ຄະນະນຳສະຫະພັນກິລາມະຫາວິທະຍາໄລລາວ ຮ່ວມຫາລືໃນສະພາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 36 ທີ່ອິນໂດເນເຊຍ
ຄະນະນຳສະຫະພັນກິລາມະຫາວິທະຍາໄລລາວ (ສກມລ) ນໍາໂດຍ ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ ໄດ້ເຂົ້າຮ່ວມກອງປະຊຸມສະພາກິລາມະຫາວິທະຍາໄລອາຊຽນ (AUSC) ຄັ້ງທີ 36 ເມື່ອວັນທີ 24 ມິຖຸນາ 2024 ທີ່ໂຮງແຮມ ເມີກິວ ແກຣນ ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ປະເທດອິນໂດເນເຊຍ ໂດຍພາຍໃຕ້ການເປັນປະທານຂອງທ່ານ ດຣ Mohd Rusllim Mohamed ປະທານສະພາກິລາມະຫາວິທະຍາໄລອາຊຽນ, ມີທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ, ທ່ານ ປອ ສຸລິວັນ ເຊີນວິໄລ ຮອງເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ, ທ່ານ ພູວົງ ພິມມະກອງ ຮອງເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ພ້ອມດ້ວຍປະທານ ແລະ...








