Skip to main content

ສະຖາບັນ ຣັຕນະ ຮ່ວມກັບ ມຊ ເປີດຫຼັດສູດປະລິນຍາໂທ ສາຂາການບໍລິຫານການເງິນ ສົກ 2024-2025

10/06/2024

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ແລະ ຫ້ອງການຫຼັງປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດຫຼັກສູດປະລິນຍາໂທ ສາຂາການບໍລິຫານການເງິນ (ໂຄງການຮ່ວມມືດ້ານວິຊາການ) ສົກສຶກສາ 2024-2025 ຢ່າງເປັນທາງການ ໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປັນຍາ ຈັນທະວົງ ວ່າການຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ບຸນນໍາ ຊົມວິມານ ຮອງຫົວໜ້າຫ້ອງການການສຶກສາຫຼັງປະລິນຍາຕີ ມຊ, ທ່ານ ລີຕູ ບົວປາວ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາ ສະຖາບັນ ຣັຕນະ ບໍລິຫານທຸລະກິດ, ທ່ານ ປອ ສົມເພັດ ຣັຕນະສິມ ປະທານສະພາບໍລິຫານສະຖາບັນ ຣັຕນະ ບໍລິຫານທຸລະກິດ ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ, ຄະນະອໍານວຍການ, ພະນັກງານ, ຄູອາຈານຢ່າງພ້ອມພຽງ.

ໃນພິທີ, ທ່ານ ປອ ບຸນເທືອງ ມຸນລາສີ ຜູ້ອໍານວຍການ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ລາຍງານວ່າ: ໃນໄລຍະເປັນວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຮັບການອະນຸມັດເປີດສອນຫຼັກສູດປະລີນຍາຕີ ໃນປີ 1994 ແລະ ໃນປີ 2006 ຍັງໄດ້ຮັບອະນຸມັດເປີດສອນຫຼັກສູດປະລິນຍາໂທ ສາຂາບໍລິຫານທຸລະກິດ ພາຍໃຕ້ໂຄງການຮ່ວມມືດ້ານວິຊາການລະຫວ່າງ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ແລະ ວິທະຍາໄລສັນຕະພົນ ປະເທດໄທ. ໂຄງການຮ່ວມມືດັ່ງກ່າວ, ຜະລິດນັກສຶກສາໄດ້ 8 ຮຸ່ນ ຊຶ່ງມີຜູ້ຈົບໄປທັງໝົດ 486 ຄົນ, ຍິງ 193 ຄົນ ອອກຮັບໃຊ້ປະເທດຊາດ ແລະ ສັງຄົມ. ຕໍ່ມາກະຊວງສຶກສາທິການ ແລະ ກິລາ ໄດ້ມີການປະຕິຮູບການສຶກສາ ໄລຍະ 2 ຈຶ່ງໄດ້ໂຈະປະລິນຍາຕີ-ປະລິນຍາໂທໄວ້ຊົ່ວຄາວ ແລະ ໄດ້ຈັດຕັ້ງການຮຽນການສອນຫຼັກສູດຊັ້ນສູງແທນຕາມການຊີ້ນໍາຂອງກະຊວງສຶກສາທິການ ແລະ ກິລາ. ພາຍຫຼັງໄດ້ຍົກຖານະຈາກວິທະຍາໄລຂຶ້ນເປັນສະຖາບັນແລ້ວ, ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຮັບອະນຸມັດເປີດສອນຫຼັກສູດປະລິນຍາຕີຄືນຈາກກະຊວງສຶກສາທິການ ແລະ ກິລາ ປະກອບດ້ວຍ 6 ສາຂາວິຊາ ຄື: ການບໍລິຫານທົ່ວໄປ, ການເງິນ-ການທະນາຄານ, ການຕະຫຼາດ, ການທ່ອງທ່ຽວ, ພາສາອັງກິດທຸລະກິດ, ພາສາອັງກີດທົ່ວໄປ. ພ້ອມດຽວກັນນັ້ນ, ຍັງໄດ້ຮັບອະນຸມັດເປີດສອນຫຼັກສູດຕໍ່ເນື່ອງປະລິນຍາຕີ ປະກອບດ້ວຍ 3 ສາຂາວິຊາ ຄື: ການບໍລິຫານທົ່ວໄປ, ການເງິນ-ການທະນາຄານ, ພາສາອັງກິດທຸລະກິດ ແລະ ໃນສົກສຶກສາ 2024-2025 ນີ້ ໄດ້ຮັບອະນຸມັດໃຫ້ສືບຕໍ່ເປີດສອນຫຼັກສູດປະລິນຍາໂທ ສາຂາການເງິນຄືນ ຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ໂຄງການຮ່ວມມືແລກປ່ຽນດ້ານວິຊາການລະຫວ່າງ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ແລະ ຫ້ອງການການສຶກສາຫຼັງປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ.

ໂຄງການຮ່ວມມືແລກປ່ຽນທາງວິຊາການຄັ້ງນີ້, ແມ່ນເພື່ອເປີດໂອກາດ ແລະ ສົ່ງເສີມໃຫ້ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຍົກລະດັບວິຊາສະເພາະຂອງຕົນໃຫ້ສູງຂຶ້ນ ແນໃສ່ເພິ່ງຕົນເອງ, ກຸ່ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໄລຍະຍາວ ແລະ ມະຫາວິທະຍາໄລແຫ່ງຊາດ ກໍມີຈຸດປະສົງຂະຫຍາຍການບໍລິການທາງດ້ານວິຊາການໃຫ້ກວ້າງຂວາງ, ສ້າງນັກຮຽນຮູ້, ນັກບໍລິຫານທຸລະກິດໃຫ້ມີຄຸນສົມບັດ, ມີຄຸນນະທໍາ, ຈາລິຍະທໍາ ແລະ ຈັນຍາບັນໃນການນໍາເອົາຄວາມຮູ້ທີ່ໄດ້ຮຽນມາໄປພັດທະນາປະເທດຊາດ, ສັງຄົມ ແລະ ທ້ອງຖິ່ນ, ສ້າງນັກຄົ້ນຄວ້າວິທະຍາສາດທາງດ້ານການບໍລິຫານທຸລະກິດໃຫ້ໄດ້ຄຸນນະພາບ ແລະ ປະລິມານພຽງພໍກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແລະ ຕະຫຼາດແຮງານ ທັງພາຍໃນ ແລະ ຕ່າງປະເທດ.

ການຈັດຕັ້ງການຮຽນການສອນຫຼັກສູດປະລິນຍາໂທດັ່ງກ່າວ, ແມ່ນຈະໄດ້ຈັດຂຶ້ນທີ່ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໂດຍຈັດແບບເຕັມເວລາ, ເປັນລະບົບໜ່ວຍກິດ ປະກອບດ້ວຍ 4 ພາກຮຽນ ຫຼື 2 ປີ, ໃນ 1 ສົກຮຽນ ແບ່ງອອກເປັນ 2 ພາກຮຽນ, ໃນແຕ່ລະພາກຮຽນມີ 20 ອາທິດ (5 ເດືອນ), ມີໄລຍະການຮຽນຕົວຈິງບໍ່ຕໍ່າກວ່າ 16 ອາທິດ, ໜ່ວຍກິດໃນຫຼັກສູດທັງໝົດ 46 ໜ່ວຍກິດ ຄື: ໝວດວິຊາບັງຄັບ 30 ໜ່ວຍກິດ, ໝວດວິຊາເລືອກ 4 ໜ່ວຍກິດ, ວິທະຍານິພົນ 12 ໜ່ວຍກິດ. ສະເພາະຄຸນສົມບັດຂອງຜູ້ເຂົ້າຮຽນ ແລະ ວິທີການຄັດເລືອກຜູ້ເຂົ້າຮຽນ ແມ່ນອີງໃສ່ມາດຕະຖານ ແລະ ເງື່ອນໄຂຂອງຫຼັກສູດ ມະຫາວິທະຍາໄລແຫ່ງຊາດ ແລະ ໂຄງການຮ່ວມມື. ສ່ວນຄູສອນ ແລະ ອາຈານທີ່ປຶກສາ ອີງໃສ່ມາດຕະຖານ ແລະ ເງື່ອນໄຂຂອງຫຼັກສູດ ມະຫາວິທະຍາໄລແຫ່ງຊາດ.

ໂອກາດນີ້, ທ່ານ  ຮສ.ປອ ເດຊານຸລາດ ແສນດວງເດດ ໄດ້ກ່າວສະແດງຄວາມຍິນດີຕໍ່ໂຄງການຮ່ວມມືແລກປ່ຽນດ້ານວິຊາການລະຫວ່າງ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ແລະ ຫ້ອງການການສຶກສາຫຼັງປະລິນຍາຕີ ມຊ ຊຶ່ງເປັນນິມິດໝາຍທີ່ສຳຄັນທີ່ສຸດໃນການສ້າງບຸກຄະລາກອນ ເພາະເປັນການເປີດໂອກາດໃຫ້ນັກສຶກສາ ແລະ ພະນັກງານທີ່ຈົບປະລິນຍາຕີໄດ້ມາຍົກລະດັບຂຶ້ນ ເນື່ອງຈາກໃນສັງຄົມປັດຈຸບັນແມ່ນມີຄວາມຕ້ອງການບຸກຄະລາກອນທີ່ມີຄຸນນະພາບຈໍານວນຫຼາຍ. ພ້ອມກັນນີ້, ກໍຮຽກຮ້ອງໃຫ້ຄະນະຮັບຜິດຊອບທຸກພາກສ່ວນເອົາໃຈໃສ່ໃນການຄຸ້ມຄອງຫຼັກສູດໃຫ້ໄດ້ມາດຕະຖານ ແລະ ຮຽກຮ້ອງຄູອາຈານປະຕິບັດຫຼັກສູດໃຫ້ມີຄຸນນະພາບ ເພື່ອຮັກສາກຽດຊື່ສຽງຂອງສະຖາບັນດັ່ງກ່າວຕະຫຼອດໄປ.

ຂະນະດຽວກັນນັ້ນ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ໄດ້ກ່າວສະແດງຄວາມຊົມເຊີຍໃນຄວາມຕັ້ງໃຈຂອງການຮ່ວມມືດັ່ງກ່າວ ຊຶ່ງຖືວ່າ ທັງ 2 ສະຖາບັນ ໄດ້ເລີ່ມການຄົ້ນຄວ້າ ສ້າງບຸກຄະລາກອນທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ ແລະ ຫຼັກສູດການເງິນ ແມ່ນມີຫຼາຍໆຄົນໃຫ້ຄວາມສົນໃຈ. ການຮ່ວມມືຂອງສອງສະຖາບັນການສຶກສາຄັ້ງນີ້, ແມ່ນເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາພາກເອງກະຊົນ ໂດຍນັກສຶກສາທີ່ຈົບຈາກສະຖາບັນ ຣັຕນະ ບໍລິຫານທຸລະກິດນີ້ ແມ່ນບໍ່ໃຫ້ແຕກຕ່າງຈາກຈົບ ມຊ ສະນັ້ນ ຮຽກຮ້ອງໃຫ້ ມຊ ຮັກສາໄວ້ໃຫ້ດີ ແລະ ມີຄຸນນະພາບ ເພື່ອເປັນຕົ້ນແບບໃຫ້ແກ່ສະຖາບັນອື່ນໆໃນຕໍ່ໜ້າ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ