ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມກວດກາຜູ້ໃໝ່
01/07/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງທ່ານຮອງຫົວໜ້າກົມກວດກາຜູ້ໃໝ່
ເມື່ອວັນທີ 28 ມິຖຸນາ 2024 ທີີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ ກະຊວງ ສສກ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖືກເຊີນ, ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກົມກວດກາ ເຂົ້າຮ່ວມ.
ໃນພິທີຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າກົມກວດກາ ສສກ ໂດຍໄດ້ຕົກລົງແຕ່ງຕັ້ງທ່ານ ນາງ ພຸດສະຫວາດ ວົງພະຈັນ ຫົວໜ້າພະແນກຕິດຕາມ, ປະເມີນຜົນ ແລະ ບໍລິຫານ ມາເປັນຮອງຫົວໜ້າກົມກວດກາ ກະຊວງສຶກສາທິການ ແລະ ກິລາ.
ໂອກາດນີ້, ທ່ານ ຮສ. ປອ ພຸດ ສິມມາລາວົງ ກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານທີ່ກົມກວດກາຍາດມາໄດ້ໃນໄລຍະຜ່ານມາ ເຮັດໃຫ້ວຽກງານຂອງກົມມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ຊຶ່ງວຽກງານກວດກາເປັນວຽກທີ່ສຳຄັນ ແລະ ຈຳເປັນຫຼາຍທີ່ຂາດບໍ່ໄດ້ ແລະ ຕ້ອງໄດ້ປະຕິບັດ, ແຕ່ລະພາກສ່ວນແຕ່ລະໜ່ວຍພັກກໍ່ຕ້ອງມີຜູ້ຮັບຜິດຊອບວຽກງານກວດກາ ທາງສາຍລັດ ແລະ ສາຍພັກຢູ່ໃນກະຊວງຂອງຕົນ, ເຖິງຢ່າງໃດກໍຕາມ ທຸກຄົນຕ້ອງເຂົ້າໃຈທີ່ຕັ້ງ ແລະ ພາລະບົດບາດຂອງກົມຕົນ, ຮຽກຮ້ອງໃຫ້ຮຽນຮູ້ວຽກໃຫ້ເລິກເຊິ່ງເຂົ້າໃຈລະອຽດໃນທຸກແງມູມ, ຮຽນຮູ້ຫຼາຍດ້ານ, ເລິກເຊິ່ງ, ມີມະນຸດສຳພັນທີ່ດີ, ມີຈັນຍາບັນ, ຈັນຍາທຳ, ຕ້ອງເຕົ້າໂຮມຄວາມສາມັກຄີ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໄປນຳກັນ, ມີສະຕິລະວັງຕົວໃນສະພາບປັດຈຸບັນ ເປັນຕົ້ນສະຕິລະວັງຕົວໃນການບໍລິໂພກຂໍ້ມູນຂ່າວສານ ສື່ອອນລາຍຕ່າງໆ, ມີຄວາມສາມັກຄີຮັກແພງກັນໃນສະພາບທີ່ມີຄວາມຫຍຸ້ງຍາກ ພ້ອມກັນອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ດ້ານວຽກງານກໍຕ້ອງໄດ້ປັບປ່ຽນໄປຕາມແຕ່ລະໄລຍະເວລາ. ສຳລັບທ່ານທີ່ຮັບໜ້າທີ່ໃໝ່ກໍຂໍໃຫ້ປະຕິບັດໜ້າທີ່ວຽກງານໃຫ້ໝູ່ຄະນະເຊື່ອໃຈ, ເຮັດໃຫ້ຂັ້ນເທິງມີຄວາມເຊື່ອໃຈ, ໃຫ້ຮັກສາບົດບາດມູນເຊື້ອ, ມີຄວາມຊື່ສັດຕໍ່ໝູ່ຄະນະ, ສັດຊື່ຕໍ່ໜ້າທີ່ວຽກງານທາງພັກລັດເພື່ອໃຫ້ໝຸ່ໄວ້ວາງໃຈ, ສືບຕໍ່ຝຶກຝົນຕົນເອງຮຽນຮູ້ເອົາສິ່ງໃໝ່ໆເຂົ້າມາ, ຮຽນຮູ້ວິຊາສະເພາະ, ຮຽນຮູ້ບໍລິຫານວຽກງານຕ່າງໆ, ຮູ້ເຕັກນິກສະໄໝໃໝ່ດ້ານໄອຊີທີ, ຕ້ອງກຳໃຫ້ໄດ້ແນວທາງນະໂຍບາຍຂອງພັກ, ຮຽນຮູ້ການປັບຕົວ, ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ກົມ ພ້ອມເຊື່ອໝັ້ນວ່າກົມຈະສືບຕໍ່ຮັກສາມູນເຊື້ອຕະຫຼອດໄປ.
ຕະຫຼອດໄລຍະການຈັດຕັ້ງປະຕິບັດ ແລະ ເຮັດໜ້າທີ່ຂອງກົມກວດການີ້ ແມ່ນເຫັນວ່າທາງກົມໄດ້ມີຄວາມຕັ້ງໃຈ, ສູ້ຊົນປະຕິບັດໜ້າທີ່ຕາມການມອບໝາຍໃຫ້ຢ່າງເກີດດອກອອກຜົນ, ຊົມຊີຍທາງກົມໄດ້ມີບຸກຄະລາກອນທີ່ດີ, ມີຄວາມຮູ້ຄວາມສາດມາດ ເຮັດໃຫ້ວຽກງານກົມກວດກາມີຜົນສຳເລັດຢ່າງຈົບງາມ, ຍ້ອນວຽກກວດກາຈຶ່ງເຮັດໃຫ້ພວກເຮົາແກ້ໄຂບັນຫາຕ່າງໆທັງນ້ອຍ ແລະ ໃຫຍ່ ເຮັດໃຫ້ວຽກງານຕ່າງໆພາຍໃນກະຊວງເປັນໄປຕາມແນວທາງທີ່ກຳນົດໄວ້ ແລະ ເຮັດສຳເລັດໜ້າທີ່ຫຼາຍດ້ານ ແລະ ຊົມເຊີຍຜົນງານທີ່ພ້ອມກັນຈັດຕັ້ງປະຕິບັດວຽກງານກວດກາ ເຮັດໃຫ້ກະຊວງພວກເຮົາໄດ້ຢ່າງມີປະສິດທິພາບ.
ຂ່າວໂດຍ: ບົວລະພາ
ຂ່າວທີ່ກ່ຽວຂ້ອງ