ສສກ ສໍາເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າໃນ 21 ເມືອງເປົ້າໝາຍ
ທີມງານທົດສອບຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການສາກົນເພື່ອການພັດທະນາສາຫະລັດອາເມຣິກາ (USAID) ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານ ບີຄວາ)ໄດ້ສໍາເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າໃນ 21 ເມືອງເປົ້າໝາຍທີ່ຢູ່ໃນໂຄງການຝຶກເວົ້າພາສາລາວ ໃນ 10 ແຂວງ ກະຊວງ ສສກ ເມື່ອບໍ່ດົນຜ່ານມາ ຊຶ່ງທີມງານທົດສອບ ປະກອບມີ ຜູ້ຕາງໜ້າຈາກສະຖານບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກົມສ້າງຄູ, ກົມສາມັນສຶກສາ ກະຊວງ ສສກ, ວິທະຍາໄລຄູດົງຄຳຊ້າງ ແລະ...








