Skip to main content

ກຳມະບານ ປກຊ ອວຍພອນຄະນະກຳມະບານ ສສກ ໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ

17/10/2023

ກຳມະບານ ກະຊວງປ້ອງກັນປະເທດ (ປກຊ) ໄດ້ເຂົ້າອວຍພອນສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ (ສສກ) ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ເພື່ອເປັນການຮັດແໜ້ນຄວາມສາມັກຄີ ມິດຕະພາບ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານໃນຂະແໜງການສຶກສາ ແລະ ກິລາ.

ພິທີພົບປະອວຍພອນດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 13 ຕຸລາ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ໂດຍໃຫ້ກຽດນຳພາອວຍພອນຂອງສະຫາຍ ພັອ ບຸນຄ່ອງ ອຸດທະຈັນດີ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານ ກະຊວງປ້ອງກັນປະເທດ ແລະ ໃຫ້ການຕ້ອນຮັບໂດຍສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ປະທານສະຫະພັນກຳມະບານກະຊວງ, ທັງເປັນຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຄະນະ ແລະ ສະຫະພັນກໍາມະບານທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ພັອ ບຸນຄ່ອງ ອຸດທະຈັນດີ ໄດ້ກ່າວອວຍພອນແກ່ຄະນະສະຫະພັນກໍາມະບານກະຊວງ ສສກ ເນື່ອງໃນໂອກາດວັນຄູແຫ່ງຊາດ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທາງກະຊວງ ສສກ ທີ່ຍາມໃດກໍພ້ອມກັນເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທາງດ້ານການສຶກສາໃຫ້ນັບມື້ດີຂຶ້ນ ຊຶ່ງໄລຍະຜ່ານມາທາງກຳມະບານກະຊວງປ້ອງກັນປະເທດພວກເຮົາຍາມໃດກໍເຫັນເຖິງຄວາມສຳຄັນຂອງວຽກງານການສຶກສາ ເພາະການສຶກສາເປັນໃຈກາງສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດຂອງປະເທດຊາດ ແລະ ພວກເຮົາໄດ້ໃຫ້ການຊຸກຍູ້ເຄື່ອງອຸປະກອນທາງດ້ານການສຶກສາ ແລະ ກິລາໃຫ້ແກ່ໂຮງຮຽນຈຳນວນໜຶ່ງ ເພື່ອເປັນການສົ່ງເສີມການຮຽນການສອນຂອງຄູອາຈານ ແລະ ນ້ອງນັກຮຽນໄດ້ມີອຸປະກອນຮັບໃຊ້ເຂົ້າໃນການຮຽນການສອນທີ່ສະດວກສະບາຍຂຶ້ນ ແລະ ໃນຕໍ່ໜ້າກໍຍິນດີທີ່ຈະຮ່ວມມື ແລະ ຊ່ວຍສົ່ງເສີມວຽກງານດ້ານການສຶກສາຂອງລາວເຮົາໄປຕະຫຼອດ.

ຂະນະດຽວກັນ, ສະຫາຍ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຄະນະກຳມະບານ ກະຊວງປ້ອງກັນປະເທດ ທີ່ຍາມໃດກໍເຫັນໄດ້ເຖິງຄວາມສຳຄັນຕໍ່ຂະແໜງການສຶກສາຂອງພວກເຮົາ ແລະ ມີນໍ້າໃຈຮັກແພງສາມັກຄີກັນຕະຫຼອດມາ ແລະ ຍາມໃດພວກສະຫາຍກໍຖືເອົາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເປັນສຳຄັນໃນການຕໍ່ສູ້ກູ້ຊາດ ຕ້ານພວກຈັກກະພັດຕ່າງດ້າວຕະຫຼອດໄລຍະຜ່ານມາ. ພ້ອມກັນນັ້ນ, ສະຫາຍຍັງໄດ້ລາຍງານໃຫ້ຮູ້ເຖິງບັນຫາ ແລະ ສິ່ງທ້າທາຍຕໍ່ຂະແໜງການສຶກສາຂອງລາວເຮົາໃນປັດຈຸບັນອີກດ້ວຍ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ