Skip to main content

ຫ້ອມສະຫວັນ ໂຮງຮຽນຕົວແບບຄຸນນະພາບຊັ້ນປະຖົມສຶກສາ ຂອງນະຄອນຫຼວງວຽງຈັນ

28/06/2024

ກ່ອນຈະພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ໄດ້ດັ່ງທີ່ໄດ້ລະບຸໄວ້ໃນວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ຂອງພັກ-ລັດຖະບານ ແນໃສ່ພັດທະນາປະເທດຊາດໃຫ້ບັນລຸເງື່ອນໄຂຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສືບຕໍ່ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຢ່າງສົມບູນ ໃນປີ 2025, ສ້າງພື້ນຖານຫັນເປັນອຸດສາຫະກຳ ແລະ ທັນສະໄໝອີກກ້າວໜຶ່ງ ເພື່ອກ້າວສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ໃນປີ 2030 ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນເທື່ອລະກ້າວ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍດີ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.


ແຕ່ກ່ອນຈະກ້າວໄປເຖິງຈຸດນັ້ນ ເຮົາທຸກຄົນໃນຊາດຕ້ອງອວ່າຍໜ້າກັບມາເບິ່ງກ່ອນວ່າ ການພັດທະນາຄົນໃຫ້ມີຄວາມຮູ້ຄວາມສາມາດ ທີ່ຈະໄປພັດທະນາປະເທດຊາດນັ້ນ ຕ້ອງມີພື້ນຖານການສຶກສາທີ່ດີ ສາມາດອ່ານໄດ້ ຂຽນເປັນ ແລະ ມີບ່ອນຮຽນທີ່ດີ, ແໜ້ນໜ້າ ແລະ ມີຄຸນນະພາບ ເຊັ່ນດຽວກັບໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມ ແລະ ມັດທະຍົມສົມບູນ ຫ້ອມສະຫວັນ ເຖິງຈະເປັນໂຮງຮຽນເອກະຊົນ ແຕ່ກໍປະຕິບັດຕາມລະບຽບການ ແລະ ເງື່ອນໄຂສ້າງໂຮງຮຽນຕົວແບບຄຸນນະພາບ ຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ວາງອອກໄດ້ເປັນຢ່າງດີ ຈົນນຳໄປສູ່ປະກາດເປັນໂຮງຮຽນຕົວແບບຄຸນນະພາບຊັ້ນປະຖົມສຶກສາ ຂອງນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2021-2022.
ທ່ານ ນາງ ເຂັມພອນ ພິລະມາວົງ ຮອງຜູ້ອໍານວຍການໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມ ແລະ ມັດທະຍົມສົມບູນ ຫ້ອມສະຫວັນ ໃຫ້ສຳພາດຕໍ່ທີມງານນັກຂ່າວໂທລະພາບ ແລະ ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ບາງຕອນວ່າ: ໂຮງຮຽນ ຫ້ອມສະຫວັນ ເປັນໜຶ່ງໃນ 7 ໂຮງຮຽນ ທີ່ໄດ້ຮັບນາມມະຍົດໂຮງຮຽນຕົວແບບຄຸນນະພາບຊັ້ນປະຖົມສຶກສາ ຂອງນະຄອນຫຼວງວຽງຈັນ ໃນສົກຮຽນ 2021-2022 ໂດຍກ່ອນຈະໄດ້ຮັບນາມມະຍົດອັນຊົງກຽດດັ່ງກ່າວ ກໍຍ້ອນຄະນະນຳ ແລະ ພະນັກງານຄູອາຈານພາຍໃນໂຮງຮຽນ ໄດ້ມີຄວາມເປັນເອກະພາບ ແລະ ສຸມທຸກສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດບັນດາມາດຖານ ແລະ ເງື່ອນໄຂຕ່າງໆ ທີ່ທາງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ວາງອອກ ໂດຍສະເພາະແມ່ນ 42 ຕົວຊີ້ວັດ ແລະ 6 ມາດຖານໂຮງຮຽນຕົວແບບ ຊຶ່ງພວກເຮົາໄດ້ມີການແບ່ງວຽກງານກັນຢ່າງລະອຽດໃຫ້ບຸກຄົນຮັບຜິດຊອບຕາມແຕ່ລະເງື່ອນໄຂ ແລະ ມາດຖານ ຈົນສາມາດຜ່ານການປະເມີນຈາກຂັ້ນເທິງ ແລະ ຖືກຮອງຮັບເປັນໂຮງຮຽນຕົວແບບຂອງນະຄອນຫຼວງວຽງຈັນ ໃນທີ່ສຸດ.

ຄຽງຄູ່ກັບຜົນງານສຳເລັດທີ່ກ່າວມາຂ້າງເທິງນັ້ນ ພວກເຮົາຍັງມີຂໍ້ສະດວກ ແລະ ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ໃນນີ້, ຂໍ້ສະດວກ ກໍຍ້ອນໄດ້ຮັບການນຳພາຊີ້ນຳ ແລະ ຕິດຕາມຢ່າງໃກ້ຊິດຕິດແທດຂອງຄະນະພັກ, ຄະນະນຳຂັ້ນເທິງ ໂດຍສະເພາະແມ່ນຄະນະນຳພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ,ຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ແລະ ຄະນະອຳນວຍການໂຮງຮຽນ ລວມເຖິງພະນັກງານຄູອາຈານ ທີ່ໄດ້ເສຍສະຫຼະເວລາ, ເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດວຽກດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ຈົນເຮັດໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ. ສ່ວນຂໍ້ຫຍຸ້ງຍາກນັ້ນ ແມ່ນພວກເຮົາມີຂໍ້ຈຳກັດດ້ານເວລາ ເພາະຄູອາຈານທຸກໆທ່ານແມ່ນໄດ້ສິດສອນນັກຮຽນ ເປັນປົກກະຕິ ເຮັດໃຫ້ຕ້ອງຫຼັງເລີກໂມງສອນຈຶ່ງມີເວລາ.

ທ່ານຮອງຜູ້ອຳນວຍການໂຮງຮຽນ ຫ້ອມສະຫວັນ ກ່າວອີກວ່າ: ສຳລັບແຜນວຽກຈຸດສຸມໃນການສ້າງໂຮງຮຽນຕົວແບບຄຸນນະພາບນັ້ນ ທາງໂຮງຮຽນຂອງພວກເຮົາແມ່ນໄດ້ສຳເລັດການສ້າງແຜນໂຮງຮຽນຕົວແບບຄຸນນະພາບຊັ້ນອະນຸບານ ແລະ ມັດທະຍົມສຶກສາແລ້ວ ພ້ອມທັງໄດ້ຍື່ນແຜນດັ່ງກ່າວໃຫ້ກັບພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍແລ້ວ ເພື່ອພິຈາລະນາ ແລະ ຮັບຮອງ ພ້ອມທັງປະກາດຢ່າງເປັນທາງການ ໃນອະນາຄົດອັນໃກ້ນີ້.

ຄຽງຄູ່ກັບຜົນສຳເລັດການຈັດຕັ້ງປະຕິບັດໂຮງຮຽນຕົວແບບຄຸນນະພາບນັ້ນ ດ້ານການຮຽນການສອນພວກເຮົາກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຊຶ່ງຜ່ານການຈັດຕັ້ງການຮຽນ ການສອນໃນສົກຮຽນຜ່ານມາ ເຫັນວ່າໂຮງຮຽນຂອງພວກເຮົາກໍມີຜົນສຳເລັດຫຼາຍດ້ານ ໃນນັ້ນພົ້ນເດັ່ນກວ່າໝູ່ ແມ່ນສາມາດສ້າງໄດ້ນັກຮຽນເກັ່ງລະດັບນະຄອນຫຼວງວຽງຈັນ ວິຊາພາສາລາວ-ວັນນະຄະດີ ຊັ້ນມັດທະຍົມສຶກສາຕອນປາຍປີທີ 7 (ມ.7) ແມ່ນສາມາດຍາດໄດ້ລາງວັນອັນດັບທີ 3 ແລະ ຊັ້ນ ມ.4 ແມ່ນຍາດໄດ້ລາງວັນອັນດັບທີ 2 ຂອງນະຄອນຫຼວງວຽງຈັນ. ຂະນະທີ່ດ້ານວຽກງານພະລະ ແລະ ສິລະປະ-ວັນນະຄະດີ ແມ່ນຍາດໄດ້ລາງວັນອັນດັບທີ 2 ລະດັບນະຄອນຫຼວງ ໃນການແຂ່ງຂັນບານຍິງ ຊັ້ນມັດທະຍົມສຶກສາຕອນປາຍ. ພ້ອນນັ້ນ, ຍັງມີນັກຮຽນ ຈຳນວນ 3 ນ້ອງຂອງໂຮງຮຽນຫ້ອງສະຫວັນພວກເຮົາໄດ້ເປັນຕົວແທນ ສປປ ລາວ ເຂົ້າຮ່ວມແຂ່ງຂັນຮູບເງົາສັ້ນ ທີ່ປະເທດຍີ່ປຸ່ນ ແລະ ພິເສດຍັງມີອີກ 1 ນ້ອງ ໄດ້ເປັນຕົວແທນນັກຮຽນສປປ ລາວ ເຂົ້າຮ່ວມໂຄງການແຕ້ມຮູບ ທີ່ປະເທດຍີ່ປຸ່ນ ຊຶ່ງຈະຈັດຂຶ້ນໃນເດືອນສິງຫານີ້ອີກດ້ວຍ.

ຢ່າງໃດກໍຕາມ, ສໍາລັບໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມ ແລະ ມັດທະຍົມສົມບູນ ຫ້ອມສະຫວັນ ແມ່ນໂຮງຮຽນເອກະຊົນແຫ່ງໜຶ່ງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນນັບຕັ້ງແຕ່ປີ 2005 ເປັນຕົ້ນມາ ທີ່ບ້ານຈຽມປາງ, ເຂດບ້ານຫ້ອມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍນຳໃຊ້ຫຼັກສູດການສຶກສາແຫ່ງຊາດ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃນການສິດສອນ ພ້ອມວາງວິໄສທັດ “ຮຽນດີ, ກິດຈະກຳເດັ່ນ, ເນັ້ນວິໄນ ແລະ ໃສ່ໃຈພັດທະນາ” ຊຶ່ງມາຮອດປັດຈຸບັນ ໂຮງຮຽນແຫ່ງນີ້ ມີພະນັກງານ, ຄູອາຈານ ທັງໝົດ 50 ທ່ານ ແລະ ນັກຮຽນ ຈຳນວນ 1.347 ນ້ອງ.
ມາຮອດນີ້ ການນຳນະເໜີບົດຮຽນການສ້າງໂຮງຮຽນຕົວແບບຄຸນນະພາບ ຂອງໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມ ແລະ ມັດທະຍົມສົມບູນ ຫ້ອມສະຫວັນ ຂອງຂ້າພະເຈົ້າກໍໄດ້ສິ້ນສຸດລົງພຽງເທົ່ານີ້ ຫວັງວ່າບົດຄວາມນີ້ ຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍໃຫ້ກັບໂຮງຮຽນແຫ່ງອື່ນທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ກໍຄືໃນນະຄອນຫຼວງວຽງຈັນ ທີ່ພວມຈັດຕັ້ງປະຕິບັດວຽກງານ ຫຼື ບັນດາມາດຖານ-ເງື່ອນໄຂ ໃນພັດທະນາຕົນເອງ ໃຫ້ກາຍເປັນຕົວແບບຄືກັບໂຮງຮຽນແຫ່ງນີ້ ກໍສາມາດລອງນຳເອົາໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ເຂົ້າກັບໂຮງຮຽນຂອງຕົນເອງໄດ້.

“ຂໍຂອບໃຈທຸກທ່ານທີ່ໃຫ້ການຕິດຕາມ ແລ້ວພົບກັນໃໝ່ໂອກາດໜ້າ”

ໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ