ບໍ່ໄວ້ໜ້າເບີ 1 ອາຊຽນ! ສ.ເກົາຫຼີ ໄລ່ຖະຫຼົ່ມ ຫວຽດນາມ 6-0 ເຕະບານອຸ່ນເຄື່ອງທີມຊາດ
ທີມຊາດ ສ.ເກົາຫຼີ ຂົນນັກເຕະຊຸດໃຫຍ່ລົງສະໜາມຄົບໜ້າຄົບຕາ ກ່ອນເປີດບ້ານໄລ່ຖະຫຼົ່ມ ທີມຊາດຫວຽດນາມ ໄປແບບຂາດຮອຍ 6-0 ປະຕູ ໃນການແຂ່ງຂັນເຕະບານອຸ່ນເຄື່ອງທີມຊາດ ເມື່ອວັນທີ 17 ຕຸລາ 2023 ສົ່ງທ້າຍກ່ອນເຂົ້າສູ່ການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ.
ທີມຊາດ ສ.ເກົາຫຼີ ທີມຍັກໃຫຍ່ຈາກຂົງເຂດອາຊີ ຈັດທີມແບບບໍ່ມີຄຳວ່າອອມມືເຖິງວ່າຈະເປັນພຽງເກມອຸ່ນເຄື່ອງກໍຕາມ ໂດຍສົ່ງບັນດານັກເຕະດາວເດັ່ນທີ່ຄ້າແຄ່ງໃນເອີຣົບລົງສະໜາມແບບຄົບໜ້າຄົບຕາ ນຳໂດຍ ຊອນ ເຮືອງມິນ ກອງໜ້າຫົວໜ້າທີມຈາກ ສະໂມສອນ ທັອດແນມ ຮອດສະເປີ, ອີ...








