນ ແລະ ອັດ­ຕາ​ຮຽນ​ຈົບ ຂອງ​ນັກ­ຮຽນສາ­ມັນ​ສຶກ­ສາ, ເພີ່ມ​ອັດ­ຕາ​ເຂົ້າ​ຮຽນ​ອາ­ຊີ­ວະ​ສຶກ­ສາ ແລະ ການ​ສຶກ­ສາ​ຊັ້ນ​ສູງ. ພ້ອມ​ກັນ​ນັ້ນ, ທຶນ​ດັ່ງ­ກ່າວ ຍັງ​ເປັນ​ການ​ແບ່ງ​ເບົາ​ຊີ­ວິດ​ການ​ເປັນ​ຢູ່ຂອງ​ຄູຈໍ​ານວນ​ໜຶ່ງ​ຕື່ມ​ອີກ, ແນ່ໃສ່​ເຮັດ​ໃຫ້​ເຂົາ­ເຈົ້າ​ມີ​ຄວາມ​ອຸ່ນ​ອ່ຽງ​ທຸ່ນ​ທ່ຽງ​ປະກອບ­ສ່ວນໃນ​ການ​ສິດ­ສອນ​ລູກ​ຫຼານຂອງ​ພວກ​ເຮົາ.

ຂະນະດຽວກັນ, ທ່ານ ນາງ ດາ­ລາ ພຣະ​ກອນ​ຄໍາ ຫົວ­ໜ້າ​ກົມ​ການ​ເງິນ ກະ­ຊວງ​ສຶກ­ສາ​ທິ​ການ ແລະ ກິ­ລາ ກ່າວ​ວ່າ: ນັບ​ແຕ່​ໂຄງ­ການ​ສະ­ໜັບ­ສະ­ໜູນ​ທຶນ​ຊ່ວຍ­ເຫຼືອ​ຄູ ແລະ ນັກ​ຮຽນ​-​ນັກ​ສຶກ­ສາ ໄດ້​ມີ​ພິ­ທີ​ເຊັນບົດ​ບັນ­ທຶກ​ຂໍ້​ຕົກ­ລົງ ຮ່ວມ​ກັນ ລະ­ຫວ່າງ ກະ­ຊວງ​ສຶກ­ສາ​ທິ​ການ ແລະ ກິ­ລາ ແລະ ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ ໃນ​ວັນ​ທີ 1 ທັນ­ວາ 2022 ກໍ​ໄດ້​ມີ​ການ​ຄົ້ນ­ຄວ້າ ສ້າງ​ຂໍ້​ຕົກ­ລົງ ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງຄະ­ນະ​ຮັບ­ຜິດ­ຊອບ​ທຶນ​ຊ່ວຍ­ເຫຼືອ​ຄູ ແລະ ນັກ­ຮຽນ-ນັກ​ສຶກ­ສາຂອງ​ຂະ­ແໜງສຶກ­ສາ​ທິ​ການ ແລະ ກິ­ລາ ແລະ ຄະ­ນະ​ຮັບ­ຜິດ­ຊອບ ໄດ້​ມີ​ການ​ປະ­ສານ​ສົມ­ທົບ, ເກັບ​ກຳ​ຂໍ້​ມູນ, ຄົ້ນ­ຄວ້າ ປຶກ­ສາ​ຫາ­ລື ແລະ ປະ­ຊຸມ​ຮ່ວມ​ກັບ​ທຸກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເພື່ອ​ກະ­ກຽມ​ສ້າງ​ຄູ່​ມື​ຄຸ້ມ​ຄອງໃຫ້​ທຶນ​ຄູ ແລະ ນັກ­ຮຽນ-ນັກ​ສຶກ­ສາ (ສະ­ບັບ​ທົດ​ລອງ) ແລະ ຄຳ​ແນະ­ນຳໃນ​ການ​ຄັດ​ເລືອກ​ເປົ້າ​ໝາຍ ໃນ 6 ແຂວງ, ເນື່ອງ​ຈາກ​ວ່າ ເປັນ​ຄັ້ງ​ທຳ­ອິດທີ່​ໄດ້​ຮັບ​ການ​ສະ­ໜັບ­ສະໜູນ​ຈາກ ບໍ­ລິ­ສັດ ທີ່​ມີ​ການ​ຊ່ວຍ­ເຫຼືອ​ໃຫ້​ທຶນ​ແກ່​ຄູ ແລະ ນັກ­ຮຽນ-ນັກ​ສຶກສາ ແກ່​ຂະ­ແໜງ­ການ​ສຶກ­ສາ​ ​ແລະ ​ກິ­ລາ ຊຶ່ງ​ມີຈຳ­ນວນ​ເງິນ 700.000 ໂດ​ລາສະ­ຫະ­ລັດ ປະ­ຕິ­ບັດ​ໃນ​ໄລ­ຍະ 2 ປີ/ສົກຮຽນ ແລະ ໃນສົກ­ຮຽນ 2023-2024 ນີ້ ເປັນ​ສົກ­ຮຽນ​ທຳ­ອິດ ທີ່​ຈະ​ໄດ້​ມີ​ການ​ມອບ​ທຶນໃຫ້​ແກ່​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ຕາມ​ເງື່ອນ­ໄຂທີ່​ໄດ້​ກຳ​ນົດ.

ພ້ອມກັນນີ້, ທ່ານ ອ້າຍ ຢົງຈຸນ ກ່າວວ່າ: ​ໃນ​ຖານະທີ່​ເປັນ​ວິ​ສາ​ຫະກິດ​ຈີນ ​ໄດ້​ເຕີບ​ໃຫຍ່ໃນດິນແດ​ນ​ເຂດ​ຮ້ອນ​ຂອງ ສປປ ​ລາວ, ບໍລິສັດ​ໄດ້​ຮັບ​​ປະ​ໂຫຍ​ດຈາກ​ການ​ສະໜັບສະໜູນ​ຂອງ​ລັດຖະບານ ​ແລະ ​ປະຊາຊົນ, ບໍລິສັດມີຄວາມກະຕັນຍູສະເໝີມາ ​ແລະ ໄດ້ຕັ້ງໜ້າ​ດໍາເນີນ​ມາດ​ຕະການຫຼາຍຢ່າງ​ທີ່​ເປັນປະໂຫຍດ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ພັດ​ທະ​ນາ​ສັງ​ຄົມ ແລະ ການ​ກໍ່​ສ້າງ​ຊີວິດການເປັນຢູ່​ຂອງ​ປະ​ຊາ​ຊົນໃນ ສປປ ລາວ ແລະ ໄດ້ມອບໝາກ​ຜົນແຫ່ງ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຄືນສູ່ປະ​ຊາ​ຊົນ​ລາວ, ໃນບັນດາການເຄື່ອນໄຫວຫຼາຍຢ່າງຂອງຕົນ, ອາຊີ-ໂປຕາສ ສາກົນ ເອົາໃຈໃສ່ເປັນພິເສດຕໍ່ຂະແໜງການສຶກສາ ແລະ ຫວັງເປັນຢ່າງຍິ່ງວ່າ ຜ່ານມາດຕະການທີ່ຕົວຈິງ ພວກເຮົາຈະສາມາດຊຸກຍູ້ການພັດທະນາການສຶກສາຢູ່ ສປປ ລາວ ໂດຍພື້ນຖານ ແລະ ສະສົມຜູ້ມີຄວາມຮູ້ຄວາມສາມາດ ເພື່ອການພັດທະນາໃນໄລຍະຍາວຂອງປະເທດລາວ ໃນອະນາຄົດ, ໄປຄຽງຄູ່ກັບການສືບຕໍ່ເສີມຂະຫຍາຍບົດບາດຂອງກອງທຶນ, ບໍລິສັດຍັງຈະໃຫ້ບູລິມະສິດຜູ້ທີ່ມີຄວາມສາມາດ ແລະ ມີຄຸນນະພາບສູງໃນການຮັບເລືອກເຂົ້າເຮັດວຽກໂດຍຜ່ານຮູບແບບການຮ່ວມມືລະຫວ່າງໂຮງຮຽນ ແລະ ວິສາຫະກິດ, ການເຊື່ອມໂຍງອຸດສາຫະກໍາ ແລະ ການສຶກສາຢ່າງແທ້ຈິງ, ຈະເປັນການຊຸກຍູ້ຢ່າງຕໍ່ເນື່ອງສໍາຫຼັບການພັັດທະນາ ເພື່ອຫັນເປັນອຸດສາຫະກໍາ ແລະ ຫັນເປັນຕົວເມືອງຂອງ ສປປ ລາວ. ນອກຈາກການສ້າງຕັ້ງກອງທຶນຊ່ວຍເຫຼືອດ້ານການສຶກສາສະເພາະແຫ່ງທຳອິດຂອງ ສປປ ລາວ ແລ້ວ, ອາຊີ-ໂປຕາສ ສາກົນ ຍັງໃຫ້ການຊ່ວຍເຫຼືອບັນດາບ້ານທຸກຍາກອ້ອມຂ້າງໂຮງງານ ໃນໂຄງການຫຼຸດຜ່ອນຄວາມທຸກຍາກດ້ານອຸດສາຫະກໍາຢູ່ບ້ານຊຽງແຫວນ ແຂວງຄໍາມ່ວນ ໄດ້ຖືກຈັດຕັ້ງປະຕິບັດໂດຍບໍລິສັດ.

ບໍລິສັດດັ່ງກ່າວ, ໄດ້ລົງທຶນສະເພາະ 1,9 ຕື້ກວ່າກີບ ເພື່ອສ້າງໂຮງຮຽນປະຖົມແຫ່ງຄວາມຫວັງ ອາຊີ-ໂປຕາສ ໂດຍຜ່ານການສ້ອມແປງຫ້ອງຮຽນ, ສະໜັບສະໜູນອຸປະກອນການຮຽນການສອນ, ການມອບທຶນຊ່ວຍເຫຼືອຄູ ແລະ ຮູບແບບອື່ນໆ ຊຶ່ງໄດ້ປັບປຸງສະພາບແວດລ້ອມການຮຽນການສອນຂອງທ້ອງຖິ່ນໄດ້ຢ່າງຫຼວງຫຼາຍ. ນອກຈາກນັ້ນ, ຍັງໄດ້ກໍ່ສ້າງເຮືອນຮົ່ມທີ່ທັນສະໄໝ 45 ແຫ່ງ ແລະ ແນະນໍາການນຳໃຊ້ເຕັກນິກການປູກຝັງທີ່ກ້າວໜ້າ ເພື່ອຊ່ວຍຊາວກະສິກອນເພີ່ມການຜະລິດ ແລະ ລາຍຮັບ, ເພື່ອໃຫ້ຊາວບ້ານທຸກຍາກສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໂດຍພື້ນຖານ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ