ວລ ເຕັກນິກ ລາວ-ເຢຍລະມັນ ສະຫຼຸບການຮຽນການສອນ ອາຊີວະສຶກສາແບບຄວບຄູ່ ສົກ 2022-2023

ວິທະຍາໄລ (ວລ) ເຕັກນິກ ລາວ-ເຢຍລະມັນ ໄດ້ຈັດພິທີສະຫຼຸບ ແລະ ມອບ-ຮັບປະກາສະນິຍະບັດໃຫ້ແກ່ນັກສຶກສາ ທີ່ຮຽນໃນຮູບແບບອາຊີວະສຶກສາຄວບຄູ່ (DCT) ສາຂາກົນຈັກໜັກ ແລະ ສາຂາສ້ອມແປງຕົວຖັງ ແລະ ສີລົດຍົນ ພາຍໃຕ້ທຶນສະໜັບສະໜູນຂອງໂຄງການ VEFF ສົກຮຽນ 2022-2023 ເມື່ອວັນທີ 26 ຕຸລາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ ເຂດບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ແລະ ມອບປະກາສະນິຍະບັດຂອງທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ, ມີທ່ານ ໂພໄຊ ບູລົມ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາລະດຸນ ອາມາລາທິທາດາ ຜູ້ຊ່ຽວຊານ ຕາງໜ້າໂຄງການ, ພ້ອມດ້ວຍບັນດາປະທານ, ຜູ້ອຳນວຍການວິທະຍາໄລອ້ອມຂ້າງ ສສກ, ຕາງໜ້າ 5 ບໍລິສັດຄູ່ຮ່ວມງານທີ່ຮ່ວມໂຄງການ, ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ຫ້ອງການສະພາທີ່ປຶກສາອາຊີວະສຶກສາ, ແຂກຖືກເຊີນ, ຄະນະຮັບຜິດຊອບທີ່ກ່ຽວຂ້ອງ, ພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສຸລິຍາ ປ່າໄຊ ຮອງຜູ້ອຳນວຍການ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນ ໃນສົກຮຽນ 2022-2023 ແລະ ທິດທາງແຜນການໃນສົກຮຽນ 2023-2024 ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ, ຈຸດດີ, ຂໍ້ຄົງຄ້າງ ແລະ ແຜນວຽກຈຸດສຸມ ທີ່ຈະຈັດຕັ້ງປະຕິບັດໃຫ້ສຳເລັດ. ໃນສົກຮຽນ 2022-2023 ມີນັກສຶກສາທີ່ເຂົ້າຮ່ວມໂຄງການ ແລະ ສໍາເລັດການສຶກສາທັງໝົດ 85 ຄົນ ລວມມີ 2 ສາຂາ ຄື: ສາຂາກົນຈັກໜັກ ແລະ ສາຂາ ສ້ອມແປງຕົວຖັງ ແລະ ສີລົດຍົນ. ໃນນີ້, ສາຂາກົນຈັກໜັກແມ່ນຮ່ວມກັບ 4 ບໍລິສັດ ຄື: ບໍລິສັດ ກຸ່ມດວງຈະເລີນ ພັດທະນາ ກໍ່ສ້າງ ຈຳກັດ, ບໍລິສັດ ສົ່ງເສີມແຮງງານລາວ, ບໍລິສັດ ເທບຈະເລີນ ກໍ່ສ້າງເຄຫາສະຖານ ຂົວ-ທາງ ຈໍາກັດ ຜູ້ດຽວ, ບໍລິສັດ ລາວເຟີດ ແລະ ສາຂາສ້ອມແປງຕົວຖັງ ແລະ ສີລົດຍົນ ຮ່ວມກັບບໍລິສັດໂຕໂຢຕ້າລາວບໍລິການ ຕະຫຼອດໄລຍະການຮຽນດັ່ງກ່າວ ໄດ້ມີນັກສຶກສາທີ່ມີຜົນງານດີເດັ່ນ ປະເພດ 1 ຈຳນວນ 5 ຄົນ ແລະ ປະເພດທີ 2 ຈໍານວນ 13 ຄົນ. ຕໍ່ກັບຜົນງານດັ່ງກ່າວ, ທາງໂຄງການ ໄດ້ມອບຂອງຂວັນ ແລະ ເງິນລາງວັນຈໍານວນໜຶ່ງໃຫ້ກັບນ້ອງໆທີ່ມີຜົນງານດີເດັ່ນອີກດ້ວຍ.
ພ້ອມດຽວກັນນັ້ນ, ໃນພິທີຍັງໄດ້ມອບ-ຮັບປ້າຍໃຫ້ກັບວິທະຍາໄລ ແລະ 5 ບໍລິສັດທີ່ໄດ້ປະກອບສ່ວນເຂົ້າໃນວຽກງານການຮຽນການສອນອາຊີວະສຶກສາແບບຄວບຄູ່ ແລະ ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານປະທານ ໃນການຈັດຕັ້ງປະຕິບັດແຜນການຮຽນການສອນອາຊີວະສຶກສາແບບຄວບຄູ່, ການຮ່ວມມືກັບສະຖານປະກອບການ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ແລະ ມີຄຳເຫັນຕໍ່ນັກສຶກສາທີ່ສໍາເລັດການສຶກສາອີກດ້ວຍ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ