Skip to main content

ສສກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI

01/07/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ພ້ອມປະກາດການຈັດຕັ້ງຄະນະກວດກາພັກກະຊວງ ເມື່ອວັນທີ 27 ມິຖຸນາ 2024 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ມີສະຫາຍ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກ, ເລຂາອົງຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ, ຜູ້ຕາງໜ້າຮາກ ຖານທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ, ບັນດາຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຄະນະພັກຮາກຖາມະຫາວິທະຍາໄລ ຈຳປາສັກ, ສຸພານຸວົງ ແລະ ສະຫວັນນະເຂດ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານພະແນກສຶກສາທິການ ແລະ ກິລາແຂງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ-ນະຄອນ, ບັນດາວິທະຍາໄລຢູ່ທ້ອງຖິ່ນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.


ການຈັດກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນຫຼາຍເພາະຜູ້ເຂົ້າຮ່ວມໄດ້ຈະພ້ອມກັນເຊື່ອມຊຶມບັນດາມະຕິສຳຄັນຕ່າງໆ ເປັນຕົ້ນແມ່ນເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ຮັບຟັງການຜ່ານຮ່າງການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ພ້ອມທັງປະກາດການຈັດຕັ້ງຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ແລະ ເປັນການຈັດຕັ້ງຜັນຂະຫຍາຍທິດຊີ້ນຳ ແລະ ມະຕິ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ 11 ໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ໂດຍສະເພາະລົງເລິກທີ່ຕິດພັນກັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂອງພວກເຮົາ ຢ່າງຈະແຈ້ງ.

ໂອກາດນີ້, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ວ່າ: ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ໄດ້ດຳ ເນີນໃນລະຫວ່າງວັນທີ 13-17 ພຶດສະພາ 2024 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ກອງປະຊຸມ ໄດ້ດໍາເນີນໄປບົນຈິດໃຈຍົກສູງຄວາມຮັບຜິດຊອບການເມືອງ ແລະ ໄດ້ໃຫ້ທິດຊີ້ນໍາຕໍ່ບັນຫາສໍາຄັນ ຄື: ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ປະຕິຮູບລັດວິສາຫະກິດ; ຕີລາຄາກ່ຽວກັບກາຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ, ຕາມມະຕິເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ຂອງກົມການເມືອງສູນກາງພັກ; ກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂບັນຫາການປະລະການຮຽນ, ການຂາດແຄນຄູ ແລະ ການກະກຽມເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ນອກນັ້ນ, ຍັງໄດ້ຮັບຟັງການຜ່ານຮ່າງການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI.

ຂະນະດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ປະກາດການຈັດຕັ້ງຄະນະກວດກາພັກກະຊວງ ໂດຍຜ່ານມາມະຕິຕົກລົງ ວ່າດ້ວຍການຮັບຮອງເອົາຜົນການເລືອກຕັ້ງປະທານຄະນະກວດກາພັກ ແລະ ຮອງປະທານຄະນະກວດກາກະຊວງສຶກສາທິການ ແລະ ກິລາ, ຊຶ່ງຄະນະກວດກາສູນກາງພັກ ອອກມະຕິຕົກລົງ ເຫັນດີຮັບຮອງເອົາຜົນການເລືອກຕັ້ງ ສະຫາຍ ບຸນມີ ຈັນທະອຸດົມ ເປັນປະທານ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ເປັນຮອງປະທານ ແລະ ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ເປັນຮອງປະທານ ຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ.

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ