Skip to main content

ໂຮງຮຽນ ລາວ-ຍີ່ປຸ່ນ ເນັ້ນສ້າງສະພາບແວດລ້ອມດີ, ມີລະບຽບວິໄນ ແລະ ຮຽນຮູ້ດ້ວຍຕົນເອງ

21/06/2024

ປັດຈຸບັນ, ພັກ-ລັດຖະບານ ໄດ້ມີການສົ່ງເສີມ ແລະ ຊຸກຍູ້ໃຫ້ກັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃສ່ການພັດທະນາການສຶກສາແຫ່ງຊາດ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ ດ້ວຍນະໂຍບາຍຕ່າງໆ ເປັນຕົ້ນແມ່ນ ສ້າງເງື່ອນໄຂອຳນວຍຄວາມສະດວກ, ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາຫານ ແລະ ຄ່າທຳນຽມ ຕາມກົດໝາຍ ແລະ ລະບຽບການ ທັງນີ້ທັງນັ້ນກໍເພື່ອແນໃສ່ເຮັດແນວໃດໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມຫຼາຍຂຶ້ນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ ເຊັ່ນດຽວກັບໂຮງຮຽນ ລາວ-ຍີ່ປຸ່ນ ກໍເປັນສະຖານການສຶກສາເອກະຊົນອີກແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ທີ່ເຈົ້າຂອງເພິ່ນມີຄວາມປາດຖະໜາອັນແຮງກ້າ ຢາກປະກອບສ່ວນເຂົ້າໃນການພັດທະນາການສຶກສາ ເພື່ອເຮັດໃຫ້ເດັກນ້ອຍລາວເຮົາ ໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ເມື່ອເຕີບໃຫຍ່ຂຶ້ນມາຈະໄດ້ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງຈະເລີນສີວິໄລ.


ທ່ານ ນາງ ໂນລາ ແກ້ວດວງສີ ຮອງຜູ້ອຳນວຍການໂຮງຮຽນ ລາວ-ຍີ່ປຸ່ນ ໃຫ້ສຳພາດກັບທີມຂ່າວສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ໜັງສືພິມ ແລະ ໂທລະພາບສຶກສາ-ກິລາ), ສະຖາບັນຄົ້ນຄວ້າວິທະຍາສາດການສຶກາ, ກະຊວງສຶກສາທິການ ແລະ ກິລາ ເມື່ອບໍ່ດົນມານີ້ວ່າ: ໂຮງຮຽນ ລາວ-ຍີ່ປຸ່ນ ຖືເປັນໂຮງຮຽນ ເອກະຊົນອີກແຫ່ງໜຶ່ງ ທີ່ສ້າງຂຶ້ນດ້ວຍແນວຄິດລິເລີ່ມຈາກການທີ່ພວກເຮົາໄດ້ເຮັດການຄົ້ນຄວ້າກ່ຽວກັບການສຶກ ສາໃນສປປ ລາວ ທີ່ປະເທດຍີ່ປຸ່ນ ແລະ ໄດ້ຮັບການຮ່ວມມືກັບນັກພັດທະນາຊາວຍີ່ປຸ່ນ ທີ່ຕ້ອງການສ້າງໂຮງຮຽນໜຶ່ງທີ່ສາມາດເປັນແບບຢ່າງໃຫ້ແກ່ການຮຽນຮູ້ທີ່ແທດເໝາະກັບສະພາບສັງຄົມໃນປັດຈຸບັນ ທີ່ຮຽກຮ້ອງໃຫ້ການຮຽນຮູ້ມີຄວາມປະສົມປະສານ ເຊັ່ນ: ມີພາກທິດສະດີ ແຕ່ກໍເນັ້ນການປະຕິບັດຕົວຈິງ, ຊຸກຍູ້ການຮູ້ຕາມທ່າແຮງຂອງແຕ່ລະຄົນ, ສົ່ງເສີມການມີລະບຽບວິໄນ, ວັດທະນະທໍາອັນດີງາມຂອງລາວ, ສ້າງນິໃສຄວາມຮັກຕໍ່ສິ່ງແວດລ້ອມ ເພື່ອສ້າງຄວາມຮັບຜິດຊອບໃຫ້ແກ່ເດັກນ້ອຍ ແລະ ສ້າງຄວາມສາມາດໃນການຮຽນຮູ້ດ້ວຍຕົວເອງເປັນຕົ້ນ ຊຶ່ງທັງໝົດນີ້ ກໍເພື່ອສ້າງນັກຮຽນໃຫ້ມີພື້ນຖານທີ່ແຂງແກ່ນ, ມີຈິດໃຈໂອບເອື້ອອາລີ ແລະ ມີຄວາມຄິດທີ່ແຫຼມຄົມ ເພື່ອປະກອບສ່ວນເຂົ້າໃນການສ້າງບຸກຄະລາກອນ ກໍຄືການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ໃຫ້ກັບປະເທດຊາດ ໃນອະນາຄົດ ຕາມວິໄສທັດ “ມຸ່ງໝັ້ນ, ພັດທະນາ, ຈິດໃຈໂອບເອື້ອອາລີ, ມີພື້ນຖານທີ່ແຂງແກ່ນ ແລະ ມີແນວຄິດທີ່ຫຼັກແຫຼມ”.

ຄຽງຄູ່ກັນນີ້, ພວກເຮົາຍັງເນັ້ນການຈັດສັນສະພາບແວດລ້ອມໃນໂຮງຮຽນ ໂດຍພວກເຮົາໄດ້ອອກແບບອາຄານຮຽນທີ່ມີການເຊື່ອມຕໍ່ຂອງຫ້ອງຮຽນ ແລະ ທໍາມະຊາດສີຂຽວ ເພື່ອໃຫ້ເດັກມີຄວາມຜ່ອນຄາຍ ແລະ ຕິດພັນກັບທໍາມະຊາດ, ມີການແບ່ງເຂດການຮຽນຮູ້ຕ່າງໆ ເຊັ່ນ: ຫ້ອງຮຽນ, ຫ້ອງສະໝຸດ, ຫ້ອງດົນຕີ, ຫ້ອງສິລະປະ, ສວນຜັກ, ຄອກລ້ຽງສັດ, ໜອງປາ, ເດີນຫຼິ້ນໃນຮົ່ມ ແລະ ການແຈ້ງ. ພ້ອມນັ້ນກໍຍັງມີຫ້ອງອາຫານຢູ່ທາງດ້ານຫຼັງຂອງໂຮງຮຽນ ຊຶ່ງແຕ່ລະເຂດໄດ້ມີການຈັດສັນໃຫ້ເປັນລະບຽບ ໂດຍນໍາໃຊ້ຫຼັກການ 5ສ ຄື: ສ.ສະສາງ, ສ.ສະດວກ, ສ.ສະອາດ, ສ.ສຸຂະລັກສະນະ ແລະ ສ.ສ້າງນິໄສ ຈາກປະເທດຍີ່ປຸ່ນ ຊຶ່ງມີການຈັດວາງເຄື່ອງຂອງຕາມປະເພດ ແລະ ອະນາໄມໃຫ້ສະອາດຢູ່ເປັນປະຈໍາ.

ທ່ານຮອງຜູ້ອຳນວຍການ ກ່າວອີກວ່າ: ເມື່ອເວົ້າເຖິງຫຼັກສູດການຮຽນການສອນນັ້ນ ພວກເຮົາໄດ້ມີການນຳໃຊ້ຫຼັກສູດການສຶກສາແຫ່ງຊາດ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍເອົາໃຈໃສ່ປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ແຕ່ມີການເພີ່່ມພາສາຕ່າງປະເທດເຂົ້າມາຕື່ມ ຄື: ພາສາອັງກິດ, ພາສາຍີ່ປຸ່ນ ແລະ ພາສາຈີນ. ພ້ອມນັ້ນກໍໄດ້ສອດແຊກບົດຮຽນຈາກສາກົນ ເພື່ອຍົກສູງຄຸນນະພາບການສຶກສາ ເຊັ່ນ: ການ ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງໂລກ, ການໄປຮຽນຮູ້ສະພາບຕົວຈິງ ຜ່ານການໄປທັດສະນະສຶກສາ, ການ ຮຽນຮູ້ເພື່ອການພັດທະນາທີ່ຍືນຍົງ, ການສຶກສາກ່ຽວກັບສະພາບດິນຟ້າອາກາດ, ແລະ ສົ່ງເສີມການມີສ່ວນຮ່ວມ ຂອງຊຸມຊົນ ຜ່ານມານັກຮຽນກໍໄດ້ສ້າງຜົນງານສິລະປະເພື່ອຂາຍໃນງານຕະຫຼາດນັດ ແລະ ນໍາເອົາລາຍໄດ້ໄປ ມອບໃຫ້ກັບໂຮງໝໍເດັກ ເປັນຕົ້ນ.

ຜ່ານການຈັດຕັ້ງການຮຽນການສອນ ແລະ ການເຄື່ອນໄຫວກິດຈະກຳນອກຫຼັກສູດໃນໄລຍະຜ່ານມາ ຫາຕົ້ນປີ 2024 ໂຮງຮຽນຂອງພວກເຮົາກໍມີຜົນງານອັນໂດດເດັ່ນຫຼາຍດ້ານ ຄື: ໂຮງຮຽນໄດ້ຮັບລາງວັນ ESD ຫຼື ການສຶກສາເພື່ອການພັດທະນາທີ່ຍືນຍົງ ຈາກໂຄງການຂອງໂຮງຮຽນທີ່ກວມເອົາລັກສະນະທີ່ດີທີ່ສຸດຂອງການສຶກສາແບບຍີ່ປຸ່ນ ເຊັ່ນ: ການນໍາໃຊ້ 5ສ ແລະ ການຮຽນທີ່ເນັ້ນເອົາຄວາມຍືນຍົງເປັນຫຼັກ ເປັນຕົ້ນແມ່ນການສຶກສາກ່ຽວກັບການບໍລິໂພກແບບຍືນຍົງ, ການສຶກສາກ່ຽວກັບສິ່ງແວດລ້ອມ ແລະ ສະພາບດິນຟ້າອາກາດ; ນັກຮຽນຊັ້ນປະຖົມສຶກສາປີທີ 3 ຫຼື ປ.3 ຂອງພວກເຮົາ ໄດ້ຮັບລາງວັນຊະນະເລີດ ປະເພດການແຂ່ງເວົ້າ 1 ນາທີ ໃນການແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ 21 ທີ່ສະຖານທູດຍີ່ປຸ່ນຈັດຂຶ້ນ ຢູ່ສູນກິລາບູໂດ ລາວ-ຍີ່ປຸ່ນ.

ສຳລັບແຜນວຽກຈຸດສົມໃນຕໍ່ໜ້າ ກໍຄືໃນສົກຮຽນ 2024-2025 ແມ່ນຈະສືບຕໍ່ການເຮັດກິດຈະກໍາເພື່ອຊຸມຊົນ, ການເຜີຍແຜ່ສື່ການຮຽນອອນລາຍຊ່ອງ YouTube, ເພຈ Lao Japan School – ໂຮງຮຽນລາວ-ຍີ່ປຸ່ນ, ກິດຈະກໍາແລກປ່ຽນ ລະຫວ່າງໂຮງຮຽນພາກລັດ ແລະ ເອກະຊົນ ແລະ ພິເສດແມ່ນການຂະຫຍາຍຊັ້ນຮຽນຈາກຊັ້ນປະຖົມສຶກສາ ຂຶ້ນສູ່ຊັ້ນມັດທະຍົມສຶກສາ ຕາມຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ຜູ້ປົກຄອງ ກໍຄືສັງຄົມ. ຄຽງຄູ່ກັນນີ້ ພວກເຮົາກໍຍັງມີແຜນຈະສ້າງໂຮງຮຽນໃຫ້ເຂົ້າຢູ່ໃນຖັນແຖວສ້າງເປັນໂຮງຮຽນຕົວແບບຄຸນນະພາບ, ໂຮງຮຽນ 3 ດາວ ແລະ ໂຮງຮຽນສີຂຽວຄຸນນະພາບ ຊຶ່ງທັງໝົດທັງມວນນີ້ແມ່ນພວກເຮົາໄດ້ມີການກະກຽມໄວ້ເປັນທີ່ຮຽບຮ້ອຍແລ້ວ.

ແນວໃດກໍດີ, ໂຮງຮຽນ ລາວ-ຍີ່ປຸ່ນ ຕັ້ງຢູ່ບ້ານໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເລີ່ມເປີດການຮຽນການສອນຕັ້ງແຕ່ສົກຮຽນ 2019-2020 ເປັນຕົ້ນມາຮອດປັດຈຸບັນ ມີພະນັກງານ, ຄູອາຈານ ທັງໝົດ 24 ທ່ານ, ຍິງ 19 ທ່ານ ໃນນີ້ເປັນຄູຕ່າງປະເທດ 7 ທ່ານ, ຍິງ 5 ທ່ານ ແລະ ມີຈຳນວນນັກຮຽນທັງໝົດ 60 ຄົນ, ຍິງ 38 ຄົນ ນັບແຕ່ຊັ້ນອະນຸບານ ຮອດຊັ້ນປະຖົມສຶກສາປີທີ 5 ຫຼື ປ.5. ຖ້າຫາກທ່ານ ຕ້ອງການສົ່ງລູກຫຼານຂອງຕົນເອງໄປສຶກສາຮ່ຳຮຽນຢູ່ໂຮງຮຽນແຫ່ງນີ້ ສາມາດຕິດຕໍ່ໄດ້ທີ່ເບີ: 020 5663 6555 ຫຼື ຜ່ານທາງເພຈ Lao Japan School – ໂຮງຮຽນລາວ-ຍີ່ປຸ່ນ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ