Skip to main content

ສສກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ພ້ອມປະກາດການຈັດຕັ້ງຄະນະກວດກາພັກກະຊວງ ເມື່ອວັນທີ 27 ມິຖຸນາ 2024 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ມີສະຫາຍ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກ, ເລຂາອົງຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ, ຜູ້ຕາງໜ້າຮາກ...

Continue reading

ທັບນັກກິລາລາວ ບັນລຸເປົາ 2 ຫຼຽນຄຳຮຽບຮ້ອຍ ຫຼັງເປຕັງຄວ້າອີກ 1 ຫຼຽນຄຳ 1 ຫຼຽນເງິນ ໃນ ມ.ອາຊຽນ ຄັ້ງທີ 21

ທັບນັກກິລາ ມະຫາວິທະຍາໄລລາວ ສ້າງຜົນງານໄດ້ດີ ສາມາດສູ້ຊົນຈົນບັນລຸເປົ້າໝາຍ 2 ຫຼຽນຄໍາ ຕາມທີ່ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຄາດຫວັງໄວ້ເປັນທີ່ຮຽບຮ້ອຍແລ້ວ ຫຼັງຫຼ້າສຸດນັກກິລາເປຕັງປະເພດຄູ່ຊາຍ ໂຊຟອມເກັ່ງເອົາຊະນະນັກກິລາຈາກປະເທດໄທ ໃນນັດຊີງຊະນະເລີດ ຄວ້າຫຼຽນຄໍາມາຄອງອີກ 1 ຫຼຽນ. ຂະນະທີ່ ປະເພດຄູ່ຍິງ ກໍສາມາດຄວ້າອີກ 1 ຫຼຽນເງິນມາຄອງໄດ້ສຳເລັດ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ. ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21...

Continue reading

ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມກວດກາຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງທ່ານຮອງຫົວໜ້າກົມກວດກາຜູ້ໃໝ່ ເມື່ອວັນທີ 28 ມິຖຸນາ 2024 ທີີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ ກະຊວງ ສສກ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖືກເຊີນ, ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກົມກວດກາ ເຂົ້າຮ່ວມ. ໃນພິທີຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ...

Continue reading

ເປຕັງທີມປະສົມ ຄວ້າເພີ່ມອີກ 2 ຫຼຽນທອງໃຫ້ທັບນັກກິລາລາວ ໃນມະຫາກໍາກິລາມະຫາວິທະຍາໄລອາຊຽນ ທີ່ອິນໂດເນເຊຍ

ກິລາເປຕັງປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1 ສາມາດຄວ້າມາໄດ້ອີກ 2 ຫຼຽນທອງໃຫ້ທັບນັກກິລາມະຫາວິທະຍາໄລລາວ ໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ. ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໄດ້ສືບຕໍ່ເປັນມື້ທີສີ່ ໃນວັນທີ 28 ມິຖຸນາ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງໄດ້ມີການຊີງໄຊກັນຢູ່ 2 ລາຍການ ຄື: ປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1. ສໍາລັບນັກກິລາລາວ ປະເພດທີມປະສົມ ຊາຍ 1 ຍິງ 2 ປະກອບມີ ທ້າວ ເຄນທອງ...

Continue reading

ເປຕັງ ຄວ້າອີກ 1 ຫຼຽນເງິນ ແລະ 1 ຫຼຽນທອງໃຫ້ທັບນັກກິລາລາວ ໃນ ມ.ອາຊຽນ ຄັ້ງທີ 21 ທີ່ອິນໂດເນເຊຍ

ກິລາເປຕັງປະເພດທີມຊຸດຍິງ ສາມາດຄວ້າມາໄດ້ອີກ 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃນປະເພດດ່ຽວຊາຍ ໃຫ້ທັບນັກກິລາມະຫາວິທະຍາໄລລາວ ໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ. ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໄດ້ສືບຕໍ່ເປັນມື້ທີສາມໃນວັນທີ 28 ມິຖຸນາ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງໄດ້ມີການຊີງໄຊກັນຢູ່ 2 ລາຍການ ຄື: ປະເພດທີມຊຸດຊາຍ ແລະ ທີມຊຸດຍິງ. ສໍາລັບນັກກິລາລາວ ປະເພດທີມຊຸດຍິງ ປະກອບມີ ນ້ອຍ ມະນີທອນ, ຈິນດາວອນ ສີສະຫວັດ ແລະ...

Continue reading

ຫ້ອມສະຫວັນ ໂຮງຮຽນຕົວແບບຄຸນນະພາບຊັ້ນປະຖົມສຶກສາ ຂອງນະຄອນຫຼວງວຽງຈັນ

ກ່ອນຈະພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ໄດ້ດັ່ງທີ່ໄດ້ລະບຸໄວ້ໃນວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ຂອງພັກ-ລັດຖະບານ ແນໃສ່ພັດທະນາປະເທດຊາດໃຫ້ບັນລຸເງື່ອນໄຂຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສືບຕໍ່ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຢ່າງສົມບູນ ໃນປີ 2025, ສ້າງພື້ນຖານຫັນເປັນອຸດສາຫະກຳ ແລະ ທັນສະໄໝອີກກ້າວໜຶ່ງ ເພື່ອກ້າວສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ໃນປີ 2030 ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນເທື່ອລະກ້າວ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍດີ,...

Continue reading

“ວິລະສັກ” ເປຕັງລາວ ຄວ້າ 1 ຫຼຽນຄໍາທໍາອິດໃຫ້ທັບນັກກິລາລາວ ໃນມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21

“ວິລະສັກ ລາດສະວົງ” ນັກກິລາເປຕັງດາວຮຸ່ງທີມຊາດລາວ ສ້າງຜົນງານໄດ້ໂດດເດັ່ນສົມສັກສີ ສາມາດຄວ້າຫຼຽນຄຳທໍາອິດໃຫ້ທັບນັັກກິລາ ມະຫາວິທະຍາໄລລາວ ປະເພດຊຸດຕິງຊາຍ ພາຍຫຼັງເກັບໄຊເໜືອນັກກິລາທີມຊາດໄທໄປແບບບໍ່ກົດດັນຫຼາຍໃນຮອບຊີງຊະນະເລີດ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ. ຂະນະທີ່ ຈິນດາວອນ ສີສະຫວັດ ຄວ້າ 1 ຫຼຽນທອງ ໃນປະເພດດ່ຽວຍິງ ໂດຍໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ມອບລາງວັນຂອງທ່ານ ຄໍາຫຼ້າ ວິນໄລທອງ ຄະນະບໍລິຫານງານສະຫະພັນກິລາເປຕັງແຫ່ງຊາດລາວ. ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI...

Continue reading

ໄຂຂຶ້ນ​ຢ່າງ​ເປັນ​ທາງການ​ ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່​ອິນ​ໂດ​ເນ​ເຊຍ ​ມີແຂ່ງ​ຂັນ 21 ປະເພດກິ​ລາ ​ຊີງ​ 250 ຫຼຽນ​ຄໍາ

ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື AUG XXI 2024 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ມິຖຸນາ 2024 ທີ່ສະໜາມກິລາບານບ້ວງນານາຊາດ, ມະຫາວິທະຍາໄລລັດຊູຣາບາຢາ (UNESA) ວິທະຍາເຂດ 2 ລີດາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອາຣິໂອ ບິໂມ ນັນຕິໂຕ ອາຣິໂອເຕໂຈ (Ario Bimo Nandito Ariotedjo) ລັດຖະມົນຕີ ກະຊວງຊາວໜຸ່ມ ແລະ ກິລາ ອິນໂດເນເຊຍ, ມີບັນດາການນຳຂັ້ນສູງພັກ-ລັດ, ບັນດາຄະນະນຳ, ຄູຝຶກ ແລະ ນັກ​ກິລາຈາກມະຫາວິທະຍາໄລຂອງປະເທດເຈົ້າພາບ ແລະ ປະເທດອາຊຽນເຂົ້າຮ່ວມ ຊຶ່ງ ສປປ ລາວ ເຮົາໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ, ທ່ານ ສຈ.ປອ ສົມສີ ຍໍພັນໄຊ...

Continue reading