ສສກ ສໍາເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າໃນ 21 ເມືອງເປົ້າໝາຍ

ທີມງານທົດສອບຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການສາກົນເພື່ອການພັດທະນາສາຫະລັດອາເມຣິກາ (USAID) ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານ ບີຄວາ)ໄດ້ສໍາເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າໃນ 21 ເມືອງເປົ້າໝາຍທີ່ຢູ່ໃນໂຄງການຝຶກເວົ້າພາສາລາວ ໃນ 10 ແຂວງ ກະຊວງ ສສກ ເມື່ອບໍ່ດົນຜ່ານມາ ຊຶ່ງທີມງານທົດສອບ ປະກອບມີ ຜູ້ຕາງໜ້າຈາກສະຖານບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກົມສ້າງຄູ, ກົມສາມັນສຶກສາ ກະຊວງ ສສກ, ວິທະຍາໄລຄູດົງຄຳຊ້າງ ແລະ ໂຮງຮຽນມັດທະຍົມໃນນະຄອນຫຼວງວຽງຈັນ.
ຜົນໄດ້ຮັບຈາກການທົດສອບຈະຊ່ວຍໃຫ້ກະຊວງ ສສກ ສາມາດປະເມີນໂຄງການຝຶກເວົ້າພາສາລາວ ເພື່ອປັບປຸງທັກສະພາສາລາວຂອງນັກຮຽນຊົນເຜົ່າທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວຢູ່ເຮືອນ. ໂຄງການຝຶກເວົ້າພາສາລາວ ໄດ້ຖືກຂະຫຍາຍເວລາຕື່ມ ຫຼັງຈາກການທົດລອງປະສົບຜົນສໍາເລັດຢູ່ໃນ 7 ເມືອງ ໃນສົກຮຽນ 2021-2022. ປັດຈຸບັນໄດ້ທົດລອງກັບນັກຮຽນ ຂັ້ນ ປ.1 ໃນ 105 ໂຮງຮຽນໃນ 21 ເມືອງຂອງສົກຮຽນ 2023-2024. ໂຄງການປະກອບມີຄູສອນບົດຮຽນພາສາລາວຕື່ມອີກ 3-4 ຊົ່ວໂມງໃນແຕ່ລະອາທິດ ໂດຍເນັ້ນໃສ່ການປັບປຸງທັກສະການເວົ້າ ແລະ ການຟັງຂອງນັກຮຽນ. ເມື່ອນັກຮຽນມີທັກສະການເວົ້າ ແລະ ການຟັງໃນພາສາລາວທີ່ເກັ່ງ ຈະເປັນພື້ນຖານໃນການພັດທະນາທັກສະການອ່ານ ແລະ ການຂຽນທີ່ເກັ່ງເຊັ່ນກັນ ແລະ ພວກເຂົາຈະປະສົບຜົນສໍາເລັດໃນການຮຽນທຸກວິຊາ.
ໃນແຕ່ລະເມືອງເປົ້າໝາຍ 21 ແຫ່ງ ມີໂຮງຮຽນ 3 ແຫ່ງທີ່ເຂົ້າຮ່ວມໂຄງການຝຶກເວົ້າພາສາລາວ ໄດ້ຖືກຄັດເລືອກເພື່ອເຮັດການທົດສອບ ໂດຍມີນັກຮຽນ 8 ຄົນໃນແຕ່ລະໂຮງຮຽນໄດ້ຮັບການທົດສອບທັກສະການເວົ້າ, ການຟັງ, ການອ່ານ ແລະ ການຂຽນ. ການທົດສອບນີ້, ຈະລະບຸລະດັບຄວາມສາມາດພາສາລາວຂອງນັກຮຽນ ກ່ອນທີ່ເຂົາເຈົ້າເຂົ້າຮ່ວມໂຄງການ. ສໍາລັບໂຮງຮຽນ 3 ແຫ່ງ ແຕ່ລະບ່ອນທີ່ມີນັກຮຽນທົດສອບນັ້ນ, ໂຮງຮຽນທີ່ຄ້າຍຄືກັນທີ່ບໍ່ໄດ້ເຂົ້າຮ່ວມໂຄງການເວົ້າພາສາລາວ ກໍໄດ້ຖືກຄັດເລືອກ ເພື່ອຮ່ວມການທົດສອບເຊັ່ນກັນ. ນັກຮຽນ 8 ຄົນຢູ່ໃນແຕ່ລະໂຮງຮຽນທີ່ບໍ່ໄດ້ເຂົ້າຮ່ວມໂຄງການ ໄດ້ຮັບການທົດສອບແບບດຽວກັນ. ໃນຕອນທ້າຍຂອງໂຄງການ, ນັກຮຽນໃນໂຮງຮຽນທີ່ເຂົ້າຮ່ວມ ແລະ ໂຮງຮຽນທີ່ບໍ່ໄດ້ເຂົ້າຮ່ວມຈະຖືກທົດສອບອີກເທື່ອໜຶ່ງ ແລະ ຜົນໄດ້ຮັບຈະຖືກປຽບທຽບເພື່ອສັງເກດວ່າ ນັກຮຽນທີ່ຮຽນພາສາລາວ ມີການພັດທະນາທັກສະພາສາລາວຫຼາຍກວ່ານັກຮຽນທີ່ ບໍ່ໄດ້ຮຽນພາສາລາວເພີ່ມ.
ທ່ານ ນາງ ພອນສິຣິ ອຸໄທວັນ ຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສໍາລັບຊົນເຜົ່າ ສວສ ໄດ້ ອະທິບາຍວ່າ: “ການທົດສອບໃນຄັ້ງນີ້ ມີສິ່ງທ້າທາຍຫຼາຍຢ່າງໃນບາງບ້ານທີ່ຢູ່ເຂດຫ່າງໄກ ໃນ ສປປ ລາວ ເຊັ່ນ: ທີມງານທົດສອບຫຼາຍຄົນຕ້ອງເດີນທາງໄປຕາມເສັ້ນທາງທີ່ຖືກນໍ້າຖ້ວມ ຫຼື ເປ່ເພ ແລະ ບາງທີມກໍຕ້ອງຍ່າງແຂ່ງຝົນລຸຍຂີ້ຕົມເພື່ອໄປເຖິງໂຮງຮຽນ, ແຕ່ພວກເຮົາກໍຕັ້ງໃຈທີ່ຈະປະຕິບັດວຽກງານທີ່ສໍາຄັນນີ້ ເພາະວ່າມັນສໍາຄັນສໍາລັບພວກເຮົາທີ່ຈະເກັບກໍາຂໍ້ມູນກ່ຽວກັບປະສິດທິຜົນຂອງໂຄງການຝຶກເວົ້າພາສາລາວ”.
ທ່ານ ປອ ນາງ ແອງເຈລ້າ ຊິນຄອັດຕ້າ-ເຊກິ ທີ່ປຶກສາດ້ານວິຊາການຈາກແຜນງານບີຄວາ ທີ່ໃຫ້ການສະໜັບສະໜູນ ສວສ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ກ່າວວ່າ: “ຄວາມມຸ່ງໝັ້ນຂອງພະນັກງານຈາກກະຊວງສຶກສາທິການ ແລະ ກິລາ, ພະນັກງານພະແນກສຶກສາທິການ ແລະ ກິລາແຂວງ, ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູສອນ ແລະ ຜູ້ອໍານວຍການໂຮງຮຽນທຸກທ່ານ ແມ່ນເຮັດວຽກໄດ້ດີ ແລະ ຂໍຊົມເຊີຍຢ່າງແທ້ຈິງຕໍ່ຄວາມຕັ້ງໃຈດັ່ງກ່າວ. ທີມງານທົດສອບຍັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຢູ່ທຸກໂຮງຮຽນທີ່ໄປຮອດ. ດັ່ງທີ່ຫຼາຍທ່ານອາດຮູ້ແລ້ວວ່າ: ຄູສອນ ແລະ ຊຸມຊົນຮັບຮູ້ຄວາມສຳຄັນຂອງໂຄງການຝຶກເວົ້າພາສາລາວ ໃນການປັບປຸງຜົນການຮຽນຂອງເດັກທີ່ເລີ່ມເຂົ້າໂຮງຮຽນແຕ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ”.
ສໍາລັບຜົນການທົດສອບໃນທ້າຍສົກຮຽນ 2023-2024 ຈະປະກອບເຂົ້າໃນການປະເມີນຜົນຂອງໂຄງການຝຶກເວົ້າພາສາລາວ. ຫຼັງຈາກນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈະພິຈາລະນາການຂະຫຍາຍໂຄງການດັ່ງກ່າວ ໄປສູ່ບັນດາເມືອງ ແລະ ແຂວງຕ່າງໆໃນທົ່ວປະເທດລາວ.
ຂໍ້ມູນ: ແຜນງານບີຄວາ
ຮຽບຮຽງ: ດາຫວຽດ
ຂ່າວທີ່ກ່ຽວຂ້ອງ